ການເຄື່ອນໄຫວຕ່າງໆຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ຢູ່ ອິນເດຍ

(VOVWORLD) -2 ຝ່າຍໄດ້ເຫັນດີຊຸກຍູ້ຈັດຕັ້ງບັນດາການເຄື່ອນໄຫວຢ່າງແທດຈິງ, ມີຄວາມໝາຍ, ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດໃນປີ 2022 ເພື່ອແນໃສ່ຍົກສູງຄວາມຮັບຮູ້ ແລະ ເຂົ້າໃຈເຊິ່ງກັນ ແລະ ກັນຂອງປະຊາຊົນ 2 ປະເທດ
ການເຄື່ອນໄຫວຕ່າງໆຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ຢູ່ ອິນເດຍ  - ảnh 1(ທ່ານປະທານສະແຫ່ງຊາດ ເວືອງດິ່ງເຫ້ວ ພົບປະກັບທ່ານປະທານສະພາຕ່ຳ Om Birla)

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານປະທານສະພາຕ່ຳ ແລະ ສະພາສູງ ອິນເດຍ Om Birla ແລະ Venkaiah Naudu, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄປຢ້ຽມຢາມ ອິນເດຍ ຢ່າງເປັນທາງການ ໃນລະຫວ່າງວັນທີ 15 – 19 ທັນວາ 2021.

        ວັນທີ 16 ທັນວາ, ຢູ່ນະຄອນຫຼວງ New Delhi, ປະເທດ ອິນເດຍ, ທ່ານປະທານສະແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ດຳເນີນການພົບປະກັບທ່ານປະທານສະພາຕ່ຳ ອິນເດຍ Om Birla.

        ທີ່ການພົບປະ, 2 ຝ່າຍໄດ້ເຫັນດີຊຸກຍູ້ຈັດຕັ້ງບັນດາການເຄື່ອນໄຫວຢ່າງແທດຈິງ, ມີຄວາມໝາຍ, ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດໃນປີ 2022 ເພື່ອແນໃສ່ຍົກສູງຄວາມຮັບຮູ້ ແລະ ເຂົ້າໃຈເຊິ່ງກັນ ແລະ ກັນຂອງປະຊາຊົນ 2 ປະເທດ; ສະແດງຄວາມຊົມເຊີຍເມື່ອການຄ້າ 2 ສົ້ນລະຫວ່າງ 2 ປະເທດໄດ້ເພີ່ມຂຶ້ນຢ່າງໄວ ຄິດສະເລ່ຍເກືອບ 20% ຕໍ່ປີ ໃນໄລຍະ 5 ປີຜ່ານມາ, ບັນລຸ 12 ຕື້ USD ໃນປີ 2021, ມຸ່ງໄປເຖິງເປົ້າໝາຍນຳວົງເງິນການຄ້າໃຫ້ບັນລຸ 15 ຕື້ USD/ປີ ໃນຊຸມປີຕໍ່ໄປ ບົນພື້ນຖານບັນດາມາດຕະການ ແລະ ທິດທາງທີ່ໄດ້ວາງອອກຢ່າງລະອຽດ.

        2 ຝ່າຍເຫັນດີເປີດກວ້າງການຮ່ວມມືໃນຂົງເຂດພະລັງງານ, ວິທະຍາສາດເຕັກໂນໂລຊີ, ພັດທະນາແບບຍືນຍົງ, ເສດຖະກິດຂຽວ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ; ຄວນເປີດສາຍການບິນໂດຍກົງລະຫວ່າງ 2 ປະເທດໂດຍໄວ ແລະ ຮັບຮູ້ໜັງສືຜ່ານແດນວັກຊິນຂອງກັນ ເພື່ອແນໃສ່ເພີ່ມທະວີການພົວພັນແລກປ່ຽນປະຊາຊົນຂອງ 2 ປະເທດ…

        ການນຳສະພາແຫ່ງຊາດ 2 ທ່ານໄດ້ຢືນຢັນຄວາມສຳຄັນຂອງເລື່ອງຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) 1982, ພ້ອມທັງສະເໜີໃຫ້ 2 ຝ່າຍເພີ່ມທະວີການເຄື່ອນໄຫວຮ່ວມມືທາງສະພາແຫ່ງຊາດ ໃນຂອບເຂດ 2 ຝ່າຍ ແລະ ຢູ່ເວທີປາໄສຫຼາຍຝ່າຍ.

        ເນື່ອງໃນໂອກາດນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ເຊື້ອເຊີນທ່ານປະທານສະພາຕ່ຳ ອິນເດຍ Om Birla ມາຢ້ຽມຢາມ ຫວຽດນາມ ໃນຈຸດເວລາທີ່ສະດວກ ແລະ ທ່ານ Om Birla ຕອບຮັບຄຳເຊື້ື້ອເຊີນດ້ວຍຄວາມຍິນດີ.

ຕອບກັບ

ຂ່າວ/ບົດ​ອື່ນ