ການເຄື່ອນໄຫວຕ່າງໆຂອງທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງຢູ່ຈີນ

ການເຄື່ອນໄຫວຕ່າງໆຂອງທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງຢູ່ຈີນ - ảnh 1
ທ່ານ​ເລຂາທິການ​ໃຫຍ່​ ຫງວຽນ​ຟູ໋ຈ້ອງ ແລະ
ທ່ານ​ອີ​ເຈີ້​ງ​ເສິ່ງ,ປະທານ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ ຈີນ
(ພາບ: TTXVN)

(vovworld) - ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ສປ ຈີນ​ຢ່າງ​ເປັນ​ທາງ​ການ, ຕອນ​ຄຳ່​ວັນ​ທີ 13/1, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ​ ​ໄດ້​ເຂົ້າ​ຮ່ວມ​ “ງານ​ພົບ​ປະ​ມິດຕະພາບ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 67 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ຈີນ ​ແລະ ຕ້ອນຮັບ​ປີ​ໃໝ່ 2017“. ກ່າວ​ຄວາມ​ເຫັນ​ທີ່​ງານ​ພົບ​ປະ, ທ່ານ​ເລຂາທິການ​ໃຫຍ່​ ຫງວຽນ​ຟູ໋ຈ້ອງ ​ເນັ້ນ​ໜັກ​ວ່າ, ພັກ , ລັດ ​ແລະ ປະຊາຊົນ ຫວຽດນາມ ຍາມ​ໃດ​ກໍ່​ເຄົາລົບ ​ແລະ ຮູ້​ບຸນຄຸນ​ຕໍ່​ການ​ສະໜັບສະໜູນ, ການ​ຊ່ວຍ​ເຫຼືອສຸດ​ຈິດ​ສຸດ​ໃຈ​ຂອງ​ພັກ , ລັດ ​ແລະ ປະຊາຊົນ ຈີນ ທີ່​ມີ​ຕໍ່​ພາລະກິດ​ຕໍ່ສູ້​ປົດ​ປ່ອຍ​ຊາດ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ​ຂອງ​ປະຊາຊົນ ຫວຽດນາມ.

        “67 ປີຜ່ານມາ, ​ເຖິງ​ວ່າ​ມີ​ບາງ​ໄລຍະ​ມີ​ການ​ຜັນ​ແປ​ກໍ່ຕາມ, ​ແຕ່​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຍັງ​ຄົງ​ແມ່ນ​ການ​ພົວພັນ​ຕົ້ນຕໍ​ລະຫວ່າງ​ສອງ​ປະ​ເທດ. ຫວຽດນາມ ​ແລະ ຈີນ​ແມ່ນ​ສອງ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ, ມີ​ລະບອບ​ການ​ເມືອງ​ທີ່​ຄ້າຍຄື​ກັນ, ​ແລະ ພວມ​ພ້ອມ​ກັນ​ດຳ​ເນີນ​ການ​ປ່ຽນ​ໃໝ່, ​ເຊື່ອມ​ໂຍງ ​ແລະ ລົງ​ເລິກ​ການ​ປະຕິ​ຮູບ, ​ເປີດ​ປະຕູ​ເພື່ອ​ພັດທະນາ, ກ້າວ​ຂຶ້ນ​ສັງຄົມ​ນິຍົມ; ຄວາມ​ມີ​ສະຖຽນ​ລະ​ພາບ, ການ​ພັດທະນາ​ຂອງ​ແຕ່ລະ​ປະ​ເທດ​ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ​ສຳລັບ​ສອງ​ປະ​ເທດ. ດັ່ງ​ນັ້ນ, ການ​ປັບປຸງ, ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ຍຸດ​ທະ​ສາດຮອບດ້ານ ຫວຽດນາມ - ຈີນ​​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ປອດ​ໃສ ​ແລະ ບໍ່​ຢຸດ​ຢັ້ງ, ມີ​ສະຖຽນ​ລະ​ພາບ, ນັບ​ມື້​ນັບ​ດີງາມ​ນັ້ນ, ທັງ​ແມ່ນ​ຄວາມ​ຮັບຜິດຊອບ​ໜ້າ​ທີ່​ປະຫວັດສາດ, ທັງ​​ແມ່ນ​ຄວາມ​ຮຽກຮ້ອງ​ຕ້ອງການ​ພາວະ​ວິ​​ໄສ, ​ເໝາະ​ສົມ​ກັບ​ຜົນ​ປະ​ໂຫຍ​ດພື້ນຖານ, ຍາວ​ນານ​ຂອງ​ປະຊາຊົນ​ສອງ​ປະ​ເທດ, ມີ​ຜົນ​ປະ​ໂຫຍ​ດ​ໃຫ້​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ຢູ່​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ“.

