ການເຄື່ອນໄຫວຕ່າງໆຕອບສະໜອງວັນເດັກນ້ອຍສາກົນ ແລະ ເດືອນເຄື່ອນໄຫວເພື່ອເດັກນ້ອຍ ຫວຽດນາມ ປີ 2023

(VOVWORLD) - ສ່ວນຢູ່ນະຄອນ ຫວີງອຽນ,ແຂວງ ຫວີງຟຸກ ກໍ່ໄດ້ຈັດກອງປະຊຸມໃຫຍ່ຫຼານຮັກຂອງລຸງໂຮ່ ແຂວງ ຫວີງຟຸກ, ຄັ້ງທີ VI ປີ 2023.
ການເຄື່ອນໄຫວຕ່າງໆຕອບສະໜອງວັນເດັກນ້ອຍສາກົນ ແລະ ເດືອນເຄື່ອນໄຫວເພື່ອເດັກນ້ອຍ ຫວຽດນາມ ປີ 2023 - ảnh 1ການມອບລາງວັນໃນການແຂ່ງຂັນແຕ້ມຮູບ
(ພາບ:Thanh Tùng/TTXVN)

ຕອນຄ່ຳວັນທີ 31 ພຶດສະພາ, ຢູ່ຮ່າໂນ້ຍ, ໄດ້ຈັດພິທີມອບລາງວັນການແຂ່ງຂັນແຕ້ມຮູບ ແລະ ງານວາງສະແດງພາບແຕ້ມເດັກນ້ອຍທົ່ວປະເທດ ປີ 2023. ພາຍຫຼັງການປຸກລະດົມການແຂ່ງຂັນເປັນເວລາ 3 ເດືອນ, ຄະນະຈັດຕັ້ງໄດ້ຮັບພາບແຕ້ມກ່ວາ 38.000 ແຜ່ນຂອງບັນດາໂຮງຮຽນ, ຫໍວັດທະນະທຳເດັກນ້ອຍ, ບັນດາສູນວິຈິດສິນຂຶ້ນກັບ 44 ແຂວງ, ນະຄອນ ສົ່ງມາເຂົ້າຮ່ວມການແຂ່ງຂັນ. ສະພາສິລະປະໄດ້ເລືອກເອົາພາບແຕ້ມກ່ວາ 400 ແຜ່ນ ເພື່ອວາງສະແດງທີ່ງານວາງສະແດງ ແລະ ມອບລາງວັນໃຫ້ 39 ສ່ວນບຸກຄົນ, 10 ໝູ່ຄະນະທີ່ມີຜົນງານດີເດັ່ນ.

        ສ່ວນຢູ່ນະຄອນ ຫວີງອຽນ,ແຂວງ ຫວີງຟຸກ ກໍ່ໄດ້ຈັດກອງປະຊຸມໃຫຍ່ຫຼານຮັກຂອງລຸງໂຮ່ ແຂວງ ຫວີງຟຸກ, ຄັ້ງທີ VI ປີ 2023.

        ແລະກໍ່ໃນວັນທີ 31 ພຶດສະພາ, ແຂວງ ຈ່າວີງ ໄດ້ປຸກລະດົມການເຄື່ອນໄຫວເພື່ອເດັກນ້ອຍປີ 2023 ດ້ວຍຫົວຂໍ້ “ຮ່ວມແຮງຮ່ວມໃຈຫລຸດຜ່ອນຜົນສະທ້ອນຕໍ່ເດັກນ້ອຍ”. ທ່ານ ເລແທັງບິ່ງ, ຮອງປະທານຄະນະກຳມະການປະຊາຊົນ ແຂວງ ຈ່າວີງ, ໃຫ້ຮູ້ວ່າ:

        “ເນື່ອງໃນໂອກາດເດືອນກະທຳເພື່ອເດັກນ້ອຍ, ບັນດາຂະແໜງການ, ຂັ້ນຕ່າງໆ, ໝູ່ຄະນະ; ອົງການການເມືອງ, ສັງຄົມໄດ້ເຂົ້າຮ່ວມບັນດາກະທຳເພື່ອແນໃສ່ຮັບປະກັນສິດທິ ເດັກເປັນຢ່າງດີ, ພິເສດແມ່ນສິດເບິ່ງແຍງດູແລສຸຂະພາບ, ໄດ້ລະຫຼິ້ນບັນເທິງ; ຈັດຕັ້ງບັນດາການເຄື່ອນໄຫວໜູນຊ່ວຍ, ຢ້ຽມຢາມມອບຂອງຂວັນ, ມອບທຶນການສຶກສາ ແລະ ໜູນຊ່ວຍການກວດ ປິ່ນປົວພະຍາດໃຫ້ແກ່ເດັກນ້ອຍທຸກຍາກ, ເດັກນ້ອຍຊົນເຜົ່າສ່ວນຫນ້ອຍ, ເດັກນ້ອຍທີ່ປະສົມກັບຄວາມຫຍຸ້ງຍາກເປັນພິເສດ, ເດັກກ່ຳພ້າ, ໜູນຊ່ວຍບັນດາຮູບແບບປົກປ້ອງ ແລະ ປ້ອງກັນ, ຕ້ານອຸບັດຕິເຫດສຳລັບເດັກນ້ອຍ”.

ຕອບກັບ

ຂ່າວ/ບົດ​ອື່ນ