ການ​ເຄື່ອນ​ໄຫວ​ຕ່າງໆ​ຢູ່​ວັນ​ບຸນ ໝາກ​ມ່ວງ ອຽນ​ເຈົາ ໄດ້​ຈັດຂຶ້ນ​ຢ່າງ​ຟົດ​ຟື້ນ

(VOVWORLD) - ວັນບຸນໝາກມ່ວງ ອຽນເຈົາຄັ້ງທີ V, ປີ 2024 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 8 – 9 ມິຖຸນາ, ຢູ່ຕາແສງ ຊັບວາດ (ເມືອງອຽນເຈົາ, ແຂວງ ເຊີນລາ) ດ້ວຍການເຄື່ອນໄຫວຕ່າງໆທີ່ຟົດຟື້ນ ແລະ ຈັບໃຈ.

ການ​ເຄື່ອນ​ໄຫວ​ຕ່າງໆ​ຢູ່​ວັນ​ບຸນ ໝາກ​ມ່ວງ ອຽນ​ເຈົາ ໄດ້​ຈັດຂຶ້ນ​ຢ່າງ​ຟົດ​ຟື້ນ - ảnh 1ລາຍການສະແດງສິລະປະ ຢູ່ວັນບຸນ (ພາບ: VOV)

ວັນບຸນ ລວມມີຫຼາຍເນື້ອໃນທີ່ອຸດົມສົມບູນຄື: ການສະແດງບັນດາລາຍການສະແດງສິລະປະ, ການລະຫຼິ້ນພື້ນເມືອງ, ພົບປະແລກປ່ຽນວັດທະນະທຳ; ການແຂ່ງຂັນເກັບກູ້ໝາກມ່ວງ, ແຂ່ງຂັນຝ້ອນ, ຫຍິບປັກຖັກແສ່ວ ແລະ ການເຄື່ອນໄຫວຕົວຈິງຢູ່ ສວນໝາກມ່ວງ. ໄປຄຽງຄູ່ກັນນັ້ນ, ວັນບຸນຍັງເປີດ 15 ຮ້ານວາງສະແດງແນະນຳໝາກມ່ວງ, ຂາຍຜະລິດຕະພັນກະເສດ, ເຄື່ອງຫັດຖະກຳຂອງບັນດາສະຫະກອນ, ວິສາຫະກິດ, ບັນດາຕາແສງ, ເທດສະບານ; ຈັດວາງບັນດາສະຖານທີ່ຂາຍຜະລິດຕະພັນ ໝາກມ່ວງທີ່ມີຄຸນນະພາບສູງລຽບຕາມເສັ້ນທາງຫຼວງເລກ 6… ບັນດາການເຄື່ອນໄຫວໃນຂອບເຂດວັນບຸນ ເພື່ອສ້າງຄວາມປະທັບໃຈທີດີໃຫ້ແກ່ປະຊາຊົນ ແລະ ແຂກທ່ອງທ່ຽວເປັນຈຳນວນຫຼາຍ.

ຕອບກັບ

ຂ່າວ/ບົດ​ອື່ນ