ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ 82 ປີແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ

ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ 82 ປີແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ - ảnh 1
ພິທີມອບ​ລາງວັນ​ 26/03 ໃຫ້​​ແກ່ໄວ​ໜຸ່ມຫວຽດນາມ
(ພາບ: thanhnien.com.vn)


(vovworld) -  ຕອນ​ຄໍ່າ​ວັນ​ທີ 25/03, ຢູ່​ຮ່າ​ໂນ້ຍ, ສູນ​ກາງ​ຄະນະຊາວ​ໜຸ່ມກອມ​ມູນິ​ດ​ໂຮ່ຈິ​ມິນ ​ໄດ້ພິທີມອບ​ລາງວັນ​ 26/03 ໃຫ້​​ແກ່ໄວ​ໜຸ່ມຫວຽດນາມ ​ທີ່​ດີ​ເດັ່ນ 10 ຄົນ ​ແລະ ​ເລຂາ​ຄະນະ​ຊາວ​ໜຸ່ມ​ຂັ້ນຮາກ​ຖານທີ່​ດີ​ເດັ່ນ 82 ຄົນ. ນີ້​ແມ່ນ​ບັນດາ​ຊາວ​ໜຸ່ມດີ​ເດັ່ນ​ທີ່ຕາງ​ໜ້າ​ໃຫ້​ແກ່​ໄວ​ໜຸ່ມ​ໃນ​ທົ່ວ​ປ​ະ​ເທດ, ​ເຊິ່ງມີ​ການ​ປະ​ກອຍ​ສ່ວນ​ຢ່າງ​ແທດ​ຈິງ​ໃຫ້​ແກ່​ສັງຄົມ ​ແລະ​ປະ​ເທດ​ຊາດ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ເລຂາ​ທີ​ໜຶ່ງ​ສູນ​ກາງ​ຊາວ​ໜຸ່ມກອມ​ມູນິດ​ໂຮ່ຈິ​ມິນ ຫງວຽນ​ດັກ​ວິ​ງ ​ໃຫ້​ຮູ້​ວ່າ.

        “​ຄະນະ​ຊາວ​ໜຸ່ມກອມ​ມູນິດ​ໂຮ່ຈິ​ມິນ​ໄດ້​ຝາກຝັງ ​ແລະ ​ເຊື່ອມ​ໝັ້ນ​ວ່າ ຊາວ​ໜຸ່ມແຕ່​ລະ​ຄົນຈະ​​ເປັນທູດ​ທີ່​ສົ່ງ​ຂໍ້​ມູນ​ດ້ານຈິດ​ໃຈ​ການເຄື່ອນ​ໄຫວ, ຄວາມ​ມຸ່ງ​ຫວັງ ແລະ ການອຸທິດ​ສ່ວນ​ເຖິງ​ໝູ່​ຄະນະໄວ​ໜຸ່ມ, ​ເຮັດ​ໄດ້​ຊິ່ງ​ເຊັ່ນນັ້ນ ຄະນະ​ຊາວ​ໜຸ່ມຈຶ່ງແຂງ​ແຮງ​ກວ່າ, ຈະດຶງ​ດູດ​ຄວາມ​ສົມ​ໃຈ​ຈາກ​ບັນດາ​ໄວ​ໜຸ່ມສູງ​ກວ່າ, ສະມາ​ຊິກ​ຊາວ​ໜຸ່ມ​ຈະ​ເຕີບ​​ໃຫຍ່ ​ແລະ ມີ​ການ​ປະກອບສ່ວນ​ຫຼາຍ​ກວ່າ ​ແລະ ນີ້​ກໍ​ແມ່ນ​ວິທີ​ດີ​ທີ່​ສຸດ, ລະອຽດ​ທີ່​ສຸດ ​ເພື່ອ​ໃຫ້​ອົງການ​ຈັດ​ຕັ້ງ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ ​ແລະ ​ໄວ​ໜຸ່ມ​ຫວຽດນາມ ສະ​ແດງ​ການ​ຕອບ​ບຸນ​ແທນ​ຄຸນ​ຕໍ່ຄວາມ​ເອົາ​ໃຈ​ໃສ່​ຊີ້​ນຳ, ນຳພາຂອງ​ພັກ, ອຳນາດ​ການ​ປົກຄອງ ​ແລະ ສັງຄົມ​ທີ່​ມີ​ຕໍ່​ຊາວ​ໜຸ່ມ, ວຽກ​ງານ​ຊາວ​ໜຸ່ມ ​ແລະ ຂະ​ບວນການ​ຊາວ​ໜຸ່ມ​ເຍົາວະ​ຊົນ​ໃນ​ໄລຍະ​ຜ່ານ​ມາ”.

        ​ເນື່ອງ​ໃນ​ໂອກາດ​ນີ້, ຄະນະ​ຊາວ​ໜຸ່ມ​ແຂວງ​ຮ່າ​ຕິ້ງ ​ໄດ້​ຈັດ​ການ​ເຄື່ອນ​ໄຫວ​ຕ່າງໆ​ຢ່າງ​ແທດ​ຈິງ, ຊຶ່ງພົ້ນ​ເດັ່ນ​ແມ່ນ​ວັນ​ບຸນ​ຊາວ​ໜຸ່ມ​ຫວຽ​ດນາມ ​ໄດ້​ດຶງ​ດູດ​ສະມາຊິກ​ຊາວ​ໜຸ່ມ​ເຂົ້າ​ຮ່ວມ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ຄະນະ​ຊາວ​ໜຸ່ມ​ແຂວງນາມ​ດິ້ງ ​ໄດ້​ຈັດ “ວັນ​ບຸນ​ຊາວ​ໜຸ່ມ​ຫວຽດນາມ 2013”, ດ້ວຍ​ບັນດາ​ການ​ເຄື່ອນໄຫວຄື​​: ໃຫ້​ຄຳ​ປຶກສາ, ກຳນົດ​ທິດ​ທາງດ້ານ​ວິຊາ​ຊີບ​ໃຫ້​ແກ່​ນັກຮຽນ​ມັດ​ທະ​ຍົມ​ຕອນ​ປາຍ. ຄະນະ​ຊາວ​ໜຸ່ມ​ແຂວງກາວ​ບັ່ງ ​ຍູ້​ແຮງ​ບັ້ນຂົນຂວາຍ “ນ້ຳ​ໃຈ​ເຂດ​ຊາຍ​ແດນ, ​ໝູ່​ເກາະ”, ບັນດາ​ຄະນະ​ຊາວ​ໜຸ່ມຂັ້ນ​ແຂວງ​ເພີ່ມທະວີ​ການ​ເຄື່ອນ​ໄຫວ​ຕ່າງໆ​ເພື່ອ​ຢື້​ຢາມ​ຖາມ​ຂ່າວ, ພົບ​ປະ​ແລກປ່ຽນ, ຜູກ​ສ່ຽວ, ມອບ​ຂອງ​ຂວັນ​ໃຫ້​ບັນດາກົມ​ກອງ​ທະຫານ​ຊາຍ​ແດນ...

ຂ່າວ/ບົດ​ອື່ນ