ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງວັນຊາດຫວຽດນາມທີ 2/9

ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງວັນຊາດຫວຽດນາມທີ 2/9 - ảnh 1
(ພາບປະກອບ)

(vovworld) -     ຕອນ​ເຊົ້າ​ວັນ​ທີ 2/9, ຢູ່​ນະຄອນ​ໂຮ່ຈິ​ມິນ, ຄະນະ​ພັກ​ນະຄອນ, ສະພາ​ປະຊາຊົນ, ຄະນະ​ກຳມະການ​ປະຊາຊົນ, ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ນະຄອນ​ໂຮ່ຈິ​ມິນ ​ໄດ້​ຈັດ​ຕັ້ງ​ງານ​ໂຮມ​ຊຸມນຸມ​ມິດ​ຕິງ​ສະ​ເຫຼີ​ມສະຫຼອງ 67 ​ປີ​ແຫ່ງ​ວັນການ​ປະຕິວັດ​ເດືອນ​ສິງຫາ ສຳ​ເລັດ​ຜົນ ​ແລະ ວັນຊາດຫວຽດນາມທີ 2/9 ຢ່າງ​ສົມ​ກຽດ. ​ເຂົ້າ​ຮ່ວມ​ມີ​ທ່ານ Nguyen Tan Dung​ ນາຍົກລັດຖະມົນຕີຫວຽດນາມ, ທ່ານ Phan Van Khai ອະ​ດີດນາຍົກລັດຖະມົນຕີ, ທ່ານ Le Thanh Hai ກຳມະການ​ກົມ​ການ​ເມືອງ, ​ເລຂາ​ຄະນະ​ພັກ​ນະຄອນ​ໂຮ່ຈິ​ມິນ, ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ Le Hoang Quan, ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ ​ໄດ້​ເນັ້ນ​ໜັກ​ວ່າ.

“ນຳໃຈ​ການປະຕິວັດ​ເດືອນ​ສິງຫາ​ທີ່​ຍິ່ງ​ໃຫຍ່ ​ແລະ ວັນຊາດທີ 2/9 ຈະ​ບໍ່​ມີ​ວັນຈະ​ຈືດຈາງໃນ​ດວງ​ໃຈ​ຂອງ​ປະຊາຊົນ​ຫວຽດນາມ ​ແຕ່ລະຄົນ ​ແລະ ລຸ້ນຄົນຕໍ່​ໄປ. ​ເພື່ອ​​ເປັນ​ການສະ​ເຫຼີ​ມສະຫຼອງ 67 ​ປີ​ແຫ່ງ​ວັນການ​ປະຕິວັດ​ເດືອນ​ສິງຫາ ​ແລະ ວັນຊາດຫວຽດນາມ ທີ 2/9 ຢ່າງ​ແທດ​ຈິງ, ພະນັກງານ​ກໍ​ຄື​ຊາວ​ນະຄອນ​ໂຮ່ຈິ​ມິນ ​ແຕ່ລະຄົນ ໝັ້ນ​ໝາຍວ່າ​ພະຍາຍາມ​ຜັນ​ຂະຫຍາຍ​ມູນ​ເຊື້ອ​ຮັກຊາດ, ປະຕິວັດ​ທີ່​ອົງອາດ​ກ້າ​ແກ່ນ, ​ເປັນ​ເຈົ້າ​ການ​ມີ​ຫົວຄິດ​ປະດິດ​ສ້າງ​ຜ່ານ​ຜ່າ​ທຸກ​ຄວາມ​ຫຍຸ້ງຍາກ, ການ​ທົດ​ສອບ, ຍາດ​​ເອົາ​ໄຊຊະນະ​ຫຼາຍ​ກວ່າ​ອີກ ​ໃນ​ບັນດາ​ຂົງ​ເຂດ​ເຄື່ອນ​ໄຫວ​ເພື່ອ​ສ້າງສາ, ພັດທະນາ ​ແລະ ປົກ​ປັກ​ຮັກສາ​ນະຄອນ, ​ໃຫ້ກາຍ​ເປັນນະຄອນ​ທີ່​ສີວິ​ໄລ, ທັນ​ສະ​ໄໝ, ​​ສົມ​ກັບ​ເປ​ັນນະຄອນ​ທີ່​ມີ​ຊື່​ປະທານ​ໂຮ່ຈິ​ມິນ ຍິ່ງ​ໃຫຍ່, ປະກອບສ່ວນ​ໃຫຍ່​ຫຼວງ​ເຂົ້າ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ປະຕິບັດ​ຈຸດໝາຍ “ປະຊາຊົນ​ຮັ່ງມີ: ປະ​ເທດ​ຊາ​ດເຂັ້ມ​ແຂງ, ປະຊາທິປະ​ໄຕ, ຍຸດຕິ​ທຳ ​ແລະ ສີວິ​ໄລ” ຢ່າງ​ມີ​ໄຊ, ​ເພື່ອ​ກ້າວ​ຂຶ້ນ​ສູ່​ລັດທິ​ສັງຄົມ​ນິຍົມ. ”

ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງວັນຊາດຫວຽດນາມທີ 2/9 - ảnh 2
(ພາບປະກອບ)

​ແລະ​ກໍ່​ໃນ​ວັນ​ດຽວ​ກັນ​ຢູ່​ບັນດາ​ທ້ອງ​ຖິ່ນ​​ໃນ​ທົ່ວ​ປະ​ເທດ ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວສະ​ເຫຼີ​ມສະຫຼອງ 67 ​ປີ​ແຫ່ງ​ວັນການ​ປະຕິວັດ​ເດືອນ​ສິງຫາ ​ແລະ ວັນຊາດຫວຽດນາມ ທີ 2/9. ຢູ່​ຫໍ​ບູຊາ​ປະທານ​​ໂຮ່ຈິ​ມິນ, ທີ່ຕາ​ແສງ ​Chau Thoi, ​ເມື​ອງ Vinh Loi, ​ແຂວງ Bac Lieu, ​ດ້ຈັດ​ພິທີ່​ຖະຫວາຍ​ທູບ​ຖຽນບູຊາ​ເນື່ອງ​ໃນ​ໂອກາດ​ວັນ​ເຖິງ​​ແກ່ມໍລະນະ​ກຳຂອງປະທານ​ໂຮ່ຈິ​ມິນ (2/9/1969 – 2/9/2012). ການ​ນຳ ​ແລະ ປະຊາຊົນ​ແຂວງ Bac Lieu ໝັ້ນ​ໝາຍວ່າ​ຈະ​ສືບ​ຕໍ່​ເດີນ​ຕາມ​ເສັ້ນທາງ​ເຊິ່ງພັກ ​ແລະ ປະທານ​ໂຮ່ຈິ​ມິນ ​ໄດ້​ເລືອກ​ເຟັ້ນ ​ແມ່ນ​ສາມັກຄີ, ສູ້​ຊົນ​ສ້າງສາ​ບ້ານ​ເກີດ​ເມືອງ​ນວນ Bac Lieu ​ໃຫ້​ນັບ​ມື້​ນັບ​ຮັ່ງມີ​ເຂັ້ມ​ແຂງ.

ສ່ວນ​ຢູ່​ແຂວງ Tien Giang, ປະຊາຊົນ​ນັບ​ຮ້ອຍ​ຄົນ ​ໄດ້​ໄປ​ຖະຫວາຍ​ທູບ​ຖຽນບູຊາ ຢູ່​ເຮືອນ​ຂອງ​ທ່ານ​ Tran Thanh Binh, ພະນັກງານ​ພັກ​ກິນ​ເບ້ຍ​ບຳນານ ຢູ່​ບ້ານ Tan Thien,  ຕາ​ແສງ Tan Phong, ​ເມືອງ Cai Lay, ​ຈັດ​ຕັ້ງພິທີ​ໄຫວ້​ບູຊາ​ອາ​ໄລ​ຫາປະທານ​ໂຮ່ຈິ​ມິນ. ນີ້​ແມ່ນ​ຄັ້ງ​ທີ 15 ​ເຊິ່ງທ່ານ Tran Thanh Binh ຮັກສາ​ການຈັດ​ຕັ້ງ​ພິທີທີ່​ມີ​ຄວາມ​ໝາຍ​ນີ້. ທ່ານ Tran Thanh Binh ​ໃຫ້​ຮູ້​ວ່າ.

“​ຂ້າພ​ະເຈົ້າ​ຄິດ​ເຖິງ​ບຸນຄຸນ​ຢ່າງ​ມະຫາສານ​ຂອງ​ເພີ່ນ ​ເພາະສະ​ນັ້ນ​ຂ້າພະ​ເຈົ້າ​ຢາກ​ເຮັດ​ວຽກງານ​ໃດ​ໜຶ່ງ​ເພື່ອ​ໃຫ້​ປະຊາຊົນ​ປະຕິບັດ​ຕາມ​, ກໍ​ຄື​ຕັກ​ເຕື່ອນ​ໃຫ້​ປະຊາຊົນ​ເຂົ້າ​ໃຈວ່າ: ປະທານ​ໂຮ່ຈິ​ມິນ ​ແມ່ນ​ຄົນ​ສ້າງ​ຕັ້ງ ພັກ​ກອມ​ມູນິດ​ຫວຽ​ດນາມ. ຂ້າພະ​ເຈົ້າ​ຄິດ​ວ່າ​ ຕະຫຼອດຊີວິດ​ຂອງ​ເພີ່ນ ​ແມ່ນ​ອຸທິດ​ສ່ວນໃຫ້​ແກ່​ປະຊາຊົນ”.