        ສ່ວນ​ທ່ານ​ອີ​ເຈີ້​ງ​ເສິ່ງ, ປະທານ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ ຈີນ ​ເນັ້ນ​ໜັກ​ວ່າ, ພັກ ​ແລະ ລັດ ຈີນ ຖື​ເປັນ​ສຳຄັນ​ທີ່​ສຸດ​ຕໍ່​ການ​ພັດທະນາ​ການ​ພົວພັນ​ກັບ ຫວຽດນາມ, ຖື​ການ​ພົວພັນ​ລະຫວ່າງ ຈີນ - ຫວຽດນາມ​ ​ແມ່ນ​ທີ່​ຕັ້ງ​ສຳຄັນ​ພິ​ເສດ​ໃນ​ວຽກ​ງານ​ພົວພັນ​ຕ່າງປະ​ເທດ​ກັບ​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ. ທ່ານ​ຍັງ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ, ດ້ວຍ​ຄວາມ​ມານະ​ພະຍາຍາມ​ລວມ, ຄວາມ​ສາມັກຄີ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ, ​ໃນ​ປີ​ໃໝ່​ນີ້, ການ​ພົວພັນ ຈີນ - ຫວຽດນາມ ຈະ​ມີ​ກາລະ​ໂອກາດ​ພັດທະນາ​ໃໝ່​ຫຼາຍ​ຢ່າງ, ສ້າງ​ໜ້າ​ປະຫວັດສາດ​ແຫ່ງ​ການ​ຮ່ວມ​ມື​ໃໝ່, ນຳ​ມາ​ເຊິ່ງຄວາມ​ຜາ​ສຸກ​ໃຫ້​ປະຊາຊົນ​ສອງ​ປະ​ເທດ​ຢ່າງ​ແນ່ນອນ.

        ຕອນ​ເຊົ້າ​ວັນ​ທີ 14/1, ທ່ານ​ເລຂາທິການ​ໃຫຍ່​ ຫງວຽນ​ຟູ໋ຈ້ອງ ​ໄດ້​ມາ​ວາງ​ພວງມາລາ​ທີ່​ອະນຸສາວະລີ ປະທານ ​ໂຮ່ຈີ​ມິນ ​ໃນ​ບໍລິເວ​ນສະຖານທູດ ຫວຽດນາມ​ປະຈຳ​ຈີນ ​ແລະ​ໂອ້​ລົມ​ກັບ​ພະນັກງານ, ພາລະ​ກອນ ສະຖານທູດ, ຜູ້ຕາງໜ້າ​ບັນດາ​ວິ​ສາ​ຫະກິດ, ນັກ​ສຶກສາ ​ແລະ ຊາວ ຫວຽດນາມ​ທີ່​ພວມ​ດຳລົງ​ຊີວິດ​ຢູ່​ຈີນ. ​ແລະ ກໍ່​ໃນ​ຕອນ​ເຊົ້າ​ວັນ​ທີ 14/1, ທ່ານ​ເລຂາທິການ​ໃຫຍ່​ ຫງວຽນ​ຟູ໋ຈ້ອງ ​ໄດ້​ໄປ​ຢ້ຽມຢາມ​ນະຄອນ ຂ໋າງ​ເຈົາ , ​ແຂວງ ​ເຈືອ​ຈ້ຽງ, ສືບ​ຕໍ່​ການ​ຢ້ຽມຢາມ ຈີນ ຢ່າງ​ເປັນ​ທາງ​ການ.

 

 

 

 

ຂ່າວ/ບົດ​ອື່ນ