ການເຄືື່ອນໄຫວຕ່າງໆຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ໃນຂອບເຂດການຢ້ຽມຢາມລາຊະອານາຈັກ ແບນຊິກ ຢ່າງເປັນທາງການ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ສະເໜີໃຫ້ເຈົ້າຍິງ ສົ່ງເສີມວິສາຫະກິດ ແບນຊິກ ຍູ້ແຮງດ້ານການຄ້າ - ການລົງທຶນເຂົ້າ ຫວຽດນາມ ໃຫ້ຫຼາຍກວ່າອີກ.
ການເຄືື່ອນໄຫວຕ່າງໆຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ໃນຂອບເຂດການຢ້ຽມຢາມລາຊະອານາຈັກ ແບນຊິກ ຢ່າງເປັນທາງການ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ພົບປະກັບເຈົ້າຍິງ ແບນຊິກ Astrid
(ພາບ: VGP)

+ ພົບປະກັບເຈົ້າຍິງ ແບນຊິກ Astrid

        ທີ່ການພົບປະໃນຕອນບ່າຍວັນທີ 15 ທັນວາ, 2 ຝ່າຍສະແດງຄວາມປະຕິຊົມຊື່ນກ່ຽວກັບບາດກ້າວພັດທະນາຢ່າງຕັ້ງໜ້າໃນການພົວພັນລະຫວ່າງ 2 ປະເທດ, ໃນນັ້ນເນັ້ນໜັກເຖິງການລົງທຶນ - ການຄ້າແມ່ນເສົາຄ້ຳສຳຄັນ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ແບ່ງປັນກັບເຈົ້າຍິງ ກ່ຽວກັບເນື້ອໃນທີ່ແລກປ່ຽນກັບນາຍົກລັດຖະມົນຕີ, ປະທານສະພາຕ່ຳ ແບນຊິກ, ການນຳ 2 ເຂດ Wallonie Bruxelles ແລະ  Flanders, ພ້ອມທັງສະເໜີໃຫ້ເຈົ້າຍິງ ສົ່ງເສີມວິສາຫະກິດ ແບນຊິກ ຍູ້ແຮງດ້ານການຄ້າ - ການລົງທຶນເຂົ້າ ຫວຽດນາມ ໃຫ້ຫຼາຍກວ່າອີກ.

+ ພົບປະເຈລະຈາກັບປະທານສະພາສູງ ແບນຊິກ Stephanie D’Hose

        ທີ່ການພົບປະເຈລະຈາ, 2 ຝ່າຍຊົມເຊີຍບັນດາໝາກຜົນຕັ້ງໜ້າເຊິ່ງສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ນຳມາໃຫ້ ພາຍຫຼັງ 2 ປິແຫ່ງການຜັນຂະຫຍາຍ; ເຫັນດີສືບຕໍ່ຊຸກຍູ້ການຮ່ວມມືໃນຂົງເຂດລົງທຶນ, ການຄ້າລະຫວ່າງ 2 ປະເທດ ແລະ ພ້ອມກັນຮັບມືກັບບັນດາສິ່ງທ້າທາຍລວມຄື: ສິ່ງແວດລ້ອມ, ຕ້ານການປ່ຽນແປງຂອງດິນຟ້າອາກາດ, ທ່ານນາຍົກລັດຖະມົນຕີສະເໜີໃຫ້ລັດຖະສະພາຫະສະພັນ ແບນຊິກ ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - ອີຢູ (EVIPA) ແນໃສ່ສ້າງສະພາບແວດລ້ອມແຫ່ງການລົງທຶນທີ່ສະດວກໃຫ້ແກ່ວິສາຫະກິດ 2 ປະເທດ, ສະໜັບສະໜູນຄະນະກຳມະການ ເອີລົບ (ອີຊີ) ຍົກເລີກ “ບັດເຫຼືອງ” ສຳລັບສິນໃນນ້ຳຂອງ ຫວຽດນາມ.

+ ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ແບນຊິກ

          ກ່າວຄຳເຫັນທີ່ເວທີປາໄສວິສາຫະກິດ ຫວຽດນາມ - ແບນຊິກ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ປາດຖະໜາວ່າ ບັນດາວິສາຫະກິດ ແບນຊິກ ແລະ ເອີລົບ ຈະສືບຕໍ່ຫັນຜະລິດຕະພັນ, ຕະຫຼາດ, ລະບົບສະໜອງເປັນຫຼາຍຮູບຫຼາຍແບບ… ເພື່ອຊຸກຍູ້ການດຳເນີນທຸລະກິດຢ່າງມີປະສິດທິຜົນຢູ່ ຫວຽດນາມ; ສະເໜີໃຫ້ບັນດາວິສາຫະກິດ ແບນຊິກ ແລະ ເອີລົບ ສືບຕໍ່ລົງທຶນ ແລະ ຮຽກຮ້ອງວິສາຫະກິດເພື່ອນລົງທຶນເຂົ້າ ຫວຽດນາມ ຕື່ມອີກ, ໃນນັ້ນ ໃຫ້ບຸລິມະສິດຊຸກຍູ້ການປ່ຽນແປງໃໝ່, ປະດິດຄິດສ້າງ, startup; ລົງທຶນເຂົ້າຂົງເຂດທີ່ກ່ຽວຂ້ອງເຖິງການຫັນເປັນດີຈີຕອນ, ຕ້ານການປ່ຽນແປງຂອງດິນຟ້າອາກາດ, ຫັນເປັນສີຂຽວ…

ຕອບກັບ

ຂ່າວ/ບົດ​ອື່ນ