ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ70ປີແຫ່ງວັນມູນເຊື້ອຂອງຕຳຫຼວດປະຊາຊົນ

ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ70ປີແຫ່ງວັນມູນເຊື້ອຂອງຕຳຫຼວດປະຊາຊົນ - ảnh 1
ສະ​ເຫຼີມສະຫຼອງ 70 ປີ​ແຫ່ງ​ວັນມູນ​ເຊື້ອ​ຂອງຕຳຫຼວດ​ປະຊາຊົນ
(ພາບ: baocantho.com.vn)


(vovworld) – ຕ​ອນຄໍ່າວັນ​ທີ 16/08, ​ເນື່ອງ​​ໂອກາດ​ສະ​ເຫຼີມສະຫຼອງ 70 ປີ​ແຫ່ງ​ວັນມູນ​ເຊື້ອ​ຂອງຕຳຫຼວດ​ປະຊາຊົນ (19/08/1945 – 19/08/2015) ​ແລະ 10 ປີ​ແຫ່ງ​ວັນ “ທົ່ວປວງ​ຊົນ​ປົກ​ປັກຮັກສາ​ຄວາມ​ສະຫງົບ​ແຫ່ງ​ຊາດ”, ໜັງສື​ພິມ​ຕຳຫຼວດ​ນະຄອນ​ໂຮ່ຈິ​ມິນ ​ໄດ້​ສົມທົບ​ກັບ​ໂທລະພາບ​ນະຄອນ​ໂຮ່ຈິ​ມິນ ຈັດ​ຕັ້ງ​ລາຍການ​ເຊີ​ດຊູ ​ແລະ ພົບ​ປະ​ກັບ​ “​ແບບຢ່າງ​ດີ​ເດັ່ນ​ຄຸ້ມຖະໜົນ” ຄັ້ງ​ທີ 16 ປີ 2015. ​ໃນ​ໂອກາດ​ນີ້, ປະຊາຊົນ​ນະຄອນ​ມີ​ໂອກາດ​ພົບ​ປະ​ແລກ​ປ່ຽນ​ກັບ​ບັນດາ​ວິລະ​ຊົນຕ​ຳຫຼວດ, ກຳລັງ​ປ້ອງ​ກັນ​ທີ່ດີ​ເດັ່ນ, ຜ່ານ​ນັ້ນ​ຍົກ​ສູງ​ຄວາມ​ທີ່​ຮັບ​ຜິ​ດຊອບ​ປົກ​ປັກ​ຮັກສາ​ຄວາມ​ສະຫງົບ​ສຸກ​​ໃຫ້​ສັງຄົມ.

        ​ແລະ​ກໍ​ໃນ​ຕ​ອນຄໍ່າ​ວັນ​ທີ 16/08, ແ ​ແລະ 10 ປີ​ແຫ່ງ​ວັນ “ທົ່ວປວງ​ຊົນ​ປົກ​ປັກຮັກສາ​ຄວາມ​ສະຫງົບ​ແຫ່ງ​ຊາດ”. ​ໂດຍ​​ໄດ້​ຮັບ​ມອບ​ສິດຈາກ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ​ນຊາງ, ການ​ນຳ​ນະຄອນ​ເກີນ​​ເທ​ີ ​ໄດ້​ມອບ​ນາມມະ​ຍົດ​ ວິລະ​ຊົນ​ກຳລັງ​ປະກອບ​ອາ​ວຸດ​ປະຊາຊົນ ​ໃຫ້ກອງ​ຕຳຫຼວດ​ສືບສວນ​ອາດຊະຍາ​ກຳ ກ່ຽວ​ກັບ​ການ​ຄຸມຄອງ​ດ້ານ​ເສດຖະກິດ ​ແລະ ຕຳ​ແໜ່​ງ (PC 46) ຕຳຫຼວດ​ນະຄອນ​ເກີ​ນ​ເທີ. ພົນ​ເອກ ​ເຈີ​ນ​ແທງ​ຈ່າງ, ຫົວ​ໜ້າ PC 46 ​ແບ່ງປັນ​ວ່າ.

        “ນີ້​ແມ່ນ​ນາມມະ​ຍົດອັງ​ສູງ​ສົ່ງ​ຂອງ​ພັກ, ລັດ ທີ່​ມອບ​ໃຫ້​ກອງ PC 46 , ຕຳຫຼວດ​ນະ​ຄອນ​ເກີນ​​ເທີ ດ້ວຍ​ຄວາມ​ມານະ​ພະຍາຍາມ​ຕໍ່​ສູ້​​ເພື່ອ​ຍາດ​ໄດ້​ບັນດາ​ຜົນງານ​ກ່ຽວ​ກັບ​ວຽກ​ງານ​ສາມັກ​​ພາຍ​ໃນ, ວຽກ​ງານ​ກໍ​ສ້າ​ງພັກ, ວຽກ​ງານ​ຈັດ​ຕັ້ງ​ພະນັກງານ. ນີ້​ກໍ​ແມ່ນ​ການລະດົມກຳລັງ​​ໃຈ​ເພື່ອ​ໃຫ້​ພະນັກງານ, ນັກຮົບ ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ໃນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳ ​ແລະ ​​ຕັ້ງໜ້າເຂົ້າ​ຮ່ວມ​ບັນດາ​ຂະ​ບວນການ​ແຂ່ງຂັນ”.

ຂ່າວ/ບົດ​ອື່ນ