ສຳລັບພໍ່​ແມ່​ປະ​ຊົນ​ບັນດາ​ເຜົ່າ​ຢູ່​ເຂດ​ທາງ​ທິດຕາ​ເວັນ​ຕົກ​ສ່ຽງ​ເໜືອ​ຂອງ​ຫວຽດນາມ​ນັ້ນ, ວັນ​ທີ 2/9 ​ແມ່ນ​ວັນ​ສຳຄັນ​ຍິ່ງ​ມີ​ຄວາມ​ໝາຍ​ຢ່າງ​ໃຫຍ່​ຫຼວງ​ໃນ​ການ​ດຳລົງ​ຊີວິດ. ຍ້ອນ​ມີ​ພັກ, ມີ​ປະທານ​ໂຮ່ຈິ​ມິນ​ນັ້ນ, ປະຊາຊ​ົນຈຶ່ງ​ມີ​ສິດ​ເສລີພາບ, ມີ​ຄວາມ​ອີ່ມ​ໜຳ​ສຳລານ ​ແລະ ສົມບູນ​ພູນສຸກ. ທ່ານ ດຣ Tran huu Son ຫົວໜ້າ​ພະ​ແນ​ກວັດທະນະທຳ ກິລາ ​ແລະ ທ່ອງ​ທ່ຽວ ​ແຂວງ​ລາວ​ກາຍ​ໃຫ້​ຮູ້​ວ່າ  :

  “ ຕະຫຼາດນັດ​ໃນ​ຊຸມ​ວັນ​ບຸນ​​ໃຫຍ່ຂອງ​ຊາດ​ແມ່ນ​ມີ​ຜູ້​ມາ​ຊື້​ຂາຍ​ຢ່າງ​ໜາ​ແໜ້ນ. ຕະຫຼາດ​ຢູ່ ບັກ​ຮ່າ, ​ເມື່ອ​ງ​ເຄື່ອງ​ຢູ່​ແຂວງ ລ່າວ​ກາຍ ​ໃນ​ຊຸມ​ວັນ​ນີ້ ​ແມ່ນ​ຟົດ​ຟື້ນ​ມ່ວນ​ຊື່ນ ຄັບຄາ​ໜາ​ແໜ້ນ​ກ່ວາ​ມື້​ທຳ​ມະ​ດາ. ຊາວ​ເຜົ່າ​ມົ້ງຢູ່ ບັກ​ຮ່າ, ​ ເມື່ອ​ງເຄືອງ, ສີມ​າກາຍຍັງ​ຂ້າມ​ປ່າ​ໄປ​ຮອດ​​ ໂມກ​ເຈົາ​ເພື່ອ​ເຂົ້າ​ຮ່ວມ​ວັນ​ບຸນ​ໃຫຍ່​ຂອງ​ຊາດ​ກັບ​ຊາວ​ເຜົ່າ​ມົ້ງຢູ່​ແຂວງ ​ເຊີນ​ລາ ” .

ສ່ວນ​ນາງ Vu Thi Pang ຢູ່​ບ້ານ ຕາ​ເພງ, ຕາ​ແສງ ​ເຕີນ​ເລີບ, ​ເມືອງ​ໂມກ​ເຈົາ ​ແຂວງ​ເຊີນ​ລາ ​ໃຫ້​ຮູ້​ວ່າ :

   “ ​ໃນວັນ​ບຸນ​ໃຫຍ່​ຂອງ​ຊາດ, ພໍ່​ແມ່​ປະຊາຊົນ​ມີ​ຄວາມ​ເບີກບານ​ມ່ວນ​ຊື່ນ​ແທ້. ທຸກໆ​ຄົນ​ຕ່າງ​ກ​ໍໄປທ່ຽວ​ຫຼິ້ນ, ປີ​ໃດ​ກໍ​ເຊັ່ນ​ດຽວ​ກັນ, ​ເຖິງ​ວ່າ​ຈະ​ຢູ່​ໄກ​ແນວ​ໃດ​ກໍ​ຢາ, ກໍ​ລ້ວນ​ແຕ່​ຊັກ​ຊວນ​ກັນ​ໄປ​ເມືອງ​ເພື່ອ​ຮ່ວມ​ຄວາມ​ມ່ວນ​ຊື່ນ​ກັບ​ທຸກໆ​ຄົນ . ປະຈຸ​ບັນ ມີ​ຊີວິດ​ທີ່​ອີ່ມ​ໜຳ​ສຳລານ, ພໍ່​ແມ່​ປະຊາຊົນ​ມີ​ຄວາມ​ຮູ້​ບຸນຄຸນຕໍ່​ລຸງ​ໂຮ່, ຕໍ່​ພັກ​ຫຼາຍ​ທີ​ສຸດ ” .

    ​ໃນ​ຂະນະ​ດຽວ​ກັນ, ສະຖານທູດ​ຫວຽດນາມ​ປະຈຳ ກາ​ນາ​ດາ, ​ເມັກ​ຊິກ​ໂກ ​ແລະ ປະເທດອື່ນໆ ກໍ​ລ້ວນ​ແຕ່​ຈັດການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ ວັນຊາດ​ຫວຽດນາມ 2/9 ຄົບຮອບ 67 ປີ .

ຂ່າວ/ບົດ​ອື່ນ