ການເຄື່ອນໄຫວຕ່າງໆຂອງທ່ານຮອງນາຍົກລັດຖະມົນຕີຟ້າມບິ່ງມິງຢູ່ອາເມລິກາ

ການເຄື່ອນໄຫວຕ່າງໆຂອງທ່ານຮອງນາຍົກລັດຖະມົນຕີຟ້າມບິ່ງມິງຢູ່ອາເມລິກາ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ພົບ​ປະກັບ
ລັດຖະມົນຕີ​ວ່າ​ການ​ກະຊວງ​ການ​ຕ່າງປະ​ເທດ​ບຸນ​ກາຣີ
(ພາບ: TTXVN)


(vovworld) – ​ໃນ​ຂອບ​ເຂດ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ຄະນະ​ຜູ​້​ແທນ​ຂັ້ນ​ສູງ​ຫວຽດນາມ ຢູ່​ນິວຢອກ, ປະ​ເທດ​ອາ​ເມ​ລິ​ກາ, ວັນ​ທີ 27/09, ຕາມ​ເວລາ​ອາ​​ເມ​ລິ​ກາ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽ​ດນາມ ​ຟ້າມບິ່ງມິງ ​ໄດ້​ມີ​ການ​ພົບ​ປະ​ກັບ​ລັດຖະມົນຕີ​ການ​ຕ່າງປະ​ເທດບຸນ​ກາຣີ​,​ແດນ​ມາ​ກ​ ​ແລະ ກາ​ເມຣູນ.

        ທີ່​ການ​ພົບ​ປະກັບ​ທ່ານ​ລັດຖະມົນຕີ​ວ່າ​ການ​ກະຊວງ​ການ​ຕ່າງປະ​ເທດ​ບຸນ​ກາຣີ, Daniel Mitov, ທ່ານ​ຮອງ​ນາຍົກລັດຖະມົນ​ຕີ ຟ້າ​ມບິ່ງ​ມິ​ງ ​ເນັ້ນ​ໜັກ​​ເຖິງ​ການ​ຢ້ຽມຢາມ​ບຸນ​ກາຣີ ຢ່າງ​ເປັນ​ທາງ​ການຂອງ​ທ່າ​ນນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​​ເມື່ອ​ເດື​ອນ 06/2015 ຜ່ານ​ມາ ​ແມ່ນ​ຂີດ​ໝາຍ​ສຳຄັນ, ປະກອບສ່ວນ​ນຳ​ການ​ພົວພັນ​ມິດຕະພາບ​ທີ່​ເປັນມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ 2 ປະ​ເທດ​ໃຫ້​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່. 2 ກະຊວງ​ການ​ຕ່າງປະ​ເທດ ​ແລະ ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ຂອງ 2 ປະ​ເທດ ຕ້ອງສືບ​ຕໍ່ສົມທົບ​ກັນ​ຢ່າງ​ແຮ​ງ​ ​ເພື່ອ​ຜັນ​ຂະຫຍາຍ​ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ​​້​ໃນ​ການ​ຢ້ຽມຢາມ​ດັ່ງກ່າວ. ສ່ວນ​ທ່ານ Daniel Mitov​, ​ເນັ້ນ​ໜັກ​ວ່າ, 2 ຝ່າຍ​ຕ້ອງ​ກະກຽມ​ໃຫ້​ກອງ​ປະຊຸ​ມຄະນະ​ກຳມະການ​ປະສົມ 2 ຝ່າຍ​ໃນ​ເດືອນ 11 ຈະ​ມາ​ເຖິງ​ໃຫ້​ເປັນ​ຢ່າງ​ດີ, ພ້ອມກັນ​ນັ້ນ, ​ທັງ 2 ກະຊວງ​ການ​ຕ່າງປະ​ເທດ ກໍ​ຕ້ອງກະກຽ​ມ​ໃຫ້ການ​ຢ້ຽມຢາມ​ຫວຽດນາມ ຂອງ​​ຮອງ​ປະທານາທິບໍດີ​ບຸ​ນກາຣີ, ກໍ​ຄືກ​ອງປະຊຸມ​ທາ​ບທາມ​ຄວາມ​ເຫັນ​ດ້ານ​ການ​ເມືອ​ງລະຫວ່າງ 2 ກະຊວງ​ການ​ຕ່າງປະ​ເທດ​ໃນ​ປີ 2015 ຢ່າງ​ມີ​ປະສິດທິ​ຜົນ.

