ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງວັນແພດໝໍຫວຽດນາມ27/2

ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງວັນແພດໝໍຫວຽດນາມ27/2 - ảnh 1

(vovworld) - ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 62 ປີ​ແຫ່ງວັນ​ແພດ​ໝ​ໍ ຫວຽດ​ນາມ (27/2/1955 – 27/2/2017), ຕອນ​ບ່າຍ​ວັນ​ທີ 26/2, ຄະ​ນະ​ຜູ້​ແທນ​ການ​ນຳນະ​ຄອນ ໂຮ່​ຈ​ີ​ມິນ ໂດຍ​ທ່ານ ດິງ​ລາ​ທັງ, ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ ໂຮ່​ຈີ​ມິນ, ນຳ​ໜ້າ​ໄດ້​ລົງ​ຢ້ຽມ​ຢາມ, ອວຍ​ພອນ​ບັນ​ດາ​​ຫົວ​ໜ່ວຍການ​ແພດ​ໃນ​ບໍ​ລິ​ເວນ​ນະ​ຄອນ. ຄະ​ນະ​ໄດ້​ລົງ​ຢ້ຽມ​ຢາມ​ສູນ​ການ​ແພດ​ສຳ​ຮອງ​ນະ​ຄອນ, ໂຮງ​ໝໍ​ພະ​ຍາດ​ເຂ​ດ​ຮ້ອນ, ໂຮງ​ໝ​ໍ​ໂລກ​​ມະ​ເຮັງ​ຄ​ໍ​ຫຼຽງ, ໂຮງ​ໝໍ​ຫູ - ດັງ - ຄໍ​ນະ​ຄອນ ໂຮ່​ຈີ​ມິນ.

        ວັນ​ທີ 26/2, ສະ​ມາ​ຄົມ​ການ​ຢາ ຫວຽດ​ນາມ ຢູ່​ສະ​ຫະ​ພັນ ລັດ​ເຊຍ  ມີ​ການ​ພົບ​ປະ​ຢູ່​ນະ​ຄອນຫຼວງ ມົດ​ສະ​ກູ. ການ​ພົບ​ປະ​ທີ່​ເປັນ​ມູນ​ເຊື້ອ​ເພື່ອ​ສະ​ເຫຼ​ີມ​ສະຫຼອງວັນ​ແພດ​ໝໍ ຫວຽດ​ນາມ ປະ​ຈ​ຳ​ປີ ໄດ້​ກາຍ​ເປັນ​ການ​ພົບ​ປະ, ແລກ​ປ່ຽນ​ບັນ​ດາ​ບົດ​ຮຽນ​ລະ​ຫວ່າງ​ບັນ​ດາ​ແພດ​ໝໍ, ນັກ​ສຶກ​ສາ​ຂະ​ແໜງ​ການ​ແພດ ທີ່​ພວມ​ດຳ​ລົງ​ຊີ​ວິດ, ປະ​ຕິ​ບັດ​ງານ​ຢູ່ ສະ​ຫະ​ພັນ​ ລັດ​ເຊຍ. ທ່ານ​ໝໍ​ຍິງ ຟານ​ຕ໋​ວຽດ​ຮັ່ງ, ຮອງ​ປະ​ທານ​ສະ​ມາ​ຄົມ​ການ​ຢາ ຫວຽດ​ນາມ ຢູ່​ສະ​ຫະ​ພັນ​ລັດ​ເຊຍ, ໃຫ້​ຮູ້​ວ່​າ:

        “ສະ​ມາ​ຄົມ​ການ​ຢາ ຫວຽດ​ນາມ ຢູ່ ລັດ​ເຊຍ ໄດ້​ຈັດ​ຕັ້ງ​ການ​ຊ່ວຍ​ເຫຼືອ​ພໍ່​ແມ່​ປະ​ຊາ​ຊົນ​ໃນ​ວຽກ​ງານ​ສົ່ງ​ເສີມ​ສຸ​ຂະ​ພາບ​ເປັນ​ປະ​ຈຳ. ຄະ​ນະ​ບໍ​ລິ​ຫານ​ງານ​ສະ​ມາ​ຄົມ​ພວ​ກ​ຂ້າ​ພະ​ເຈົ້າ​ກໍ່​ເປັນ​ເອ​ກະ​ພາບ​​ນຳກັນ​ວ່າ​ຈະ​ກວດ​​ພະ​ຍາດ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ເປັນ​ປະ​ຈຳ ແລະ ຕັກ​ເຕືອນ​ພໍ່​ແມ່​ປະ​ຊາ​ຊົນ​ວ່າ ຍາມ​​ເປັນ​ພະ​ຍາດ​ຕ້ອງ​ໄປ​ປິ່ນ​ປົວ​ໃນ​ທັ​ນ​ທີ ບໍ່​ປະ​ໃຫ້​​ເປັນ​ໜັກ​ຈຶ່ງ​ໄປ​ກວດ​​ມັນ​ຈະອັນ​ຕະ​ລາຍຫຼາຍ.”

        ຕອນ​ບ່າຍ​ວັນ​ທີ 26/2, ຢູ່​ນະ​ຄອນຫຼວງ ພະ​ນົມ​ເປັນ, ປະ​ເທດ​ກຳ​ປູ​ເຈຍ, ສະ​ມາ​ຄົມ​ຊາວກ​ຳ​ປູ​ເຈຍ ເຊື້ອ​ຊາດ ຫວຽດ​ນາມ ຢູ່ ກຳ​ປູ​ເຈຍ ກໍ່​ໄດ້​ຈັດ​ຕັ້ງ​ງານ​ລ້ຽງ, ພ້ອມ​ທັງ​ສະ​ເໜີ​ຕົວ​ຄະ​ນະ​ບໍ​ລິ​ຫານ​​ງ​ານຊົ່ວ​ຄາວ​ສະ​ມາ​ຄົມ​ທ່ານ​ໝໍ ຫວຽດ​ນາມ ຢູ່ ກຳ​ປູ​ເຈຍ.


ຂ່າວ/ບົດ​ອື່ນ