ການເຄື່ອນໄຫວຕ່າງໆຂອງທ່ານນາຍົກລັດຖະມົນຕີຫງວຽນເຕີ໋ນຢູ້ງຢູ່ກຳປູເຈຍ

ການເຄື່ອນໄຫວຕ່າງໆຂອງທ່ານນາຍົກລັດຖະມົນຕີຫງວຽນເຕີ໋ນຢູ້ງຢູ່ກຳປູເຈຍ - ảnh 1
ນາຍົກລັດຖະມົນຕີ 2 ທ່ານ ຕັດແທບຜ້າເປີດສະໜອງໂຮງໝໍ ເຈີ້ໄຣ - ພະນົມເປັນ


(vovworld) – ຕອນ​ເຊົ້າວັນ​ທີ 13/01, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢູ້ງ ​ໄດ້​ເຂົ້າຮ່ວມ​ພິທີເປີດ​ສະຫຼອງ​ໂຮງໝໍ Chợ Rẫy (​ເຈີ້​ໄຣ) – Phnompenh (ພະນົມ​ເປັນ) ​ກ່າ​ວຄຳ​ເຫັນ​ທີ່​ພິທີ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ​ເນັ້ນ​ໜັກ​ວ່າ:

“​ໂຄງການ​ໂຮງໝໍ ​ເຈີ້​ໄຣ - ພະນົມ​ເປັນ ​ແມ່ນ​ກິດຈະກຳ​ແຫ່ງ​ທຳ​ອິດ​ກ່ຽວ​ກັບ​ການ​ຮ່ວມ​ມື​ລົງທຶນ​ຂອງ 2 ປະ​ເທດ​ໃນ​ຂົງ​ເຂດ​ສາທາລະນະ​ສຸກ, ​ເຊິ່ງ​ແມ່ນ​ຂົງ​ເຂດ​ເຊິ່ງປະຊາຊົນ ກຳປູ​ເຈ​ຍ ພວມ​ເອົາ​​ໃຈ​ໃສ່. ນີ້​ກໍ່​ແມ່ນ​ຜົນງານ​ຂອງ​ການ​ຮ່ວມ​ມື​ລະຫວ່າງ​ນະຄອນ ​ໂຮ່ຈີ​ມິນ ​ແລະ ນະຄອນຫຼວງ ພະນົມ​ເປັນ ດ້ວຍຈຸດໝາຍ​ລົງທຶນ​ກໍ່ສ້າງໂຮງໝໍ​ຫຼາຍ​ຂະ​ແໜງ ມີ​ບໍລິການ​ກວດ, ປິ່ນປົວ​ພະຍາດ​ຢ່າງ​ຄົບ​ຖ້ວນ​ເພື່ອ​ແນ​ໃສ່​ຕອບ​ສະໜອງ​ຄຳ​ຮຽກ​ຮ້ອງ​ຕ້ອງການຂອງ​ປະຊາຊົນ ກຳປູ​ເຈຍ ​ເວົ້າ​ລວມ ​ແລະ ຢູ່​ນະຄອນຫຼວງ ພະນົມ​ເປັນ​ ​ເວົ້າ​ສະ​ເພາະ ”

    ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ​ເຊື່ອ​ໝັ້ນ​ວ່າ: ຖັດຈາກ​ໂຄງການ​ໂຮງໝໍ ​ເຈີ້​ໄຣ - ພະນົມ​ເປັນ, ບັນດາ​ທ້ອງ​ຖີ່​ນ, ວິ​ສາ​ຫະກິດ, ບັນດາ​ໂຮງໝໍ​ຂະໜາດ​ໃຫຍ່ ຂອງ​ຫວຽດນາມ ຈະ​ສືບ​ຕໍ່​ລົງທຶນ​ກໍ່ສ້າງ​ບັນດາ​ກິດຈະກຳ​ມີ​ຄວາມ​ໝາຍ​ຫຼາຍ​ກ່ວາ​ອີກ, ປະກອບສ່ວນ​ແກ້​ໄຂ​ຄວາມ​ຕ້ອງການ​ກວດ, ປິ່ນ​ປົວ​ພະຍາດ​ຂອງ​ປະຊາຊົນ ກຳປູ​ເຈຍ ​ແລະ ປະກອບສ່ວນ​ປັບປຸງ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ 2 ປະ​ເທດ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ຫວັງ​ວ່າ: ຖັນ​ແຖວ​ແພດ​ໝໍ ຈາກ ຫວຽດນາມ ​ໄປ​ປະຕິບັດ​ງານ​ຢູ່ ​ໂຮງໝໍ​ແຫ່ງ​ນີ້ ຈະ​ກາຍ​ເປັນ​ຂົວ​ເຊື່ອມ​ຕໍ່​ນ້ຳ​ໃຈ​ມິດຕະພາບ ຫວຽດນາມ - ກຳປູ​ເຈຍ, ນອກຈາກ​ເລື່ອງ​ປະຕິບັດ​ວຽກ​ງານ​ດ້ານ​ວິຊາ​ການ​ແລ້ວ, ບັນດາ​ທ່ານໝໍ ຫວຽດນາມ ຈະ​ແນະນຳ, ໜູນ​ຊ່ວຍ​ຍົກ​ສູງ​ສີ​ໄມ້​ລາຍ​ມືໃຫ້​ຖັນ​ແຖວ​ພະນັກງານ​ການ​ແພດ​ຢູ່ ກຳປູ​ເຈຍ.