        ທີ່​ການ​ພົບ​ປະ​ກັບທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ແດນ​ມາກ Kristian Jense, ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ປາດ​ຖະໜາ​ວ່າ 2 ປະ​ເທດ​ເພີ່ມ​ທະວີ​ການ​ຮ່ວມ​ໃນ​ບັນດາ​ຂົງ​ເຂດ​ຄື​ການ​ຄ້າ - ການ​ລົງທຶນ, ວິທະຍາສາດ​ເຕັກ​ໂນ​ໂລ​ຊີ, ການ​ເຕີບ​ໂຕ​ຂຽວ… ກວ່າ​ອີກ. ທ່ານ Kristian Jense ຢືນຢັນ​ວ່າ, ​ແດນ​ມາກ​ຈະ​ສືບ​ຕໍ່​ໜູນ​ຊ່ວຍ​ຫວຽດນາມ​ໃນ​ຂົງ​ເຂດ​ສຶກສາ, ພັດທະນາ​ຂຽວ​​ແບບ​ຍືນ​ຍົງ. ລັດຖະມົນຕີ 2 ທ່ານ ກໍ​ເຫັນ​ດີ​ກ່ຽວ​ກັບ​ເລື່ອງ​ພິຈາລະຈາ​ລົງ​ນາມ​ໃນຂໍ້​ຕົກລົງ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ສຶກສາ, ພ້ອມ​ທັງ​ຊຸກຍູ້​ໃຫ້​ 2 ກະຊວງ​ການ​ຕ່າງປະ​ເທດ ຜັນ​ຂະຫຍາຍ​ແຜນການ​ກະທຳ​ຫວຽດນາມ - ​ແດນ​ມາກ 2014 – 2015 ​ແລະ ສ້າງ​ແຜນການ​ກະທຳ​ໃໝ່​ໃນ​ປີ 2016 – 2017.

        ​ໃນ​ການ​ພົບ​ປະກັບທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ກາ​ເມ​ີຣູນ Piere Moukoko Mbonjo, ທ່າ​ນຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ຢືນຢັນ​ວ່າ ຫວຽດນາມ ປາດ​ຖະໜາ​ຢາກ​ຊຸກຍູ້​ການ​ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດກັບ ກາ​ເມີ​ຣູນ. ​ໃນ​ຕໍ່​ໜ້າ, 2 ຝ່າ​ຍ​ເຫັນ​ດີ​ເພີ​່ມທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ, ທ້ອງ​ຖິ່ນ, ວິ​ສາ​ຫະກິດ ​ເພື່ອ​ແນ​ໃສ່​ສ້າງ​ກາລະ​ໂອກາ​ດພົບ​ປະ, ຊອກ​ຮູ້​ຕະຫຼາດ​ຂອງ​ກັນ. ທ່ານ​ຮອງ​ນາຍົກລັດຖະມົນຕີ ສະ​ເໜີ​ໃຫ້ 2 ຝ່າຍ​ແລກປ່ຽນ, ​ເຈລະຈາ ​ແລະ ລົງ​ນາມ​ໃນ​ສັນຍາ​ສົ່ງ​ເສີມ ​ແລະ ອາລັກຂາ​ແກ່​ການ​ລົງທຶນ ​ແລະ ສັນຍາ​ຫຼິກລ້ຽນ​ການ​ເກັບ​ພາສີ​ຊ້ອນ ​ໂດຍ​ໄວ… ທ່ານ Piere Moukoko Mbonjo ຢືນຢັນ​ວ່າ, ລັດຖະບານ ກາ​ເມີຣູນ ປາດ​ຖະນາ​ຢາກ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ​ກັບ​ຫວຽດນາມ, ສ້າງ​ເງື່ອນ​ໄຂສະດວກ​ໃຫ້​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ,​ ​ໃນ​ນັ້ນ​ມີ​ຫວຽດນາມ, ທຳ​ມາ​ຫາ​ກິນ​ຢູ່​ກາ​ເມີຣູນ.

ຂ່າວ/ບົດ​ອື່ນ