ການເຄື່ອນໄຫວຕ່າງໆທີ່ມີຄວາມໝາຍສະຫງວນໃຫ້ແກ່ເດັກນ້ອຍເນື່ອງໃນໂອກາດງານບຸນວັນເພັງເດືອນ8

ການເຄື່ອນໄຫວຕ່າງໆທີ່ມີຄວາມໝາຍສະຫງວນໃຫ້ແກ່ເດັກນ້ອຍເນື່ອງໃນໂອກາດງານບຸນວັນເພັງເດືອນ8 - ảnh 1
ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ຫງວຽນ​ທິຢວານ ເຂົ້າຮ່ວມງານບຸນວັນ​ເພັງ​ເດືອນ 8
(ພາບ: qdnd.vn)

(vovworld) – ຕອນ​ຄຳ່​ວັນ​ທີ 7/9, ຢູ່​ນະຄອນ ​ເກີນ​​ເທີ, ​ໄດ້​ຈັດ​ຕັ້ງ​ລາຍການ “ງານ​ບຸນວັນ​ເພັງ​ເດືອນ 8” ປີ 2014. ກ່າວ​ຄຳ​ເຫັນ​ທີ່​ງານ​ບຸນ, ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ຫງວຽນ​ທິຢວານ ​ໄດ້​ເນັ້ນ​ໜັກ​ວ່າ:

        “ຂ້າພະ​ເຈົ້າ​ຫວັງ​ວ່າ, ຄະນະ​ພັກ, ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ, ອົງ​ການ​ສັງຄົມ ​ແລະ ວົງ​ຄະນະ​ຍາດ ຈົ່ງ​ສະຫງວນ​ທຸກ​ສິ່ງ​ທຸກ​ຢ່າງ​​ໃຫ້​ພວກ​ຫຼານ ຍ້ອນ​ວ່າ​ພວກ​ຫຼານ​ແມ່ນ​ອະນາຄົດ​ຂອງ​ປະ​ເທດ​ຊາດ. ​ໃນ​ໂອກາດ​ບຸນວັນ​ເພັງ​ເດືອນ 8, ພວກ​ເຮົາ​ບໍ່​ປະ​ໃຫ້​ຫຼານ​ໃດ​ບໍ່​ໄດ້​ຕ້ອນຮັບ​ວັນ​ບຸນ​, ບໍ່​ໄດ້​ເຂົ້າ​ຮ່ວມ​ການ​ລະ​ຫຼີ້ນຕ່າງໆ.”

        ​ໃນ​ຂອບ​ເຂດ​ຂອງ​ລາຍການ, ​ໃນ​ວັນ​ທີ 7/9, ​ເຍົາ​ວະ​ຊົນ, ອະນຸຊົນ​ນັບ​ພັນ​ຄົນ​ໄດ້​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ຄື: ​ໄປ​ຢ້ຽມຢາມ​ບັນດາ​ປູຊະນີຍະສະຖານ​ປະຫວັດສາດ, ​ພົບ​ປະ​ແລກປ່ຽນ​ກັບໝູ່​ເພື່ອນ​, ບັນດາ​ການ​ລະ​ຫຼີ້ນພື້ນ​ເມືອງ, ​​ແຕ້​ມຮູບ​ພາບ ​ແລະ ​ເລົ່າ​ເລື່ອງ​ກ່ຽວ​ກັບ​ຊີວິດ, ຄວາມ​ຫວັງ​ຂອງ​ຕົນ..​.​

        ​ໃນ​ຂະນະ​ນັ້ນ, ຢູ່​ນະຄອນ ​ໂຮ່ຈີ​ມິນ, ຕອນຄຳ່​ວັນ​ທີ 7/9, ​ອະນຸຊົນ​ກ່ວາ 1.500 ຫຼານ​ທີ່​ປະສົມ​ກັບ​ຄວາມ​ຫຍຸ​້ງຍາກ​ໄດ້​ເຂົ້າ​ຮ່ວມ​ລາຍການ ຊາຍ​ຄາ​ຄອບຄົວ ຫວຽດນາມ ຢ່າງ​ອົບ​ອຸ່ນ ດ້ວຍ​ຫົວ​ຂໍ້​ວ່າ “ຄຳ່​ຄືນ​ວັນ​ເພັງ” ຄັ້ງ​ທີ 2. ​

        ທີ່“ຄຳ່​ຄືນ​ວັນ​ເພັງ” ​ໃນ​ຕອນ​ຄຳ່​ວັນ​ທີ 7/9, ການ​ນຳ​ນະຄອນ ນິງບິ່ງ ​ໄດ້​ມອບ​ຂອງຂວັນ 200 ພູດ, ​ແຕ່​ລະ​ພູດ​ມີ​ມູນ​ຄ່າ 300.000 ດົ່ງ​ ​ແລະ ຂອງຂວັນ 10 ພູດ​ ​ແຕ່​ລະ​ພູດ​ມີ​ມູນ​ຄ່າ 500.000 ດົ່ງ ​ເພື່ອ​ມອບ​ໃຫ້​ບັນດາ​ເດັກນ້ອຍ​ທຸກ​ຍາກ ​ແລະ ນັກຮຽນເຊິ່ງ​ແມ່ນ​ລູກ​ຫຼານ​ຂອງ​ຄອບຄົວ​ເປົ້າ​ໝາ​ຍນະ​ໂຍບາຍ.



ຂ່າວ/ບົດ​ອື່ນ