ການເຄື່ອນໄຫວຕ່າງໆມຸ່ງໄປເຖິງງານບຸນໄຫວ້ບູຊາເຈົ້າຊີວິດຮຸ່ງ - ງານບຸນ ວິຫານຮຸ່ງ 2015

ການເຄື່ອນໄຫວຕ່າງໆມຸ່ງໄປເຖິງງານບຸນໄຫວ້ບູຊາເຈົ້າຊີວິດຮຸ່ງ - ງານບຸນ ວິຫານຮຸ່ງ 2015 - ảnh 1
(ງານ​ວາງສະ​ແດງ​ພາບ​ຖ່າຍ ການເຊື່ອ​ຖື​ໄຫວ້​ບູຊາ​ເຈົ້າ​ຊີວິດ​ຮຸ່ງ)

​(vovworld) –   ຕອນ​ເຊົ້າ​ວັນ​ທີ 23/04, ຄະນະ​ກຳມະການ​ປະຊາຊົນ​ແຂວງ​ຟຸທ້ໍ ​ໄດ້​ໄຂ​ງານ​ວາງສະ​ແດງ​ພາບ​ຖ່າຍ “​ການເຊື່ອ​ຖື​ໄຫວ້​ບູຊາ​ເຈົ້າ​ຊີວິດ​ຮຸ່ງ - ​ວິວັດ​ການກາຍ​ເປັນ​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ ທີ່​ຕ່າງ​ໜ້າ​ຂອງມວນມະນຸດ”. ງານ​ວາງສະ​ແດງ​ໄດ້​ແນະນຳ​ພາບ​ຖ່າຍ​ 200 ​ແຜ່ນ ​ແລະ ​ເອກະສານ, ວັດ​ຖະພັນ​ທີ່​ມີ​ຄຸນຄ່າ​ກ່ຽວຂ້ອງ​ເຖິງ​ການ​ເຫຼື້ອມ​ໄສ​ເຊື່ອ​ຖື​ບູຊາ​ເຈົ້າ​ຊີວິດ​ຮຸ່ງ. ທ່ານ ຫງວຽນ​ບ໋າ​ຄຽມ, ຮອງ​ຫົວໜ້າ​ພະ​ແນກວັດທະນະທຳ, ກຳລາ ​ແລະ ທ່​ອງທ່ຽວ​ແຂວງ​ຟຸທໍ້ ​ໃຫ້​ຮູ້​ວ່າ.

        “ງານ​ວາງສະ​ແດງ​ນີ້​, ດ້ວຍ​ຈຸດປະສົງ​ໂຄສະນາ​ພາບ​ພົດຂອງ​ການ​​ເຫຼື້ອມ​ໄສ​ເຊື່ອ​ຖື​ບູຊາ​ເຈົ້າ​ຊີວິດ​ຮຸ່ງ ກໍ່​ຄື​ຂັບ​ຊວານ ​ແລະ ບັນດາ​ມໍລະດົກ​ວັດທະນະທຳ​ຢູ່​​ໃນ​ເຂດ​ດິນ​​ແດນ​ເຈົ້າ​ຊີວິດ​ຮຸ່ງ ກັບ​ປະຊາຊົນ​ທົ່ວ​ປະ​ເທດ. ຜ່ານ​ນັ້ນ, ສຶກສາມູນ​ເຊື້ອ​ຮັກ​ຊາດ ​ແລະ ຢືນຢັນ​ຄຳ​ໝັ້ນ​ສັນຍາ​ຂອງ​ແຂວງ​ຟຸທໍ້ ກັບ UNESCO ​ແລະ ລັດຖະບານ​ກ່ຽວ​ກັບ​ການ​ອະນຸລັກ​ຮັກສາ​ມໍລະດົກ​ດັ່ງກ່າວ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ທຳ​ອິດ​ນອນ​ໃນ​​ການ​ເຄື່ອນ​ໄຫວວັດທະນະທຳ, ກະລາ, ທ່​ອງທ່ຽວ​ເກືອບ 30 ຄັ້ງ ​ເພື່ອຮັບ​ໃຊ້​ງານ​ບຸນ​​ໄຫວ້ບູຊາ​ເຈົ້າ​ຊີວິດ​ຮຸ່ງ - ງານ​ບຸນ​ວິຫານ​ຮຸ່ງ ປີ 2015”.

ຂ່າວ/ບົດ​ອື່ນ