ການເຄື່ອນໄຫວຕ່າງໆຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ຢູ່ແຂວງ ຢຸນໜານ, ຈີນ

(VOVWORLD) - ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ຕ້ອນຮັບການນຳກຸ່ມບໍລິສັດຈຳນວນໜຶ່ງຂອງ ຈີນ.
ການເຄື່ອນໄຫວຕ່າງໆຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ຢູ່ແຂວງ ຢຸນໜານ, ຈີນ - ảnh 1(ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຕ້ອນຮັບປະທານກຸ່ມບໍລິສັດ SUNWAH)

        ໂດຍສືບຕໍ່ການຢ້ຽມຢາມ ຈີນ ຢ່າງເປັນທາງການ, ແຕ່ວັນທີ 07 – 12 ເມສາ, ຕອນເຊົ້າວັນທີ 12 ເມສາ, ຢູ່ນະຄອນ ຄຸນໝິງ, ແຂວງ ຢຸນໜານ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ຕ້ອນຮັບການນຳກຸ່ມບໍລິສັດຈຳນວນໜຶ່ງຂອງ ຈີນ.

        ທີ່ການຕ້ອນຮັບປະທານກຸ່ມບໍລິສັດ SUNWAH, ທ່ານ Jonathan Choi, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ຊົມເຊີຍກຸ່ມບໍລິສັດທີ່ສືບຕໍ່ພັດທະນາຢູ່ ຫວຽດນາມ, ທ່ານປາດຖະໜາວ່າ, ກຸ່ມບໍລິສັດຈະສຸມໃສ່ຊຸກຍູ້ການຮ່ວມມືລະຫວ່າງບັນດາແຂວງຢູ່ເຂດຊາຍແດນ ຫວຽດນາມ ກັບບັນດາແຂວງ ຂອງ ຈີນ; ຄົ້ນຄວ້າການຮ່ວມມື 2 ຝ່າຍໃນການຖ່າຍທອດເຕັກໂນໂລຊີ, ຍົກສູງກຳລັງເຊື່ອມຕໍ່ລະບົບຜະລິດຕະພັນ.

        ທີ່ການແລກປ່ຽນກັບການນຳກຸ່ມບໍລິສັດລົງທຶນພະລັງງານ ຢຸນໜານ (YEIG), ທ່ານປະທານສະພາແຫ່ງຊາດ ເນັ້ນໜັກວ່າ, ບັນດາແຂວງທາງພາກເໜືອຂອງ ຫວຽດນາມ ມີຄວາມສາມາດບົ່ມຊ້ອນພັດທະນາພະລັງງານທົດແທນ. ກຸ່ມບໍລິສັດສາມາດຄົ້ນຄວ້າການເຂົ້າຮ່ວມ ດ້ວຍບົດບາດເປັນຄູ່ຮ່ວມມືພັດທະນາໃໝ່ໃນໂຄງການພະລັງງານສະອາດຈຳນວນໜຶ່ງ. ພ້ອມກັນນັ້ນ, ທ່ານກໍ່ປາດຖະໜາວ່າ, ວິສາຫະກິດ 2 ປະເທດເພີ່ມທະວີການລົງທຶນເຂົ້າຕະຫຼາດຂອງກັນ, ນັບທັງດ້ານການຄ້າ, ການລົງທຶນ, ການຜະລິດ.

ການເຄື່ອນໄຫວຕ່າງໆຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ຢູ່ແຂວງ ຢຸນໜານ, ຈີນ - ảnh 2(ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຕ້ອນຮັບທ່ານ ຊວນຢຸງຄວນ, ປະທານສະພາບໍລິຫານບໍລິສັດລົດໄຟຟ້າ ຕາຫຼຽນ)

        ທີ່ການຕ້ອນຮັບທ່ານ ຊວນຢຸງຄວນ, ປະທານສະພາບໍລິຫານບໍລິສັດລົດໄຟຟ້າ ຕາຫຼຽນ (ຈີນ), ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໃຫ້ຮູ້ວ່າ, ຫວຽດນາມ ກໍມີການກຳນົດທິດພັດທະນາຂະແໜງອຸດສາຫະກຳລົດໄຟຟ້າ, ສະນັ້ນ, ນອກຈາກການເຂົ້າຮ່ວມການປະມູນບັນດາໂຄງການໃຫຍ່, ບໍລິສັດອາດຈະແບ່ງປັນບົດຮຽນ, ເຕັກນິກ, ເຕັກໂນໂລຊີ, ສ້າງບັນດາຮາກຖານຜະລິດລົດຫົວຈັກ, ໂຄງລົດ, ໜູນຊ່ວຍໃຫ້ຂະແໜງທາງລົດໄຟ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