    ​ໂຄງການ​ໂຮງໝໍ ​ເຈີ້​ໄຣ - ພະນົມ​ເປັນ ​ໄດ້​ຮັບ​ການ​ເລີ່​ມລົງ​ມື​ກໍ່ສ້າງ​ນັບ​ແຕ່​ເດືອນ 5/2010, ດ້ວຍ​ຍອດ​ຈຳນວນທຶນ​ໄລຍະ 1 ​ແມ່ນ 40 ລ້ານ USD. ​ໂຮງ​ໝໍ ມີ 200 ຕຽງ, ​ໄລຍະ 2 ​ໂຄງການ​ຈະ​ລົງທຶນ​ເປີດ​ກ້ວາງຕື່ມ​ອີກ 300 ຕຽງ.

    ​ເນື່ອງ​ໃນ​ໂອກາດ​ນີ້, ທະນາຄານ​ລົງທຶນ ​ແລະ ພັດທະນາ ຫວຽດນາມ ​ໄດ້​ມອບ​ລົດພະຍາບານ​ໃຫ້​ໂຮງໝໍ ເຈີ້​ໄຣ - ພະນົມ​ເປັນ ​ແລະ ຈຳນວນ​ເງິນ 50.000 USD ​ໃຫ້ຄົນ​ເຈັບ​ທີ່​ທຸກ​ຍາກ.

ການເຄື່ອນໄຫວຕ່າງໆຂອງທ່ານນາຍົກລັດຖະມົນຕີຫງວຽນເຕີ໋ນຢູ້ງຢູ່ກຳປູເຈຍ - ảnh 2
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ​ແລະ ທ່ານ​ນາຍົກລັດຖະມົນຕີ ກຳປູ​ເຈ​ຍ Hunsen
(ພາບ: Đức Tám /TTXVN)


ວັນ​ທີ 13/1, ຢູ່​ນະຄອນຫຼວງ ພະນົມ​ເປັນ​, ​ແຫ່ງລາຊະ​ອານາຈັກ ກຳປູ​ເຈຍ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ​ແລະ ທ່ານ​ນາຍົກລັດຖະມົນຕີ ກຳປູ​ເຈ​ຍ Hunsen ​ເປັນ​ປະທານ​ຮ່ວມ​ກອງ​ປະຊຸມ​ຮ່ວມ​ມື​ລົງ​ທຶນ ຫວຽດນາມ - ກຳປູ​ເຈຍ ຄັ້ງ​ທີ 4.

    ກ່າ​ວຄຳ​ເຫັນ​ນະທີ​ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ປາດ​ຖະໜາ​ວ່າ: ບັນດາ​ວິ​ສາ​ຫະກິດ ຫວຽດນາມ - ກຳປູ​ເຈຍ ຈະ ພ້ອມ​ກັນ​ສຸ້ຊົນ​ພັດທະນາ​ການ​ລົງທຶນ, ດຳ​ເນີນ​ທຸລະ​ກິດ​ເພື່ອ​ບັນລຸ​ຈຸດໝາຍ​ຍົກ​ວົງ​ເງິນ​ການ​ຄ້າ 2 ຝ່າຍ​ຂຶ້ນ​ເຖິງ 5 ຕື້ USD ​ໃນ​ປີ 2015 ​ໂດຍ​ໄວ. ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ​ເນັ້ນ​ໜັກ​ວ່າ:

    “ລັດຖະບານ​ຫວຽດນາມ ຕີ​ລາຄາ​ສູງ ນະ​ໂຍບາຍຂອງ ກຳປູ​ເຈຍ ຖື​ເປັນ​ສຳຄັນ​ການ​ພັດທະນາ​ພົວພັນຮ່ວມ​ມື​ກັບ ຫວຽດນາມ, ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ​ເຂົ້າ​ມາ​ລົງທຶນ​ຢູ່ ກຳປູ​ເຈຍ. ລັດຖະບານ ຫວຽດນາມ ຈະ​ເຮັດ​ຈົນສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ພ້ອມ​ກັບ ລັດຖະບານ ກຳປູ​ເຈຍ ນຳ​ສາຍ​ພົວພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງມິດຕະພາບ, ການຮ່ວມ​ມື​ຮອບດ້ານ ຫວຽດນາມ - ກຳປູ​ເຈຍ ​ໃຫ້ນັບ​ມື້​ນັບ​ພັດທະນາ​ຢ່າງ​ດີງາມ, ນຳ​ມາ​ເຊິ່ງຜົນປະ​ໂຫຍ​ດ​ໃຫ້​​ແກ່ ປະຊາຊົນ 2 ປະ​ເທດ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ສັນຕິພາບ, ສະຖຽນ​ລະ​ພາບ, ການຮ່ວມ​ມື​ພັດທະນາ​ຢູ່​ພາກ​ພື້ນ ​ແລະ ຢູ່​​ໃນ​ໂລກ”

    ສ່ວນ​ທ່າ​ນນາຍົກລັດຖະມົນຕີ Hunsen ກໍ່ຕີ​ລາຄາ​ສູງ​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ລົງທຶນ​ເຂົ້າ ກຳປູ​ເຈຍ, ພ້ອມ​ທັງສະ​ແດງຄວາມ​ປາດ​ຖະໜາ​ວ່າ: ລັດຖະບານ ຫວຽດນາມ ສືບ​ຕໍ່​ສະໜັບ​ສະ​ໜູນ ກຳປູ​ເຈຍ ຜ່ານ​ການ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື, ລົງທຶນ. ຍາມ​ໃດ ກຳປູ​ເຈຍ ກໍ່ຊົມ​ເຊີຍ, ສະໜັບສະໜູນ​ທຸກ​​ໂຄງການ​ລົງທຶນ​ຂອງ​ຫວຽດນາມ ​ເຂົ້າ ກຳປູ​ເຈຍ.

   

 

ຂ່າວ/ບົດ​ອື່ນ