ການເຄື່ອນໄຫວຕ່າງໆມຸ່ງໄປເຖິງພິທີສະເຫຼີມສະຫຼອງ70ປີແຫ່ງວັນທະຫານເສຍອົງຄະ,ນັກຮົບເສຍສະຫຼະຊີວິດເພື່ອຊາດ

(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ (27 ກໍລະກົດ 1947 – 27 ກໍລະກົດ 2017), ຢູ່ທ້ອງຖິ່ນຕ່າງໆໃນທົ່ວປະເທດ ໄດ້ຜັນຂະຫຍາຍການເຄື່ອນໄຫວຫຼາຍຢ່າງ, ມີຄວາມໝາຍເພື່ອຕອບບຸນແທນຄຸນບັນດາຜູ້ທີ່ມີຄຸນງາມຄວາມດີຢ່າງແທ້ຈິງ.

ການເຄື່ອນໄຫວຕ່າງໆມຸ່ງໄປເຖິງພິທີສະເຫຼີມສະຫຼອງ70ປີແຫ່ງວັນທະຫານເສຍອົງຄະ,ນັກຮົບເສຍສະຫຼະຊີວິດເພື່ອຊາດ - ảnh 1 ຄະນະປະຕິບັດງານຂອງທ່ານ ອວງຈູລິວ, ມອບຂອບຂວັນໃຫ້ບັນດາຄອບຄົວນະໂຍບາຍ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດໃນບໍລິເວນແຂວງ ບັກກ້ານ

(ພາບ: TTXVN)

ວັນທີ 24 ກໍລະກົດ, ຄະນະປະຕິບັດງານຂອງທ່ານ ອວງຈູລິວ, ຮອງປະທານສະພາແຫ່ງຊາດ ເປັນຫົວໜ້າຄະນະ, ໄດ້ໄປຢ້ຽມຢາມ, ມອບຂອບຂວັນໃຫ້ບັນດາຄອບຄົວນະໂຍບາຍ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດໃນບໍລິເວນແຂວງ ບັກກ້ານ. ນີ້ແມ່ນການເຄື່ອນໄຫວເພື່ອສະແດງຄວາມຮູ້ບຸນຄຸນອັນໃຫຍ່ຫຼວງຂອງບັນດານັກຮົບທີ່ເສຍສະຫຼະຊີວິດ້ເພື່ອຊາດ, ທະຫານເສຍອົງຄະ, ທະຫານເຈັບປ່ວຍ ທີ່ໄດ້ອຸທິດສ່ວນໃຫ້ພາລະກິດຕໍ່ສູ້, ປົດປ່ອຍຊາດ; ປະກອບສ່ວນລະດົມກຳລັງໃຈບັນດາຄອບຄົວຜ່ານຜ່າຄວາມຫຍຸ້ງຍາກ, ບືນຕົວຂຶ້ນໃນຊີວິດ.

ແລະກໍໃນວັນດຽວກັນ, ຢູ່ຮ່າໂນ້ຍ ໄດ້ດຳເນີນລາຍການສະແດງສິລະປະ “ບົດເພງໄຊອະມະຕະ”. ສ່ວນຢູ່ເຂດສຸສານນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ຕົງຄາວ (ແຂວງດ້ຽນບຽນ), ຄະນະຊາວໜຸ່ມເມືອງດຽວກັນ, ໄດ້ຈັດພິທີຖະຫວາຍທູບທຽນອາໄລຫາບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ. ນອກນັ້ນ, ຢູ່ແຂວງ ດັກນົງ, ນະຄອນໂຮ່ຈິມິນ… ກໍ່ໄດ້ຈັດການເຄື່ອນໄຫວຫຼາຍຢ່າງເພື່ອອາໄລຫາບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