ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ70ປີແຫ່ງວັນມູນເຊື້ອກຳລັງຕຳຫລວດປະຊາຊົນຢູ່ຕ່າງປະເທດ

ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ70ປີແຫ່ງວັນມູນເຊື້ອກຳລັງຕຳຫລວດປະຊາຊົນຢູ່ຕ່າງປະເທດ - ảnh 1
ສະຖານທູດ ຫວຽດນາມ ປະຈຳ ອາ​ເມ​ລິ​ກາ ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ
70 ປີ​ແຫ່ງ​ວັນ​ມູນ​ເຊື້ອ​ກຳລັງ​ຕຳຫລວດ​ປະຊາຊົນ ​

(vovworld) - ​ ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ມູນ​ເຊື້ອ​ກຳລັງ​ຕຳຫລວດ​ປະຊາຊົນ ​ແລະ 10 ປີ​​ແຫ່ງ​ວັນ​ບຸນ​ທົ່ວ​ປວງ​ຊົນ​ປົກ​ປັກ​ຮັກສາ​ຄວາມ​ປອດ​ໄພ​ປະ​ເທດ​ຊາດ ສືບ​ຕໍ່​ດຳ​ເນີນ​ຢູ່​ຫລາຍ​ປະ​ເທດ​ໃນ​ໂລກ​ຢ່າງ​ສົມ​ກຽດ. ວັນ​ທີ 19/8, ສະຖານທູດ ຫວຽດນາມ ປະຈຳ ອາ​ເມ​ລິ​ກາ ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ​ເຫດການ​ສຳຄັນ​ດັ່ງ​ກ່າວ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ສະ​ເຫຼີ​ມສະຫຼອງ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ອາ​ເມ​ລິ​ກາ ຟ້າ​ມກວາງ​ວິ​ງ ຢືນຢັນ​ວ່າ: ກຳລັງ​ຕຳຫລວດ​ປະຊາຊົນໄດ້​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ​ ​ນັບ​ມື້​ນັບ​ເຂົ້າ​ຮ່ວມຢ່າງເລິກ​ເຊິ່ງ, ກ້ວາງ​ຂວາງ​ເຂົ້າບັນດາ​ອົງການ​ພາກ​ພື້ນ ​ແລະ ສາກົນຢ່າງ​ຕັ້ງ​ໜ້າ. ມາ​ຮອດ​ປະຈຸ​ບັນ​ ຫວຽດນາມ ​ໄດ້​ມີ​ການພັວພັນ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຄວາມ​ສະຫງົບ, ປະຕິບັດ​ກົດ​ໝາຍກັບ 55 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ, ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ກັບ 22 ອົງກາ​ນຈັດ​ຕັ້ງ ​ແລະ ​ເວທີ​ປາ​ໄສ​ການ​ຮ່ວມ​ມື​ສາກົນ. ບັນດາ​ການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ​ນັ້ນ ​ໄດ້​ປະກອບສ່ວນ​​ປັບປຸງ, ພັດທະນາ​ການ​ພົວພັນມິດຕະພາບ, ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ປະ​ເທດ​ຕ່າງ​ໆ.

           ຕອນ​ຄ່ຳວັນ​ທີ 19/8, ສະຖານທູດ ຫວຽດນາມ, ອົງການ​ຕາງໜ້າ​ກະຊວງ​ຕຳຫລວດ ຫວຽດນາມ ປະຈຳ ມາ ​​ເລ​ເຊຍ ສົມທົບກັນ​ຈັດ​ຕັ້ງພິທີ​ສະ​ເຫຼີ​ມສະຫຼອງ 70 ​ແຫ່ງ​ວັນ​ມູນ​ເຊື້ອ​ກຳລັງ​ຕຳຫລວດ​ປະຊາຊົນ ຫວຽດນາມ (19/8/1945 – 19/8/2015) ​ແລະ 10 ປີ​ແຫ່ງ​ວັນ​ບຸນ​ທົ່ວ​ປວງ​ຊົນ​ປົກ​ປັກ​ຮັກສາ​ຄວາມ​ປອດ​ໄພ​ປະ​ເທດ​ຊາດ. ທີ່​ພິທີ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ມາ​ເລ​ເຊຍ ຟ້າ​ມກາວ​ຟອງ ​ໃຫ້​ຮູ້​ວ່າ: ການ​ພົວພັນ​ລະຫວ່າງ​ກະຊວງຕຳຫລວດ ຫວຽດນາມ ​ແລະ ກະຊວງ​ພາຍ​ໃນ​ຂອງ ​ມາ​ເລ​ເຊຍ​ໄດ້​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ເໝາະ​ສົມກັບ​ຖະ​ແຫຼ​ງການ​ຮ່ວມ​ກ່ຽວກັບ​ຂອບ​ເຂດ​ການ​ພົວພັນ​ຄູ່​ຮ່ວມ​ມືຍຸດ​ທະ​ສາດ​ລະຫວ່າງ​ລັດຖະບານ ຫວຽດນາມ ​ແລະ ມາ​ເລ​​ເຊຍ ​ເຊິ່ງ​ແມ່ນນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ​ແລະ ນາຍົກລັດຖະມົນຕີ ມາ​ເລ​ເຊຍ Najib Razak ຫາກໍ່ລົງ​ນາມ. ກ່ອນ​ໜ້າ​ນັ້ນ, ຕອນ​ຄ່ຳ​ວັນ​ທີ 18/8, ສະຖານທູດ ຫວຽດນາມ ປະຈຳ ສ.​ເກົາຫຼີ ​ແລະ ກູ​ບາ ​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ​​ເຫດກາ​ນນີ້.

          

ຂ່າວ/ບົດ​ອື່ນ