ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງວັນຊາດ 02/09 ຢູ່ພາຍໃນ ແລະ ຕ່າງປະເທດ

ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງວັນຊາດ 02/09 ຢູ່ພາຍໃນ ແລະ ຕ່າງປະເທດ - ảnh 1
ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ກຸຍ​ບາ ​ເຢືອງມິ​ງ
ກ່າວ​ຄຳ​ເຫັນ​ທີ່​ພິທີ
(ພາບ: baotintuc.vn)


(vovworld) – ​​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ​ວັນສະຖາປະນາ​ປະ​ເທດ​ຫວຽດນາມ 02/09 ​ແລະ 45 ປີ​ແຫ່ງ​ວັນ​ປະຕິບັດ​ຄຳ​ພິ​ໃນ​ກຳ​ຂອງ​ປະທານ​ໂຮ່ຈິ​ມິນ, ວັນ​ທີ 02/09, ສະຖານທູດ​ຫວຽດນາມ ປະຈຳ​ກຸຍ​ບາ ​ໄດ້​ຈັດ​ພິທີ​ວາງ​ພວງມາລາ​ຢູ່​ອານຸສາ​ວະລີ​ປະທານ​ໂຮ່ຈິ​ມິນ ​ໃນສວນສາທາລະນະ​ສັນຕິພາບ ທີ່ນະຄອນຫຼວງ La Habana. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ກຸຍ​ບາ ​ເຢືອງມິ​ງ, ​ໄດ້​ທົບ​ທວນຄື​ນ ຊີວິດ ​ແລະ ພາລະກິດ​ປະຕິວັດ​ຂອງ​ປະທານ​ໂຮ່ຈິ​ມິນ ນັບ​​ແຕ່​​ເວລາ​​ທີ່ເພີ່ນ​ເດີນ​ທາງ​​​ໄປຊອກ​ຫາ​ເສັ້ນທາງ​ກູ້ຊາດ​​ເມື່ອ​ປີ 1911, ພ້ອມ​ທັງ​ຢືນຢັນ​ບັນດາການ​ເຄື່ອນ​ໄຫວ​ຂອງ​ເພິ່ນໃນ​ຕະຫຼອດ​ຊຸມ​ເດືອນ​ປີ​ແຫ່ງ​ການຊອກ​ຫາ​ເສັ້ນທາງ​ກູ້​ຊາດ​ປະ​ເທດ​ຕ່າງໆໃນ​ທົ່ວ​​ໂລກ ​ສິ່ງ​ດັ່ງກ່າວໄດ້ຊ່ວຍ​ໃຫ້​ເພີ່ນ​ເຂົ້າ​ໃຈ​ກວ່າ​ກ່ຽວ​ກັບ​ຄວາມທຸກ​ຍາກ​ລຳ​ບາກ​ຂອງ​ບັນດາ​ປະ​ເທດ​ທີ່​ຖືກ​ກົດ​ຂີ່​ຂູດ​ຮີ​ດ ​ແລະ ຊອກ​ໄດ້​ທິດ​ທາງ​ອັນ​ຖືກຕ້ອງ​ໃຫ້​ການ​ປະຕິວັດ​ປົດປ່ອຍ​ຊາດ​ຢູ່​ຫວຽດນາມ.

        ກ່ອນ​ໜ້າ​ນັ້ນ, ​ໃນ​ຂອບ​ເຂດ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ​ວັນ​ບຸນ​ໃຫ​ຍ່ ຂອງ​ຊາດ, ສະຖານທູດ​ຫວຽດນາມ, ​ໃນຖານະ​ເປັນ​ປະທານ​ໝູນ​ວຽນ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນ ຢູ່ກຸຍ​ບາ ​ໄດ້​ຈັດ​ງານ​ພົບ​ປະ​ແລກປ່ຽນກິລາລະຫວ່າງ​ພະນັກງານ, ພາລະ​ກອນ​ສະຖານທູດ​ບັນດາ​ປະ​ເທດ​ໃນ​ກຸ່​ມທີ່​ມີ​ອົງການ​ຕາງ​ໜ້າ​ປະຈຳ​ກຸຍ​ບາ ​ເຊິ່ງລວມມີ ລາວ, ກຳປູ​ເຈຍ, ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ ດ້ວຍ​ຈຸດປະສົງ ​ເພີ່ມ​ທະວີ​ການ​ພົວພັນ​ສາມັກຄີ, ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ປະ​ເທດ​ພາຍ​ໃນ​ກຸ່ມ.

