ການເຄື່ອນໄຫວຕ່າງໆ ເນື່ອງໃນໂອກາດ ວັນຄົນພິການ ຫວຽດນາມ


ການເຄື່ອນໄຫວຕ່າງໆ ເນື່ອງໃນໂອກາດ ວັນຄົນພິການ ຫວຽດນາມ - ảnh 1

ທ່ານາງຕອງທິຟອງມອບຂອງຂັວນໃຫ້ຄົນພິການ

(ພາບ: vov.vn)

(vovworld)– ຕອນ​ເຊົ້າວັນ​ທີ 29/11, ​ຢູ່​ຮ່າ​ໂນ້ຍ, ທ່າ​ນາງ​ຕອງ​ທິຟອງ, ກຳມະການ​ກົມ​ການ​ເມືອງ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຄົນ​ພິການ ​ເຂົ້າຮ່ວມ​ງານ​ປະ​ກວດ​ສຽງ​ເພງ​ຄົນ​ພິການ​ທົ່ວ​ປະ​ເທດ​ຄັ້ງທີ 1 ປີ 2014. ທ່າ​ນນາງ​ຕອງ​ທິຟອງ ຊົມ​ເຊີຍສະມາຄົມ​ອຸປະກາລະ​ຄົນ​ພິການ ​ແລະ ​ເດັກ​ກຳ​ພ້າຫວຽດນາມ, ສະຫະພັນ​ຄົນ​ພິການ​ຫວຽດນາມ ​ແລະ ບັນດາ​ອົງການ​ກ່ຽວຂ້ອງ​ໄດ້​ມີ​ຂໍ້​ລິ​ເລີ່​ມຈັດ ງານ​ປະ​ກວດ​ສຽງ​ເພງ​ຄົນ​ພິການ​ໃນ​ໄລຍະ​ຈັດ​ເວທີ​ປາ​ໄສ​ຄົນ​ພິການ​ອາຊີ-​ປາຊີ​ຟິກ.

  ​ແລະ ກໍ່​ໃນ​ຕອນ​ເຊົ້າຂອງວັນ​ທີ 29/11, ຜູ້​ແທນ​ກ່ວາ 1500 ຄົນ​ຕາງໜ້າ​ບັນດາ​ຄະນະ, ຂະ​ແໜງ​ການ, ອົງການ​ຈັດຕັ້ງມະ​ຫາ​ຊົນ, ບັນດາ​ອົງການ​ຈັດຕັ້ງ, ຄົນ​ພິການ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ໄດ້​ເຂົ້າຮ່ວມ​ການ​ຍ່າງ “​ເພື່ອ​ໂລກ​ເຊື່ອມ​ໂຍງ​ໃຫ້​ແກ່​ຄົນ​ພິການ“ ທີ່​ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ນາງ​ຫງວນທິກີມ​ເງິນ, ກຳມະການ​ກົມ​ການ​ເມືອງ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ຢືນຢັນ​ວ່າ:

  “ເພື່ອສືບຕໍ່ປະຕິບັດບັນດານະໂຍບາຍ, ກົດໝາຍກໍ່ຄືຄຳໝັ້ນສັນຍາສາກົນ, ​ເພື່ອລະດົມກຳລັງ, ​ແບ່ງປັນແລະ ຊ່ວຍເຫຼືອຄົນພິການຢ່າງແທດຈິງນັ້ນ, ຂ້າພະເຈົ້າສະເໜີບັນດາອົງການແຫ່ງລັດມີສິດອຳນາດສືບຕໍ່ປັບປຸງລະບົບນະໂຍບາຍ, ກົດໝາຍກ່ຽວກັບຄົນພິການເປັນສົບສູນແບບ; ຈັດຕັ້ງປະຕິບັດບັນດາຂໍ້ກຳນົດກ່ຽວຂ້ອງເຖິງຄົນພິການບັນດານະໂຍບາຍ: ຂໍ້ກຳນົດສົ່ງເສີມຄົນພິການ, ບັນດາອົງການຈັດຕັ້ງ, ສ່ວນບຸກຄົນເຂົ້າຮ່ວມຊ່ວຍເຫຼືອຄົນພິການທັງດ້ານວັດຖຸແລະ ຈິດໃຈ. ຂ້າພະເຈົ້າຫວັງວ່າ, ດ້ວຍຈິດໃຈ​ “ຮັກແພງ, ຊ່ວຍເຫຼືອຊື່ງກັນແລະ ກັນຂອງຊາດ, ​ໃນໄລຍະຈະມາເຖິງ, ບັນດາການການເຄື່ອນໄຫວກຸສົນຈະສືບຕໍ່ໄດ້ຮັບການພັດທະນາເພື່ອປະກອບສ່ວນພອ້ມກັບພັກ, ລັດເອົາໃຈໃສ່ເບິ່ງແຍງຄົນພິການ​ໃຫ້ດີກ່ວາອີກ./.

ຂ່າວ/ບົດ​ອື່ນ