ການເຄື່ອນໄຫວຕ່າງໆຢູ່ນອກກອງປະຊຸມສຸດຍອດຄວາມປອດໄພດ້ານນິວເຄຼຍ

ການເຄື່ອນໄຫວຕ່າງໆຢູ່ນອກກອງປະຊຸມສຸດຍອດຄວາມປອດໄພດ້ານນິວເຄຼຍ - ảnh 1
ປະທານາທິບໍດີ ສ.ເກົາຫຼີ ແລະ ປະທານປະເທດຈີນ
(ພາບ: xaluan.com)

(vovworld) - ວັນ​ທີ 26/3, ທ່ານ​ປະທານາທິບໍດີ ສ.​ເກົາຫຼີ Lee Myung Bak ​ແລະ ທ່ານ​ປະທານ​ປະ​ເທດຈີນ ຮູຈີນ​ເທົ່າ ​ໄດ້ມີ​ການ​ເຈລະຈາ​ຢູ່​ນອກ​ກອງ​ປະຊຸມ​ສຸດ​ຍອດ​ຄວາມ​ປອດ​ໄພ​ດ້ານ​ນິວ​ເຄຼຍທີ່ຈັດ​ຂຶ້ນ​ຢູ່ Seoul ​ໃນ​ວັນ​ທີ 26 – 27/3. ການ​ນຳ 2 ທ່ານ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ສະພາບ​ຄວາມ​ປອດ​ໄພ​ໃນ​ແຫຼມ​ເກົາ​ຫຼີ, ສຸມ​ໃສ່​​ແຜນການ​ຂອງ ສປປ. ​ເກົາຫຼີ ຍິງ​ດາວ​ທຽມ​ Kwangmyongsong 3 ໃນ​ເດືອນ 4 ຈະ​ມາ​ເຖິງ. ການ​ນຳ 2 ທ່ານ​ເຫັນ​ດີ​ເປັນ​ເອກະສັນ​ກັນ​ສືບ​ຕໍ່​ປຶກສາ​ຫາລື​ເພື່ອ​ຊອກ​ວິທີ​ເກັ້ຍກອມ ສປປ ​ເກົາຫຼີ ປະລະ​ແຜນການ​ນີ້. ​ແລະ​ກໍ​ຢູ່ນອກ​ກ​ອງປະຊຸມ​ສຸດ​ຍອດ​ຄວາມ​ປອດ​ໄພ​ດ້ານ​ນິວ​ເຄຼຍ, ​ເມື່ອພົບ​ປະ​ກັບ​ທ່ານ​ປະທານ​ປະ​ເທດຈີນ ຮູ​ຈີນ​ເທົ່າ, ທ່ານ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ຮຽກຮ້ອງ​ໃຫ້​ຈີນ​ເພີ່ມ​ທະວີ​ຄວາມ​ກົດ​ດັນ​ຕໍ ສປປ ​ເກົາຫຼີ ​ເພື່ອ​​ໃຫ້ພຽງ​ຢາງ ປ່ຽນ​ແປງ​ຫຼັກ​ໝັ້ນ​ໃນ​ບັນຫາ​ນິວ​ເຄຼຍ, ພ້ອມ​ທັງ​ຕັກ​ເຕືອນ​ຮັດ​ແໜ້ນ​ຄຳ​ສັ່ງ​ລົງ​ໂທດ ຖ້າ​ຫາກ ສປປ ​ເກົາຫຼີ ປະຕິບັດ​ແຜນການ​ຍິງ​ດາວ​ທຽມ​ໃນ​ເດືອນ 4 ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