ການ​ເຄື່ອນ​ໄຫວ​ຕ່າງໆຂອງ​ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນ​ຟຸກ ຢູ່ ນະຄອນ Yangon, ປະ​ເທດ​ມຽນມາ

(VOVWORLD) -    ເນື່ອງໃນໂອກາດຢ້ຽມຢາມ ມຽນມາ ຢ່າງເປັນທາງການ, ຕອນເຊົ້າວັນທີ 18 ທັນວາ, ຢູ່ນະຄອນ Yangon, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ໄປຢ້ຽມຢາມບໍລິສັດໂທລະຄົມມະນາຄົມ Mytel. 
ການ​ເຄື່ອນ​ໄຫວ​ຕ່າງໆຂອງ​ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນ​ຟຸກ ຢູ່ ນະຄອນ Yangon, ປະ​ເທດ​ມຽນມາ - ảnh 1 ທ່ານ ຫງວຽນຊວັນຟຸກທ່ານ ຫງວຽນຊວັນຟຸກໂອ້ລົມກັບພະນັກງານຂອງບໍລິສັດໂທລະຄົມມະນາຄົມ Mytel (ພາບ: chinhphu.vn)

    ເມື່ອໂອ້ລົມກັບພະນັກງານຂອງບໍລິສັດໂທລະຄົມມະນາຄົມ Mytel, ທ່ານ ຫງວຽນຊວັນຟຸກ ສະເໜີໃຫ້ທາງບໍລິສັດ ສືບຕໍ່ຍົກສູງກໍາລັງຄວາມສາມາດແກ້ງແຍ້ງທັງດ້ານເຕັກໂນໂລຢີ, ຄຸນນະພາບການບໍລິການ. ພ້ອມກັນນັ້ນ ແມ່ນບືນຕົວຂຶ້ນ, ສະໜອງບັນດາການບໍລິການສາທາລະນະທີ່ມີຄຸນນະພາບສູງໃຫ້ແກ່ລັດຖະບານ ມຽນມາ, ໃນນັ້ນ, ມີການກໍ່ສ້າງລັດຖະບານເອເລັກໂຕນິກ. ເນື່ອງໃນໂອກາດນີ້, ຢູ່ສໍານັກງານບໍລິສັດ Mytel, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແລະ ຄະນະຜູ້ແທນຂັ້ນສູງລັດຖະບານຫວຽດນາມ ກໍໄດ້ເປັນສັກຂີພິຍານ ພິທີລົງນາມໃນຂໍ້ຕົກລົງວ່າດ້ວຍການຮ່ວມມືຮອບດ້ານລະຫວ່າງ ທະນາຄານ HD Bank ແລະ Viettel Global (ບໍລິສັດໃຫຍ່ຫຸ້ນສ່ວນ ລົງທຶນສາກົນ Viettel).

ການ​ເຄື່ອນ​ໄຫວ​ຕ່າງໆຂອງ​ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນ​ຟຸກ ຢູ່ ນະຄອນ Yangon, ປະ​ເທດ​ມຽນມາ - ảnh 2ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ພົບປະ ທ່ານ  U Tint Swai ປະທານສະມາຄົມມິດຕະພາບ ມຽນມາ - ຫວຽດນາມ (ພາບ: chinhphu.vn)

        ຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍ່ໄດ້ຕ້ອນຮັບທ່ານ  U Tint Swai ປະທານສະມາຄົມມິດຕະພາບ ມຽນມາ - ຫວຽດນາມ. ນະທີ່ນີ້, ທ່ານ ຫງວຽນຊວັນຟຸກ ສະເໜີໃຫ້ສະມາຄົມ ຈົ່ງເອົາໃຈໃສ່ເຖິງເລື່ອງເປັນຂົວຕໍ່ໃຫ້ແກ່ບັນດາວິສາຫະກິດໃຫ້ຫຼາຍກວ່າອີກ; ຈັດຕັ້ງບັນດາການເຄື່ອນໄຫວໃຫ້ແທດຈິງກວ່ານີ້ຕື່ມອີກ ເພື່ອແນໃສ່ໂຄສະນາເຜີຍແຜ່, ແນະນໍາກ່ຽວກັບປະເທດຊາດ, ປະຊາຊົນ, ປະຫວັດສາດ, ວັດທະນະທໍາ ແລະ ຜົນງານການພັດທະນາຂອງຫວຽດນາມ ແລະ ມຽນມາ. ສ່ວນທານ U Tint Swai ສະເໜີໃຫ້ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສ້າງເງື່ອນໄຂໃຫ້ສະມາຄົມມິດຕະພາບສອງປະເທດ ຊຸກຍູ້ບັນດາການເຄື່ອນໄຫວພົວພັນແລກປ່ຽນລະຫວ່າງບັນດາອົງການຈັດຕັ້ງມະຫາຊົນສອງປະເທດ, ໂດຍສະເພາະແມ່ນແມ່ຍິງ, ຊາວໜຸ່ມ; ຖືການພົວພັນແລກປ່ຽນລະຫວ່າງໄວໜຸ່ມສອງປະເທດເປັນສໍາຄັນ ເພື່ອຊອກຮູ້ກ່ຽວກັບມູນເຊື້ອການພົວພັນມິດຕະພາບ. ພ້ອມກັນນັ້ນ, ກໍ່ສົ່ງເສີມການເຊື່ອມຕໍ່ເປີດສູນສອນພາສາຫວຽດ ແລະ ພາສາ ມຽນມາ ຢູ່ Yangon; ຍູ້ແຮງການເຊື່ອມຕໍ່ການພົວພັນ ແລະ ຮ່ວມມືລະຫວ່າງບັນດານະຄອນໃຫຍ່ຂອງສອງປະເທດ.

        ແລະກໍໃນຕອນເຊົ້າຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍໄດ້ໄປຢ້ຽມຢາມ ທະນາຄານ ລົງທຶນ ແລະ ພັດທະນາ ຫວຽດນາມ BIDV ສາຂາ ຢູ່ Yangon; ເຂົ້າຮ່ວມພິທີເປີດສະຫຼອງ ຫ້ອງການຕາງໜ້າແຫ່ງທໍາອິດຂອງ ທະນາຄານ HDBank ຢູ່ Yangon, ປະເທດມຽນມາ; ຢ້ຽມຢາມ ເຂດ Yangon Myanmar Center ຂອງບໍລິສັດ Thaco ແລະ ໃຫ້ການຕ້ອນຮັບທ່ານ U Phyo Min Thein ຜູ້ວ່າການເຂດ Yangon, ປະເທດມຽນມາ.


ຕອບກັບ

ຂ່າວ/ບົດ​ອື່ນ