ການເຄື່ອນໄຫວຕ່າງໆທີ່ແທດຈິງເພື່ອສະແດງຄວາມຮູ້ບຸນຄຸນທະຫານເສຍອົງຄະ, ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ

ການເຄື່ອນໄຫວຕ່າງໆທີ່ແທດຈິງເພື່ອສະແດງຄວາມຮູ້ບຸນຄຸນທະຫານເສຍອົງຄະ, ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ - ảnh 1
(ພາບປະກອບ)

(vovworld) –  ວັນ​ທີ 22/07, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ ຫງວຽນ​ວຽດຕ໋ຽນ ພ້ອມ​ກັບ​ຄະນະ​ພະນັກງານ​​ກະຊວງ​ສາທາລະນະ​ສຸກ ​ໄດ້​ໄປ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ໃຫ້​ແກ່​ບັນດາ​ທະຫານ​ເສຍ​ອົງຄະ, ທະຫານ​ເຈັບ​ປ່ວຍ​ໜັກທີ່​ພວມ​ປິ່ນ​ປົວ​ຢູ່​ສູນ​ປິ່ນປົວບຳລຸງ​ສຸຂະພາບ​ທ້ວນ​ແທ່ງ, ບັກ​ນິງ. ທ່ານ​ຮອງ​ລັດຖະມົນຕີ ຫງວຽນ​ວຽດຕ໋ຽນ ​ໄດ້​ສະ​ແດງອາລົມ​ຈິດ ​ແລະ ຄວາມ​ຮູ້​ບຸນຄຸນ​ຢ່າງ​ເລິກ​ເຊິ່ງຕໍ່​ບັນດາ​ການ​ອຸທິດ​ສ່ວນ ​ແລະ ​ການເສຍສະຫຼະ​ຂອງ​​ທະຫານ​ເສຍ​ອົງ​ຄະໃນ​ການ​ຕໍ່ຕ້ານ​ຂອງ​ຊາດ. ທ່ານ​ຮອງ​ລັດຖະມົນຕີ ຫງວຽນ​ວຽດຕ໋ຽນ ກໍ່​ສະ​ເໜີ​ໃຫ້​ສູນ​ປິ່ນ​ປົວ​ບຳລຸງ​ສຸຂະພາບທ້ວນ​ແທ່ງ ສົມທົບ​ວຽກ​ງານ​ວິຊາ​ສະ​ເພາະ ກັບ​ໂຮງ​ໝໍສູນ​ກາງ​ກອງທັບ 108, ​ໂຮງ​ໝໍ​ເສນາ​ຮັກ 103 ​​ເພື່ອ​ປິ່ນປົວ​ໃຫ້​ບັນດາ​ທະຫານ​ເສຍ​ອົງຄະ​ເປັນ​ຢ່າງ​ດີ. ​ເນື່ອງ​ໃນ​ໂອກາດ​ນີ້, ກະຊວງ​ສາທາລະນະ​ສຸກ​ໄດ້​ມອບ​ຈຳນວນ​ເງິນ 30 ລ້ານ​ດົງ​ໃຫ້​ແກ່​ບັນດາ​ທະຫານ​ເສຍ​ອົງຄະທີ່​ພວມ​ປິ່ນປົວ​ຢູ່​ສູນ​ປິ່ນປົວ​ບຳລຸງ​ສຸຂະພາບທ້ວນ​ແທ່ງ.

        ​ແຂວງ​ເຮົາ​ຢາງ ​​ກໍ່​ໄດ້​ຫັກ​​ເງິນ​ຈາກ​ງົບປະມານ​ກວ່າ 3 ຕື້​ດົງ​ເພື່ອ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ໃຫ້​ເປົ້າ​ໝາຍ​ນະ​ໂຍບາຍ 30.000 ຄົນ, ​ແຕ່​ລະ​ພູດ​ມີ​ມູນ​ຄ່າ​ແຕ່ 100.000 – 300.000 ດົງ. ​ແຂວງ ບິ່ງ​ເຟື໋ອກ ​ໄດ້​ຈັດ​ຕັ້ງຄະນະ​ຜູ້​ແທນ​ 10 ຄະນະເພື່ອ​ໄປ​ຢ້ຽມຢາມ, ມອບ​ຂອງຂວັນ​ໃຫ້​ 50 ເປົ້າ​ໝາຍ​ດີ​ເດັ່ນ​ເຊິ່ງ​​ແມ່ນ​ຄອບຄົວ​ນະ​ໂຍບາຍ​ຢູ່​ບັນດາ​​ເມືອງ, ຕາ​ແສງ ​ແລະ ກວດ, ປິ່ນປົວ​ພະຍາດ​ໂດຍ​ບໍ່​ເສຍ​ຄ່າ​ໃຫ້​ເກືອບ 200 ​ເປົ້າ​ໝາຍ​ເຊິ່ງ​ແມ່ນ​ຄອບຄົວ​ນະ​​ໂຍບາຍ, ຜູ້​ມີ​ຄຸນງາມຄວາມດີ. ຂະ​ແໜງ​ສາທາລະນະ​ສຸກ​ຮ່າ​ໂນ້ຍ ​ໄດ້​ສົມທົບ​ກັບ​ຄະນະ​​ເສນາ​ຮັກ​ ​ແລະ ການ​ແພດ​ປະຊາຊົນນະຄອນ ຈັດ​ຕັ້ງການ​ກວດ, ປິ່ນ​ປົວ​ພະຍາດ​ໃຫ້ 5.000 ​ເປົ້າ​ໝາຍ​ນະ​ໂຍບາຍ​ຢູ່ 30 ຕາ​ແສງ ​ແລະ ສູນບຳລຸງ​ສຸຂະພາບທະຫານ​ບາດ​ເຈັບ​ໜັກ​ຮ່າ​ໂນ້ຍ.

        ງານ​ບຸນ​ພາວະນາ​ຂໍ​ໃຫ້​ມີ​ຄວາມ​ສະ​ຫງົບ​ສຸກ ​ເນື່ອງ​ໃນ​ໂອກາດ​ວັນ​ທະຫານ​ເສຍ​ອົງ​ຄະ ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ 27/07 ຈະ​ດຳ​ເນີນ​ໄປ​ຢູ່​ວັດ ຂະ​ເມ ​ໃນ​ເວລາ​ແຕ່ 9 ​ໂມງ - 12​ໂມງ ວັນ​ທີ 27/07. ນີ້​ແມ່ນ​ການ​ເຄື່ອນ​ໄຫວທີ່​ແທດ​ຈິງ​ເພື່ອ​ສະ​ແດງ​ນ້ຳ​ໃຈ​ເຄົາລົບ, ຄວາມ​ຮູ​້ບຸນ​ຄຸນ​ອັນ​ເລິກ​ເຊິ່ງ, ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ບັນດາ​ນັກຮົບ​ທີ່​​​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ.

ຂ່າວ/ບົດ​ອື່ນ