ການເຄື່ອນໄຫວຕ່າງໆຂຳ່ນັບຮັບຕ້ອນວັນວິສາຂະບູຊາ2016-ພສ2560

ການເຄື່ອນໄຫວຕ່າງໆຂຳ່ນັບຮັບຕ້ອນວັນວິສາຂະບູຊາ2016-ພສ2560 - ảnh 1
ຄະນະ​ກຳມະການ​ແນວ​ໂຮ​ມປະ​ເທດ​ຊາດ ​ແຂວງ ຫວີງ​ລອງ ​ໄດ້​ພົບ​ປະ​ກັບ​ບັນດາ​ຜູ້​ມີ​ຍົດ​ຖາ​ບັນດາສັກ​ຂອງ​ສະມາຄົມ​ພຸດທະ​ສາສະໜາ
(ພາບ:Phạm Minh Tuấn-TTXVN)

(vovworld) – ວັນ​ທີ 17/5, ຄະນະ​ກຳມະການ​ແນວ​ໂຮ​ມປະ​ເທດ​ຊາດ ​ແຂວງ ຫວີງ​ລອງ ​ໄດ້​ພົບ​ປະ​ກັບ​ບັນດາ​ຜູ້​ມີ​ຍົດ​ຖາ​ບັນດາສັກ​ຂອງ​ສະມາຄົມ​ພຸດທະ​ສາສະໜາ ຫວຽດນາມ ​ໃນ​ບໍລິ​ເວນ​ແຂວງ ​ເນື່ອງ​ໃນ​ໂອກາດ​ວັນ​ວິ​ສາ​ຂະ​ບູຊາ​ປີ 2016 - ພສ 2560. ທີ່​ການ​ພົບປະ, ການ​ນຳ​ແຂວງ ຫວີງ​ລອງ ຫວັງ​ວ່າ: ບັນດາ​ຜູ້​ມີ​ຍົດ​ສັກ​ຕຳ​ແໜ່​ງທາງ​ສາສະໜາພ້ອມ​ກັບ​ບັນດາພຸດທະ​ສາສະ​ນິກກະ​ຊົນ, ພະສົງ​ສຳມະ​ເນ​ນ​ໃນ​ແຂວງ ສືບ​ຕໍ່​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ນຳ້​ໃຈ “ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ​ປະຊາຊົນ​ຢູ່​ເຢັນ​ເປັນ​ສຸກ” ​ແລະ ທິດ​ນຳ​​ການເຄື່ອນ​ໄຫວ “​ເທດ​ສະໜາ​ທຳ​ມະ - ​ຊາດ - ສັງຄົມ​ນິຍົມ” ຂອງ​ພຸດທະ​ສາສະໜາ ຫວຽດນາມ ​ໄລຍະ​ປ່ຽນ​ໃໝ່, ​ເສີມ​ຂະຫຍາຍ​ນຳ້​ໃຈ​ສາມັກ​ຄີ - ປອງ​ດອງ, ຮ່ວມ​ເດີນທາງ​ພ້ອມ​ກັບ​ປະ​ເທດຊາດ…

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ​ແຂວງ ຫວີງ​ຟຸກ ​ໄດ້​​ແຕ່ງ​ຕັ້ງ​ຄະນະ​​ໄປ​ຢ້ຽມຢາມ, ມອບ​ຂອງຂວັນ​ໃຫ້​ຄະນະ​ບໍລິຫານ​ງານ​ພຸດທະ​ສາສະໜາ​ເມືອງ ຫວີງ​ເຕື່ອງ, ຄະນະ​ບໍລິຫານ​ງານ​ພຸດທະ​ສາສະໜາ​ເມືອງ ອຽນ​ລາກ, ພ້ອມ​ກັບ​ບັນດາ​ພຸດ​ທະ​ສາສະ​ນິກກະ​ຊົນ, ພະສົງ​ສຳມະ​ເນ​ນຢູ່​ວັດ​ບາງ​ແຫ່ງ​ໃນ​ບໍ​ລິ​ເວນແຂວງ.


ຂ່າວ/ບົດ​ອື່ນ