ການເຄື່ອນໄຫວຕ່າງໆ ເນື່ອງໃນໂອກາດ ວັນເດັກນ້ອຍສາກົນ 1/6


ການເຄື່ອນໄຫວຕ່າງໆ ເນື່ອງໃນໂອກາດ ວັນເດັກນ້ອຍສາກົນ 1/6 - ảnh 1
(ພາບ:
vov)

(vovworld)-  ເນື່ອງ​ໃນ​ໂອກາດ​ວັນ​ເດັກນ້ອຍ​ສາກົນ, ຕອນ​ເຊົ້າວັນ​ທີ 1/6, ຢູ່​ນະຄອນ​ໂຮ່ຈິ​ມິນ, ​ໄດ້​ຈັດ​ວັນ​ບຸນ “​ເຍົາວະ​ຊົນ​ເຮັດ​ວຽກ​ດີ​ພັນ​ຢ່າງ“ ປີ 2014 ​ແລະ​ພິທີ​ຍ້ອງຍໍ​ຊົມ​ເຊີຍ​ແບບຢ່າງ​ເຍົາວະ​ຊົນ​ເຮັດ​ວຽກ​ດີ​ພັນ​ຢ່າງຂອງ​ນະຄອນ ລວມ 300 ຄົນ. ນ້ອງ​ຫງວຽນ​ຮ່ວາງ​ອ໋ຽນ, ນັກຮຽນ​ຂອງ​ໂຮງຮຽນ​ມັດທະຍົມ​ຕອນ​ຕົ້ນອາ​ລາກ ​ເມືອງ​ບິງ​ເຕິ​ນ ໜຶ່ງ​ໃນ​ຈຳນວນ​ບັນດາ​ແບບຢ່າງ​ດີ​ເດັ່ນ​ໄດ້​ຮັບ​ການ​ຍ້ອງຍໍ​ຊົມ​ເຊີຍ ສະ​ແດງ​ວ່າ:

   “​ໃນ​ສົກຮຽນ​ຜ່ານ​ມາ​ພອກ​ນ້ອງ​ໄດ້​ປະຕິບັດ​ບັນດາ​ວຽກ​ດີ​ຄື: ຊ່ວຍ​ເພື່ອນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ພ້ອມ​ກັບ​ເພື່ອນ​ພະຍາຍາມ​ຮ່ຳຮຽນ, ສົ່ງ​ຂອງ​ຕົກ​ເຮ່ຍ​ໃຫ້​ແກ່​ເຈົ້າຂອງ ​ແລະ ວຽກ​ດີ​ອື່ນໆ​ອີກ​ຫຼາຍ​ວຽກ“.

  ​ແລະ ​ກໍ່​ໃນ​ຕອນ​ເຊົ້າຂອງ​ວັນ​ດຽວ​ກັນ, ຫໍພິພິຕະພັນ​ຫວຽດນາມ ທີ່​ນະຄອນຫຼວງ​ຮ່າ​ໂນ້ຍ ​ໄດ້​ໄຂ​ງານ​ວາງສະ​ແດງ​ພາບ​ແຕ້ມ​ດ້ວຍ​ຫົວ​ເລື່ອງ “ດອກ​ໃມ້ ​ແລະ ດວງ​ຕາ​ເວັນ“ ຊື່​ງ​ໄດ້​ນຳ​ມາ​ວາງສະ​ແດງ​ພາບ​ແຕ້ມ​ກ່ວາ 80 ​ແຜ່ນ​ຂອງ​ພວກ​ນ້ອງ​ເຍົາວະ​ຊົນ​ແມ່ນ​ສະມາຊິກ​ຂອງ​ສະ​ໂມ​ສອນ“ດອກ​ໃມ້ ​ແລະ ດວງ​ຕາ​ເວັນ“.

  ກ່ອນ​ໜ້ານັ້ນ, ​ໃນ​ຕອນ​ຄ່ຳ​ຂອງ​ວັນ​ທີ 31/5, ຄະນະ​ຊາວ​ໜຸ່ມ​ນະຄອນ, ສະພາ​ເຍົາວະ​ຊົນ​ນະຄອນ​ຮ່າ​ໂນ້ຍ, ຫໍ​ເຍົາວະ​ຊົນ​ຮ່າ​ໂນ້ຍ ​ໄດ້​ຈັດ​ລາຍການບຸນ​ເຕັດ​ໃຫ້​ແກ່​ເດັກນ້ອຍ, ສະໜັບສະໜູນ​ເດືອນ​ເຄື່ອນ​ໄຫວ​ເພື່ອ​ເດັກນ້ອຍ ​ແລະ ​ໄຂ​ງານ​ພັກ​ແລ້ງ​ປີ 2014.

  ​ແຂວງ​ນິງບິ່ງ ​ຫາ​ກໍ່​ຈັດ 9 ຄະນະ​ໄປ​ຢ້ຽມຢາມ, ມອຍ​ຂອງຂວັນ​ໃຫ້​ແກ່​ເດັກນ້ອຍ​ເມືອງ​ຍໍ​ກວານ, ອຽນ​ແຄງ, ອຽນ​ໂມ, ຢາ​ວ້ຽນ, ກີ​ມ​ເຊີນ, ນະຄອນ​ນິງບິ່ງ ​ແລະ ສູນ​ອຸປະກາລະ​ສັງຄົມ​ແຂວງ./.

 

ຂ່າວ/ບົດ​ອື່ນ