ການເຄື່ອນໄຫວຕ່າງໆ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນຄ້າຍວັນເກີດຂອງ ປະທານໂຮ່ຈິມີນ

ການເຄື່ອນໄຫວຕ່າງໆ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນຄ້າຍວັນເກີດຂອງ ປະທານໂຮ່ຈິມີນ - ảnh 1
ສະຫະພັນແມ່ຍິງນະຄອນໂຮ່ຈິມິນ ຈັດການພົບປະສ້າງສັນ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 123 ປີ ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ຂອງ​ປະທານ​ໂຮ່ຈິ​ມີນ (ພາບ : baomoi.com)

Vovworld- ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 123 ປີ ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ຂອງ​ປະທານ​ໂຮ່ຈິ​ມີນ, ບັນດາ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ​ຫວຽດນາມ ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງທີ​່ຟົດ​ຟື້ນ​ມວ່ນຊື່ນ. ຕອນ​ຄ່ຳ​ວັນ​ທີ 16/5, ງານມະ​ໂຫລານ​ບັນດາ​ຄະນະ​ສິລະ​ປະກອນ​ສຳຮອງ​ແຂວງ​ຮ່າ​ຢາງ​ຄັ້ງ​ທີ 2 ປີ 2013 ​ໄດ້​ຖືກ​ໄຂ​ຂຶ້ນ​ຢູ່​ສູນວັດທະນະທຳ​ວາງສະ​ແດງ​ແຂວງ, ງານມະ​ໂຫລານລວມມີ​ບັນດາ​ລາຍການ​ຟ້ອນ​ລຳ​ທຳ​ເພງທີ່​ມີ​ຫົວ​ເລື່ອງ, ​ແນວ​ຄິດ​ຍ້ອງຍໍ​ຊົມ​ເຊີຍ​ພັກ, ລຸງ​ໂຮ່, ມູນ​ເຊື້ອ​ຮັກ​ຊາດ​ຂອງ​ປະຊາຊົນ; ຍ້ອງຍໍ​ຄວາມ​ຮັກ​ການ​ດຳລົງ​ຊີວິດ, ບັນດາ​ຜົນງານ​ໃນ​ກິດຈະການ​ປ່ຽນ​ແປງ​ໃໝ່, ນ້ຳ​ໃຈ​ສາມັກຄີ​ແຫ່ງ​ຊາດ......

    ​ໃນ​ຂະນະ​ນັ້ນ, ອົງການ​ຊາວ​ໜຸ່ມກຸ່ມ​ບັນດາ​ອົງການ​ສຳນັກງານ​ແຂວງ​ດັກ​ນົງ​ໄດ້​ຈັດ​ງານ​ປະ​ກວດ​ໂຄສະນາ​ບັນດາ​ບົດ​ເພງ​ປະຕິວັດ​ປີ 2013 , ຊຶ່ງ​ມີ​ການ​ເຂົ້າ​ຮ່ວມ​ຂອງ 28 ຄະນະ​ສິລະ​ປະກອນ​ທີ່​ມາ​ຈາກ​ອົງການ​ຊາວ​ໜຸ່ມຂັ້ນ​ຮາກ​ຖານ, ໜ່ວຍ​ຊາວ​ໜຸ່ມ​ຕ່າງໆ. ສະມາຄົມ​ວັນນະຄະດີ​ສິລະ​ປະ​ແຂວງ​ແຂ​ວງດົງ​ທາ​ບ ​ໄດ້​ຈັດ​ງານ​ວາງສະ​ແດງ​ພາບ​ສິລະ​ປະ​ດ້ວຍ​ຫົວ​ເລື່ອງ “ ຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມ​ບັດ​ປະທານ​ໂຮ່ຈິ​ມິນ ” 

ຂ່າວ/ບົດ​ອື່ນ