ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງວັນແພດໝໍຫວຽດນາມ27/2

ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງວັນແພດໝໍຫວຽດນາມ27/2 - ảnh 1
ພາບປະກອບ

(vovworld) – ​  ຕອນ​ບ່າຍ​ວັນ​ທີ 24/2, ທ່ານ​ຫົວ​ໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ຫວໍ​ວັນ​ເຖືອ​ງ ​​ໄດ້​ລົງ​ຢ້ຽມຢາມ ​ແລະ ອວຍພອນຄະນະ​ການ​ນຳ, ບັນດາ​ພະນັກງານ, ທ່ານໝໍ, ພາລະ​ກອນ​ໂຮງໝໍ K ສູນ​ກາງ (ຮາກ​ຖານ​ຢູ່ ​ເຕີນ​ຈ່ຽວ - ຮ່າ​ໂນ້ຍ) ​ເນື່ອງ​​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 61 ປີ​ແຫ່ງ​ວັນ​ແພດ​ໝໍ ຫວຽດນາມ (27/2/1955 – 27/2/2016). ນະ​ທີ່​ນີ້, ທ່ານ ຫວໍ​ວັນ​ເຖືອ​ງ ຊີ້​ແຈ້ງວ່າ: ບັນດາ​ຄວາ​ມມານະ​ພະຍາຍາມ​ຂອງ​ໂຮງໝໍ​ໄດ້​ປະກອບສ່ວນ​ບໍ່​ໜ້ອຍ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບວຽກ​ງານ​ເບິ່ງ​ແຍງ​ດູ​ແລ, ປົກປັກ​ຮັກສາ​ສຸ​ຂະ​ພາບ​ຂອງ​ປະຊາຊົນ​ຂອງ​ຂະ​ແໜງ​ການ​ແພດ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ ຫວໍ​ວັນ​ເຖືອ​ງ ​ໄດ້​ລົງ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ໃຫ້​ບັນດາ​ຄົນ​ເຈັບ​ເປັນ​ເດັກນ້ອຍ​ທີ່ພວມ​ປິ່ນປົວ​ພະຍາດ​ຢູ່​​ໂຮງໝໍ K.

        ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ພະ​ແນ​ກສາທາລະນະ​ສຸກ ຮ່າ​ໂນ້ຍ ​ໄດ້​ຈັດ​ຕັ້ງ​ການສະ​ເຫຼີ​ມສະຫຼອງ​ວັນ​ແພດໝໍ ຫວຽດນາມ ​ແລະ ປຸກລະ​ດົມ​ການ​ແຂ່ງຂັນ​ໃນ​ທົ່ວ​ຂະ​ແໜງ​ປີ 2016.

        ​ເນື່ອງ​ໃນ​ໂອກາດ​ນີ້, ບໍລິສັດ ​Toyota ຫວຽດນາມ ສົມທົບ​ກັບ​ອົງການ VinaCapital Foundation (VCF) ຂອງ ອາ​ເມ​ລິ​ກາ ​ໄດ້​ຈັດ​ຕັ້ງ​ການ​ມອບ​ລົດ​ພະຍາບານ ດ້ວຍ​ມູນ​ຄ່າ​ກ່ວາ 2 ຕື້​ດົ່ງ​​ໃຫ້​ໂຮງໝໍ 6 ​ແຫ່ງ​ຢູ່​ແຂວງ ຮ່າ​ຢາງ. ​ເນື່ອງ​ໃນ​ໂອກ​າດນີ້, ບໍລິສັດ Toyota ຫວຽດນາມ ກໍ​ປະກອບ​ຈຳນວນ​ເງິນ 30 ລ້ານ​ດົ່ງ​ເຂົ້າ “ກອງ​ທຶນ​​ແຫ່ງຄວາມ​ຮັ​ກ​ແພງ” ​ໃນ​​ໂຮງ​ໝໍ​ແຫ່ງ​ຕ່າງໆ​ຢູ່​ແຂວງ ຮ່າ​ຢາງ.


ຂ່າວ/ບົດ​ອື່ນ