ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ 69 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ

ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ 69 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ - ảnh 1
ພາບປະກອບ

(vovworld) – ວັນ​ທີ 22/12, ຄະນະ​ຊາວ​ໜຸ່ມ​ແຂວງ ​ເບ໋ນ​ແຈ ​ແລະ ກອງບັນຊາ​ການ​ທະຫານ​ແຂວງ​ສົມທົບ​ກັນ​ຈັດ​ຕັ້ງ​ບຸນ​ຕັ້ງຄ້າຍ “​ໄວ​ໜຸ່ມ​ວິລະ​ຊົນ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ” ປີ 2013. ທີ່​ບຸນຕັ້ງ​ຄ້າຍ, ບັນດາ​ສະມາຊິກ​ຊາວ​ໜຸ່ມ, ສະມາຊິກ​ສະມາຄົມ, ຊາວ​ໜຸ່ມ ​ໄດ້​ເຂົ້າ​ຮ່ວມ​ການ​ຮຽນ​ບາງ​ມາດ​ຕາ​ຂອງ​ກົດໝາຍ​ວ່າ​ດ້ວຍພັນທະ​ການ​ທະຫານ ​ແລະ ກົດໝາ​ຍວ່າ​ທະຫານ​ລາດ.

    ທີ່​ນະຄອນ ​ເກີນ​​ເທີ, ​ໃນ​ວັນ​ທີ 21/12, ກອ​ງບັນຊາ​ການ​ທະຫານ​ນະຄອນ ​ເກີນ​ເທີ ຈັດ​ຕັ້ງ​ງານ​ປະ​ກວດ​ຊອກ​ຮູ້​ກ່ຽວ​ກັບ​ທະ​ເລ, ໝູ່​ເກາະ​ຂອງ ຫວຽດນາມ ​ແລະ ງານ​ວາງສະ​ແດງ “ຂີດ​ໝາຍ​ພົນ​ເອກ​ຜູ້​ເກັ່ງ​ກ້າ​ສາມາດ ຫວໍ​ງວຽນ​ຢາ​ບ”. ງານ​ວາງສະ​ແດງ​ໄດ້ວາງສະ​ແດງ​ຮູບ​ຖ່າຍ​ກ່ວາ 100 ​ແຜ່ນ​ກ່ຽວ​ກັບ​ພາລະກິດ​ຂອງ​ພົນ​ເອກ ຫວໍ​ງວຽນ​ຢາ​ບ..​.​ ພັນ​ເອກ ​ເຈີ່ນ​ຮ່ວາ​ຮຽບ, ຮອງ​ກຳມະການ​ການ​ເມື​ອງກອງ​ບັນຊາ​ການ​ທະຫານ ​ເກີນ​ເທີ, ຫົວໜ້າຄະນະ​ຈັດ​ຕັ້ງ, ​ໃຫ້​ຮູ້​ວ່າ:

    “ຜ່ານ​ງານ​ວາງສະ​ແດງ ​ແລະ ການ​ປະ​ກວດຊອກ​ຮູ້​ກ່ຽວ​ກັບ​ທະ​ເລ, ​ໝູ່ເກາະ, ພວກ​ຂ້າພະ​ເຈົ້າ​ຢາກ​ໃຫ້​ລຸ້ນໜຸ່ມ​ໃນ​ປະຈຸ​ບັນ​ຮັບ​ຮູ້​ຢ່າງ​ເລີກ​ເຊິ່ງກ່ຽວກັບ​ມູນ​ເຊື້ອຮັກ​ຊາດ, ຂອງ​ລຸ້ນພໍ່​ລຸ້ນອ້າຍ​ພວກ​ເຮົາ​ໄດ້​​ເພີ່ມ​ພຸ​ນຄຸນ​ສ້າງ, ຮັກສາ, ພິ​ເສດ​ແມ່ນ​ສຳລັບ​ທະ​ເລ, ໝູ່​ເກາະ. ຜ່ານນັ້ນ, ​ໃຫ້​ລຸ້ນໜຸ່ມ​ມີ​ຄວາມ​ຮັບຜິດຊອບ​​ໃນ​ການຮຳ່​ຮຽນ, ອຸທິດ​ສ່ວນ​ກຳລັງ​ໜຸ່ມ​ຂອງ​ຕົນ​ເພື່ອ​ພ້ອມ​ກັບ​ບັນດາ​ນັກຮົບ​ປົກ​ປັກ​ຮັກສາ​ຜືນ​ແຜ່ນດິນ, ທະ​ເລ​, ໝູ່ເກາະ​ຂອງ​ປະ​ເທດ​ຊາດ​”

    ​ເນື່ອງ​ໃນ​ໂອກາດ​ນີ້, ກອງ​ບັນຊາ​ການ​ທະ​ຫານ​ຊາຍ​ແດນ​ນະຄອນ ດ່າ​ໜັງ ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຕ່າງໆ ​ເພື່ອ​ທົບ​ທວນຄືນ​ມູນ​ເຊື້ອ​ສະຫງ່າ​ລາສີ​ຂອງ​ກອງທັບ​ປະຊາຊົນ ຫວຽດນາມ. ພັນ​ເອກ ຈິງ​ງອກ​ວັນ, ຮອງກຳມະການ​ການ​ເມື​ອງທະ​ຫານ​ປ້ອງ​ກັນຊາ​ຍ​ແດນ ນະຄອນ ດ່າ​ໜັງ, ​ໃຫ້​ຮູ້​ວ່າ:

    “ພວກ​ຂ້າພະ​ເຈົ້າ​​ໄດ້ມອບ​ຂອງຂວັນ​ໃຫ້​ບັນດາ​ຄອບຄົວ​ທຸກ​ຍາກ. ພວກ​ຂ້າພະ​ເຈົ້າ​ຊ່ວຍ​ເຫຼືອດ້ານ​ວັດ​ຖຸລະ​ທຶນຮອນເພື່ອ​ໃຫ້​ພໍ່​​ແມ່​ປະຊາຊົນ​ພັດທະນາ​ເສດຖະກິດ​ຄອບຄົວ​ເປັນ​ປະຈຳ. ນັ້ນ​ແມ່ນ​ວຽກ​ງານ​ປະຈຳ, ບໍ່​ພຽງ​ແຕ່​ຢູ່ໃນ​ກຳລັງ​ທະຫານ​ປ້ອງ​ກັນຊາ​ຍ​ແດນ​ເທົ່າ​ນັ້ນ ຫາກ​ຍັງ​ພວກ​ເຮົາ​ກໍ່​ສົມທົບ​ກັບ​ຄະນະ​ຊາວ​ໜຸ່ມ ​ເມືອງ​ຕ່າງໆເພື່ອ​ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ນີ້.”

ຂ່າວ/ບົດ​ອື່ນ