ການເຄື່ອນໄຫວຕ່າງໆຕ້ອນຮັບບຸນໄຫວ້ພະຈັນດຳເນີນຢູ່ຫລາຍທ້ອງຖິ່ນໃນທົ່ວປະເທດ

(VOVWORLD) -ຕອນຄ່ຳວັນທີ 30 ກັນຍາ ຢູ່ສູນພົວພັນແລກປ່ຽນວັດທະນະທຳຄຸ້ມເມືອງເກົ່າ ຮ່າໂນ້ຍ, ຄະນະຄຸ້ມຄອງຄຸ້ມເມືອງເກົ່າ ຮ່າໂນ້ຍ ໄດ້ໄຂບັນດາການເຄື່ອນໄຫວວັດທະນະທຳບຸນໄຫວ້ພະຈັນປີ 2017.

ການເຄື່ອນໄຫວຕ່າງໆຕ້ອນຮັບບຸນໄຫວ້ພະຈັນດຳເນີນຢູ່ຫລາຍທ້ອງຖິ່ນໃນທົ່ວປະເທດ - ảnh 1 ບັນຍາກາດຕ້ອນຮັບບຸນໄຫວ້ພະຈັນຢູ່ຖະຫນົນສາຍຕ່າງໆຢູ່ຮ່າໂນ້ຍ

ພາບ:TTVH

ຢູ່ ສາລາບ້ານ ດົ່ງລາກ ເຮືອນເລກທີ 38 ຖະຫນົນ ຮ່າງດາວ, ວິຫານ ກວານເດ ຢູ່ ຖະຫນົນຮ່າງບວມ ແລະ ຢູ່ ສາລາບ້ານ ກີມເງິນ ຢູ່ ຖະຫນົນ ຮ່າງບາກ, ບັນດານັກສິລະປະການ ໄດ້ແນະນຳວິທີເຮັດເຄື່ອງລະຫລິ້ນພື້ນເມືອງ. ທ່ານນາງ ເຈີນຖູຍລານ, ຮອງຫົວຫນ້າຄະນະຄຸ້ມຄອງຄຸ້ມເມືອງເກົ່າ ຮ່າໂນ້ຍ ໃຫ້ຮູ້ວ່າ:

        “ບຸນໄຫວ້ພະຈັນແມ່ນການເຄື່ອນໄຫວດ້ານວັດທະນະທຳ ດຳເນີນໄປປະຈຳປີ. ປີນີ້ ພວກຂ້າພະເຈົ້າໄດ້ສົມທົບກັບບັນດານັກສິລະປະການໝູ່ບ້ານອາຊີບ ເພື່ອຈັດຕັ້ງບຸນໄຫວ້ພະຈັນຢູ່ບັນດາເຂດປູຊະນີຍະສະຖານ. ຜ່ານການເຄື່ອນໄຫວວັດທະນະທຳນີ້ ພວກຂ້າພະເຈົ້າມີຄວາມປາດຖະຫນາຢາກປະກອບສ່ວນຫນຶ່ງເຂົ້າໃນການອະນຸລັກຮັກສາບັນດາຄຸນຄ່າວັດທະນະທຳພື້ນເມືອງ ພ້ອມທັງສ້າງໂອກາດໃຫ້ພວກນ້ອງນ້ອຍມີຄວາມເຂົ້າໃຈກ່ຽວກັບຄວາມໝາຍຂອງບຸນໄຫວ້ພະຈັນກວ່າອີກ.”

ໃນວັນດຽວກັນຢູ່ ນະຄອນ ແຣກຢາ ແຂວງ ກຽນຢາງ ໄດ້ດຳເນີນວັນບຸນໄຫວ້ພະຈັນປີ 2017 ໂດຍມີການເຂົ້າຮ່ວມຂອງເດັກນ້ອຍທຸກຍາກ 900 ຄົນ. ນະທີ່ນີ້ ພວກນ້ອງໄດ້ຮັບຊົມລາຍການສະແດງສິລະປະ, ຮັບຟັງຈົດໝາຍຂອງທ່ານປະທານປະເທດ ເຈີນດ້າຍກວາງ ເນື່ອງໃນໂອກາດບຸນໄຫວ້ພະຈັນ ແລະ ໄດ້ຮັບຂອງຂວັນຕື່ມອີກ. 

ຕອບກັບ

ຂ່າວ/ບົດ​ອື່ນ