ການເຄື່ອນໄຫວຕ່າງໆຂອງວັນບຸນວັດທະນະທຳບັນດາເຜົ່າເຂດຕາເວັນອອກສ່ຽງເໜືອ (ດົງບັກ)

(VOVWORLD) - ໄປຄຽງຄູ່ກັນນັ້ນແມ່ນການວາງສະແດງຮູບພາບ ແລະ ຫຼາຍຮ້ານວາງສະແດງໄດ້ແນະນຳເຄື່ອງຂອງທີ່ເປັນເອກະລັກສະເພາະຢູ່ເຂດພູດອຍຂອງບັນດາຊົນເຜົ່າເຂດ ດົງບັກ.

ໃນຕອນຄ່ຳວັນທີ 2 ພະຈິກ, ຢູນະຄອນ ຫວີງອຽນ, ກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ໄດ້ສົມທົບກັບແຂວງ ຫວີງຟຸກ ໄຂ “ງານບຸນວັດທະນະທຳບັນດາແຂວງ ດົງບັກ” ຄັ້ງທີ 10.  ກ່ອນໜ້ານັ້ນ, ໃນຕອນເຊົ້າວັນດຽວກັນ, ໄດ້ຈັດຕັ້ງການເຄື່ອນໄຫວວັດທະນະທຳ, ສິລະປະມະຫາຊົນ, ການເຄື່ອນໄຫວກິລາທີ່ເປັນມູນເຊື້ອ ແລະ ການລະຫຼິ້ນບັນເທິງຂອງບັນດາຊົນເຜົ່າເຂດ ດົງບັກ ຫຼາຍຢ່າງ. ໄປຄຽງຄູ່ກັນນັ້ນແມ່ນການວາງສະແດງຮູບພາບ ແລະ ຫຼາຍຮ້ານວາງສະແດງໄດ້ແນະນຳເຄື່ອງຂອງທີ່ເປັນເອກະລັກສະເພາະຢູ່ເຂດພູດອຍຂອງບັນດາຊົນເຜົ່າເຂດ ດົງບັກ. ເອື້ອຍ ເລທິທູຮ່າ, ຫົວໜ້າຫ້ອງການຄຸ້ມຄອງວັດທະນະທຳ, ພະແນກວັດທະນະທຳ - ກິລາ - ທ່ອງທ່ຽວແຂວງ ທ໊າຍງວຽນ, ໃຫ້ຮູ້ວ່າ:

        “ເມື່ອເຂົ້າຮ່ວມງານບຸນນີ້, ແຂວງໃດກໍ່ມີການກະກຽມຢ່າງລອບຄອບຖີ່ຖ້ວນ. ຄະນະຈັດຕັ້ງກໍ່ໄດ້ຈັດແບ່ງບັນດາຮ້ານວາງສະແດງໃຫ້ບັນດາແຂວງໄດ້ເຂົ້າຮ່ວມງານບຸນຢ່າງຄົບຖ້ວນ.”

        ງານບຸນວັດທະນະທຳບັນດາຊົນເຜົ່າເຂດ ດົງບັກ ຄັ້ງທີ 10 ມີ 9 ແຂວງເຂດດົງບັກ ເຂົ້າຮ່ວມ ແລະ ຄະນະ ແທັງຮ໊ວາແມ່ນແຂກຖືກເຊີນ. ງານບຸນໄດ້ຈັດຕັ້ງແຕ່ວັນທີ 2 -4 ພະຈິກ.

ຕອບກັບ

ຂ່າວ/ບົດ​ອື່ນ