ການເຄື່ອນໄຫວຕ່າງໆຂອງ ທ່ານ ນາງ ປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ຢູ່ ລັດເຊຍ​

(VOVWORLD) -ຕອນບ່າຍວັນທີ 11 ທັນວາ ຕາມເວລາທ້ອງຖິ່ນ, ໃນຂອບເຂດການຢ້ຽມຢາມລັດເຊຍຢ່າງເປັນທາງການ, ຢູ່ສຳນັກງານ DUMA (ສະພາຕ່ຳ) ລັດເຊຍ, ທ່ານ ນາງ ປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ ແລະ ປະທານ DUMA ລັດເຊຍ Vyacheslav Volodin ໄດ້ດຳເນີນການພົບປະເຈລະຈາ.
ການເຄື່ອນໄຫວຕ່າງໆຂອງ ທ່ານ ນາງ ປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ຢູ່ ລັດເຊຍ​ - ảnh 1 ທ່ານ ນາງ ປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ແລະ ປະທານ DUMA ລັດເຊຍ Vyacheslav Volodin ໄດ້ເຂົ້າຮ່ວມໄຂກອງປະຊຸມຄັ້ງທີ 1 ຂອງກຳມາທິການຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ແລະ DUMA ລັດເຊຍ

ທ່ານນາງ ປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ຢັ້ງຢືນວ່າຫວຽດນາມຍາມໃດກໍ່ຖືເປັນສຳຄັນ ແລະ ຕັດສິນໃຈເພີ່ມທະວີສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບລັດເຊຍໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ, ຕອບສະໜອງຜົນປະໂຫຍດແທດເໝາະກັບສະພາບຕົວຈິງຂອງສອງຊາດ. ທ່ານນາງປະທານສະພາແຫ່ງຊາດສະເໜີວ່າໃນໄລຍະຈະມາເຖິງ, ສອງຝ່າຍຄວນເປີດກວ້າງການພົບປະແລກປ່ຽນ, ການຮ່ວມມືລະຫວ່າງສອງສະພາແຫ່ງຊາດ

ປະທານ DUMA ລັດເຊຍ Vyacheslav Volodin ເນັ້ນໜັກວ່າວົງເງິນການຄ້າລະຫວ່າງສອງປະເທດຍັງບໍ່ທັນບັນລຸໄດ້ 10 ຕື້ ໂດລາສະຫະລັດເທື່ອ ເຊິ່ງແມ່ນຄາດໝາຍຂອງການນ້ຳຂັ້ນສູງສອງປະເທດວາງອອກ.

ຕອນບ່າຍວັນດຽວກັນ ຢູ່ ນະຄອນຫຼວງ ມົດສະກູ, ທ່ານ ນາງ ປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ແລະ ປະທານ DUMA ລັດເຊຍ Vyacheslav Volodin ໄດ້ເຂົ້າຮ່ວມໄຂກອງປະຊຸມຄັ້ງທີ 1 ຂອງກຳມາທິການຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ແລະ DUMA ລັດເຊຍ, ຫຼັງຈາກນັ້ນທ່ານນາງປະທານສະພາແຫ່ງຊາດຫວຽດນາມກໍ່ໄດ້ຕ້ອນຮັບ ທ່ານ ຮອງປະທານທີໜຶ່ງສະມາຄົມມິດຕະພາບ ລັດເຊຍ - ຫວຽດນາມ Piot Yurievich Tsvetov ແລະ ທ່ານ Nikolai Nikoleavicj Kolesnik ປະທານສະມາຄົມນັກຮົບເກົ່າລັດເຊຍ ຢູ່ ຫວຽດນາມ

  ກ່ອນໜ້ານັ້ນ ຕອນທ່ຽງວັນທີ 11 ທັນວາ,  ທ່ານ ນາງ ປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ໄດ້ເຂົ້າຢ້ຽມຂ່ຳນັບທ່ານນາຍົກລັດຖະມົນຕີ ລັດເຊຍ Dmitry Medvedev. ພົບປະກັບ ທ່ານ Zuganov ປະທານພັກກອມມູນິດ ລັດເຊຍ

 

 

ຕອບກັບ

ຂ່າວ/ບົດ​ອື່ນ