ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ55ປີແຫ່ງວັນວິນາດສະກຳທາດພິດສີສົ້ມ/ດີໂອຊິນຢູ່ຫວຽດນາມ

ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ55ປີແຫ່ງວັນວິນາດສະກຳທາດພິດສີສົ້ມ/ດີໂອຊິນຢູ່ຫວຽດນາມ - ảnh 1
ການ​ຖິບລົດ​ຖີບ “​ເພື່ອ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີສົ້ມ”

(vovworld) – ການສະ​ເຫຼີ​ມສະຫຼອງ  55 ປີ​ແຫ່ງ​ວັນ​ວິນາດສະກຳ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ຢູ່ ຫວຽດນາມ (10/8/1961 – 10/8/2016), ຕອນ​ເຊົ້າ​ວັນ​ທີ 7/8, ຢູ່ ຮ່າ​ໂນ້ຍ, ບໍລິສັດ​ຫຸ້ນ​ສ່ວນ​ລົງທຶນ​ພັດທະນາ​ການ​ສຶກສາ ​ແລະ ​ສື່ສານ ຫວຽດນາມ (Incom Media) ​ໄດ້​ຈັດ​ຕັ້ງ​ການ​ຖິບລົດ​ຖີບ “​ເພື່ອ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີສົ້ມ”. ລາຍການ​ມີ​ການ​ເຂົ້າ​ຮ່ວມ​ຂອງ 1000 ຄົນ. ລາຍການ​ນີ້​ບັນລຸ​ສະຖິຕິ “ລາຍການ​ຖີບລົດຖີບ ​ເພື່ອຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີສົ້ມມີ​ຈຳນວນ​ຜູ້​ເຂົ້າ​ຮ່ວມ​ຫຼາຍ​ທີ່​ສຸດ​ຢູ່ ຫວຽດນາມ”.

        ​ໃນ​ຂະນະ​ນັ້ນ, ຕອນ​ຄ່ຳ​ວັນ​ທີ 6/8, ຢູ່​ແຂວງ ນິງບີ່​ງ, ລາຍການພົບ​ປະ​ແລກປ່ຽນ​ສິລະ​ປະ “ຮ່ວມ​ແຮງ​ຮ່ວມ​ໃຈ​ຫລຸດຜ່ອນ​ຄວາມ​ເຈັບ​ປວດ​ຈາກ​ທາດ​ພິດ​ສີ​ສົ້ມ”. ​ໃນລາຍການ​ນີ້​ມີ​ຫຼາຍ​ອົງການ, ຫົວໜ່ວຍ, ວິ​ສາ​ຫະກິດ, ຜູ້​ໃຈ​ບຸນ​ໃຈ​ກຸສົນ​ໄດ້​ບໍລິຈາກ​ເງິນ, ສະໜັບສະໜຸູນກອງ​ທຶນ​ເພື່ອຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີສົ້ມ​ແຂວງ​ນີງບີ່​ງ.



ຂ່າວ/ບົດ​ອື່ນ