ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ 59 ປີ ແຫ່ງວັນແພດໝໍ ຫວຽດນາມ 27/02

ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ 59 ປີ ແຫ່ງວັນແພດໝໍ ຫວຽດນາມ 27/02 - ảnh 1
ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​ເຍີນ
ອວຍ​ພອນສະມາຄົມ​ໃຫຍ່​ການ​ແພດຫວຽດນາມ

(ພາບ: TTXVN)

(vovworld) - ​ວັນ​ທີ 26/02, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ​ໄດ້​ໄປ​ຢ້ຽມຢາ​ມ ​ແລະ ອວຍ​ພອນສະມາຄົມ​ໃຫຍ່​ການ​ແພດຫວຽດນາມ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 59 ປີ​ແຫ່ງ​ວັນ​ແພດ​ໝໍ​ຫວຽດນາມ. ທ່ານ​ຫງວຽນ​ທ້ຽນ​ເຍີນ ​ໄດ້​ຕີ​ລາຄາ​ສູງ​ການ​ເຂົ້າ​ຮ່ວມຢ່າງ​ຕັ້ງໜ້າ​ຂອງ​ສະມາຄົມໃຫຍ່ການ​ແພດ​ຫວຽດນາມ ​ໃນ​ການ​ເຄື່ອນ​ໄຫວ​ສົມທົບ​ກັບ​ກະຊວງ​ສາທາລະນະ​ສຸກ ຕິດຕາມ​ກວດກາ ການ​ດຳ​ເນີນວິຊາ​ຊີບຂອງ​ບັນດາ​ຮາກ​ຖານ​ສາທາລະນະ​ສຸກ​ພາກ​ເອກະ​ຊົນ ​ແລະ ບັນດາ​ຮ້ານ​ຂາຍ​ຢາ​ເອກະ​ຊົນ. ທ່ານ​ຫງວຽນ​ທ້ຽນ​ເຍີນ ປາດ​ຖະໜາ​ວ່າ, ບັນດາ​ສະມາຊິກ​ຂອງ​ສະມາຄົມ​ໃຫຍ່ ສືບ​ຕໍ່​ຮັກສາ​ມູນ​ເຊື້ອ, ​ເສີມ​ຂະຫຍາຍ​ຫົວຄິດ​ປະດິດ​ສ້າງ ປະກອບສ່ວນ​ເຂົ້າ​ໃນ​ວຽກ​ງານ​ເບິ່ງ​ແຍງ​ສຸຂະພາບ​ໃຫ້​ປະຊາຊົນ.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ດ່າ​ນັ້ງ ​ໄດ້​ຈັດ​ພິທີ​ສະ​ເຫຼີ​ມສະຫຼອງ 59 ປີ​ແຫ່ງ​ວັນ​ແພດ​ໝໍ​ຫວຽດນາມ, ປະດັບ​ນາມມະຍົດ​ແພດ​ໝໍ​ປະຊາຊົນ, ແພດ​ໝໍ​ດີ​ເດັ່ນ ​ແລະ ລາງ​ວັນ Blouse ຂາວ ​ໃຫ້​ພະນັກງານ, ​ແພດ​ໝໍ​ຂະ​ແໜງ​ສາທາລະນະ​ສຸກ. ປີ 2014 ນີ້, ນະຄອນ​ດ່າ​ນັ້ງ ປະດັບ​ນາມມະຍົດ​ແພດ​ໝໍ​ປະຊາຊົນ​ໃຫ້ 4 ຄົນ​; ທ່ານໝໍ​​ດີ​ເດັ່ນ 15 ຄົນ. ນີ້ແມ່ນ​ບັນດາ​ບຸກຄົນ​​ທີ່​ໄດ້​ອຸທິດ​ສ່ວນ​ຢ່າງ​​ໃຫຍ່​ຫຼວງ​ເຂົ້າ​ໃນ​ພາລະກິດ​ປົກ​ປັກ​ຮັກສາ, ​ເບິ່ງ​ແຍງ ​ແລະ ຍົກ​ສູງ​ສຸຂະພາບ​ໃຫ້​ແກ່​ປະຊາຊົນ. ທ່ານໝໍ ຫງວຽນ​ອຸດ, ຮອງ​ຜູ້ອຳນວຍການ​ພະ​ແນ​ກສາທາລະນະ​ສຸກ​ນະຄອນ​ດ່າ​ນັ້ງ, ​ແບ່ງປັນ​ຄວາມ​​ໃນ​ໃຈ​ເມື່ອ​ໄດ້​ຮັບນາມມະຍົດ​ແພດ​ໝໍ​ປະຊາຊົນ ວ່າ.

        “ພວກ​ຂ້າພະ​ເຈົ້າ​ເປັນ​ກຽດ​ທີ່​ໄດ້​ຮັບນາມມະຍົດ​ອັນ​ສູງ​ສົ່ງ​ນີ້, ນີ້ແມ່ນ​ຄວາມຮັບຜິດຊອບ​ອັນ​ໃຫຍ່​ຫຼວງ​ຂອງ​ຕົນ​ເອງ ທີ່​ມີ​ຕໍ່​ພະລາ​ກິດ​ເບິ່ງ​ແຍງ​ສຸຂະພາບ​ໃຫ້​ປະຊາຊົນ. ​ຂ້າພະ​ເຈົ້າ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຈະ​ມານະ​ພະຍາຍາມ​ສູ້​ຊົນ​ຝຶກ​ຝົນ​ເພື່ອ​ອຸທິດ​ສ່ວນ​ໃຫ້​ນັບ​ມື້​ນັບ​ຫຼາຍ. ລາງວັນ​ນີ້​ກໍ່​​ເປັນ​ການ​ປຸກລຸກ​ນ້ຳໃຈແພດ​ໝໍປຽບເໝືອນຜູ້ເປັນແມ່, ປຸກລະດົມ​ບັນດາ​ຜູ້​ທີ່​ເຮັດວຽກ​ງານ​ສາທາລະນະ​ສຸກ​ສຸມ​ຈິດ​ສຸມ​ໃຈ, ​ເມົາ​ມົວ​ກັບ​ອາຊີບ, ປະກອບ​ສ່ວນ​ຍູ້​​ໄພ​ຫຍໍ້​ທໍ້​​ໃຫ້ຖອຍ​ໄປ”.

ຂ່າວ/ບົດ​ອື່ນ