ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງໄຊຊະນະ30/4ຢູ່ອັກຊັງຕີນ,ອີຢິບແລະອິນເດຍ

ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງໄຊຊະນະ30/4ຢູ່ອັກຊັງຕີນ,ອີຢິບແລະອິນເດຍ - ảnh 1
ການ​ສະ​ເຫຼີມ​ສະຫຼອງ​ຢູ່ ອັກ​ຊັງ​ຕີນ
(ພາບ: Diệu Hương/Vietnam+)

(vovworld) – ໃນ​ບັນ​ຍາ​ກາດ​ທີ່​ທັງ​ປະ​ເທດເບ​ີກ​ບານ​ມ່ວນ​ສະ​ເຫຼີມ​ສະຫຼອງ 40 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້​ຢ່າງ​ສົມ​ບູນ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກ​ະ​ພາບ (30/4/1975 – 30/4/2015), ວັ​ນ​ທີ 28/4, ທີ່​ສຳ​ນັກ​ງານ​ສະ​ພາ​ຕ່ຳ ອັກ​ຊັງ​ຕີນ ຢູ່​ນະ​ຄອນຫຼ​ວງ Buenos Aires ໄດ້​ດຳ​ເນ​ີນ​ພິ​ທີ​ສະ​ເຫຼີມ​ສະຫຼອງ ເຫດ​ການ​ປະ​ຫວັດ​ສາດ​ສຳ​ຄັນ​ຍິ່ງນີ້, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ຕາງ​ໜ້າ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ສະ​ພາ​ແຫ່ງ​ຊາດ ອັກ​ຊັງ​ຕີນ, ສະ​ຖາ​ບັນ​ວັດ​ທະ​ນະ​ທຳ ອັກ​ຊັງ​ຕີນ - ຫວຽດ​ນາມ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ປະ​ເທດ​ຕ່າງໆ​ຄື: ລັດ​ເຊຍ, ອິນ​ເດຍ, ມາ​ເລ​ເຊຍ, ອິນ​ໂດ​ເນ​ເຊຍ, ຟີ​ລິບ​ປິນ ແລະ Nicaragua. ກ່າວ​ຄຳ​ເຫັ​ນ​ທີ່​ພິ​ທີ, ທ່ານ​ປະ​ທານ​ກຳ​ມາ​ທິ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສະ​ພາ​ຕ່ຳ ອັກ​ຊັງ​ຕີນ Guillermo Carmona ເນັ້ນ​ໜັກ​ວ່າ: “ປະ​ຊາ​ຊົນ ຫວຽດ​ນາມ ຍາມ​ໃດ​ກໍ່​ຮັບ​ຮູ້​ວ່າ: ເອ​ກະ​ລາດ, ເສ​ລີ​ພາບ, ກຽດ​ຕິ​ຄຸນ​ຂອງ​ມະ​ນຸດ​ແມ່ນ​ສິ່ງ​ທີ່​ສັກ​ກະ​ລະ​ບູ​ຊາ​ທີ່​ສຸດ ແລະ ເຂົາ​ເຈົ້າ​ພ້ອມ​ແລ້ວ​ທີ່​ຈະເສຍ​ສະຫຼະ​ຊີ​ວິ​ດ​ເພື່ອ​ປົກ​ປ້ອງ​ສິ່ງ​ດັ່ງ​ກ່າວ”.

        ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ອີ​ຢິບ ກໍ່​ໄດ້​ຈັດ​ຕັ້ງ​ພິ​ທີ​ສະ​ເຫຼີມ​ສະຫຼອງ 40 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້​ຢ່າງ​ສົມ​ບູນ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກ​ະ​ພາບ ຢ່າງ​ສົມ​ກຽດ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ອີ​ຢີບ ດ່າວ​ແທ່ງ​ຈູງ ເນັ້ນ​ໜັກ​ວ່າ: ໄຊ​ຊະ​ນະ​ອັນ​ຍິ່ງ​ໃຫຍ່​ເມື່ອ​ລະ​ດູ​ບານ​ໃໝ່​ປີ 1975 ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ນຳ​ພາ​ທີ່​ຖືກ​ຕ້ອງ​ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ບົດ​ບາດ​ຂອງ​ປະ​ທານ ໂຮ່​ຈີ​ມິນ, ​ສິ່ງ​ດັ່ງ​ກ່າວສະ​ແດງ​ໃຫ້​ເຫັນ​​ຄຸນ​ນະ​ທາດ ແລະ ພຸມ​ປັນ​ຍາ​ຂອງ ຫວຽດ​ນາມ, ແມ່ນ​ໝາກ​ຜົນ​ຂອງ​ວິ​ວັດ​ທະ​ນາ​ການ​ຕໍ່​ສູ້​ທີ່ພິ​ລະ​ອາດ​ຫານຂອງ​ປະ​ຊາ​ຊົນ ຫວຽດ​ນາມ.

        ໃນ​ວັນ​ທີ 28/4, ອົງ​ການ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ທົ່ວ ອິນ​ເດຍ (AIPSO) ກໍ​ໄດ້​ຈັດ​ຕັ້ງ​​ງານໂຮມ​ຊຸ​ມ​ນຸມ​​ສະ​ເຫຼີມ​ສະຫຼອງ 40 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້​ຢ່າງ​ສົມ​ບູນ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກ​ະ​ພາບ. ທີ່​ພິ​ທີ, ທ່ານ Pallab Sengupta, ເລ​ຂາ​ທິ​ການ​ໃຫຍ່ AIPSO ແລະ ຜູ້​ແທນ​ບັນ​ດາ​ພັກ​ການ​ເມືອງ, ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ ອິນ​ເດຍ ໄດ້​ຢ້ຳ​ຄືນ​ບັນ​ດາ​ອະ​ນຸສອນ​ກ່ຽວ​ກັບ​ນ້ຳ​ໃຈ​ສາ​ມັກ​ຄີ, ການ​ສະ​ໜັບ​ສະ​ໜູນ​ທີ່​ສຸດ​ຈິດ​ສຸດ​ໃຈ​ຂອງ​ປະ​ຊາ​ຊົນ ອິນ​ເດຍ ທີ່​ມີ​ຕໍ່​ການ​ຕໍ່​ສູ້​ເພື່ອ​ແນ​ໃສ່​ປົດ​ປ່ອຍ​​ພາກ​ໃຕ້​ຢ່າງ​ສົມ​ບູນ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກ​ະ​ພາບຂອງ ຫວຽດ​ນາມ.


ຂ່າວ/ບົດ​ອື່ນ