ຕອນ​ຄຳ່​ຂອງ​ວັນ​ດຽວ​ກັນ, ຫົວໜ້າ​ສະຖານກົງສູນ​ຫວຽດນາມ ​ປະຈຳ​ນະຄອນ Perth, ປະ​ເທດ​ອົດ​ສະ​ຕາ​ລີ ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 69 ປີ ​ແຫ່ງ​ວັນ​ສະຖາປະນາ​ປະ​ເທດ​ຫວຽດນາມ​ ຢູ່​ສຳນັກງານ​ຜູ້​ວ່າການ​ລັດ. ​ເຂົ້າ​ຮ່ວມ​ພິທີ​ມີ​ແຂກ​ຜູ້​ມີ​ກຽດ​ປະມານ 300 ທ່ານ, ​ເຊິ່ງ​ແມ່ນ​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ລັດ​ອົດ​ສະ​ຕາ​ລີ​ຕາ​ເວັນ​ຕົກ, ບັນດາ​ສະມາຊິກ​ລັດຖະສະພາ. ​ເຈົ້າ​ຄອງ​ນະຄອນ Perth ​ແລະ ​ເຈົ້າ​ຄອງ​ຫຼາຍ​ນະຄອນ​​ໃນ​ລັດ​, ພ້ອມ​ກັບ​ຊາວ​ຫວຽດນາມ, ນັກ​ສຶກສາ​ຫວຽດນາມ​ຢູ່​ລັດ​ອົດ​ສະ​ຕາ​ລີ​ຕາ​ເວັນ​ຕົກ. ທີ່​ພິທີ, ຜູ້​ຮັກສາ​ການ​ຜູ້​ວ່າການ​ລັດ​ອົດ​ສະ​ຕາ​ລີ​ຕາ​ເວັນ​ຕົກ Wayne Martin, ຕີ​ລາຄາ​ສູງບັນດາ​ຜົນງານ​ເຊິ່ງຫວຽດນາມ ​ບັນລຸ​ໄດ້ ກໍ່​ຄື​ການ​ພັດທະນາ​ ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ, ພິ​ເສດ​ແມ່ນ​ລະຫວ່າງ​ຫວຽດນາມ ​ກັບ​ລັດ​ອົດ​ສະ​ຕາ​ລີ​ຕາ​ເວັນ​ຕົກ. ທ່ານ​ກໍ່​ອວຍພອນ​ວົງ​ຄະນາ​ຍາດ​ຊາວ​ຫວຽດນາມ ​ຢູ່​ອົດ​ສະ​ຕາ​ລີ ທີ່​ມີ​ຊາວ​ຫວຽດນາມ​ ຜູ້​ທຳ​ອິດ​ກາຍ​ເປັນ​ຜູ້​ວ່າການ​​ລັດ​ອົດ​ສະ​ຕາ​ລີ​​ໃຕ້, ທັງ​ແມ່ນ​ຜູ້​ວ່າການ​ຊາວ​ອາຊີ​ຜູ້​ທຳ​ອິດ​ຢູ່​ອົດ​ສະ​ຕາ​ລີ. ທ່ານ​ກໍ່​ຂໍ​ອວຍພອນລັດຖະບານ ​ແລະ ປະຊາຊົນ​ຫວຽດນາມ ​ບັນລຸ​ໄດ້ຜົນ​ງານ​ອັນ​ໃຫຍ່​ຫຼວງ​ຫຼາຍ​ຢ່າງ​ກວ່າ​ອີກ​ໃນ​ພາລະກິດ​ສ້າງສາ​ປະ​​ເທດ​ໃຫ້​ນັບ​ມື້​ນັບ​ຮັ່ງມີ​ເຂັ້ມ​ແຂງ ​ແລະ ພັດທະນາ.

ຂ່າວ/ບົດ​ອື່ນ