ການເຄື່ອນໄຫວຕ່າງໆສະໜັບສະໜູນຊາວປະມົງຕິດພັນກັບທະເລ

ການເຄື່ອນໄຫວຕ່າງໆສະໜັບສະໜູນຊາວປະມົງຕິດພັນກັບທະເລ - ảnh 1
ພາບປະກອບ

(vovworld) – ວັນ​ທີ 24/8, ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ເມືອງ ວີ໋ງລີງ, ​ແຂວງ ກວາງ​ຈີ້, ​ໄດ້ປຸກ​ລະດົມ​ລາຍການ “ພ້ອມ​ກັບ​ຊາວ​ປະມົງ ວີ໋ງລີງ ​ເດີນ​ເຮືອອອກສູ່​ທະ​ເລ”, ​​ເກັບ​ກຳ 5.000 ລາຍ​ເຊັນ ​ແລະ ​ເລ້​ຍລາຍ​ເງິນ​ສະໜັບສະໜູນ​ຊາວ​ປະມົງ ​ຢູ່​ເມືອງວີ໋ງລີງ. ​ເນື່ອງ​ໃນ​ໂອກາດ​ນີ້, ​ຄະນະ​ຊາວ​ໜຸ່ມ​ເມືອງ ວີ໋ງລີງ, ​ແຂ​ວງ ກວາງ​ຈີ້ ​ໄດ້​ມອບ​ຂອງຂວັນ 10 ພູດ, ​ແຕ່​ລະ​ພູດ​ມີ​ມູນ​ຄ່າ 20 ລ້ານ​ດົ່ງ​ໃຫ້​ຊາວ​ປະມົງ​ທຸກ​ຍາກ 10 ຄອບຄົວ. ນີ້​ແມ່ນ​ການ​ລະດົມ​ກຳລັງ​ໃຈ​ພໍ​ສົມຄວນ​ເພື່ອ​ໃຫ້​ພໍ່​ແມ່​ປະຊາຊົນ​ອອກ​ສູ່​ທະ​ເລ, ຕິດ​ພັນ​ກັບ​ທະ​ເລ ດຳລົງ​ຊີວິດ​ເປັນ​ປົກກະຕິ, ປະກອບສ່ວນ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດທະ​ເລ, ໝູ່​ເກາະ​ທີ່​ສັກກະ​ລະ​ບູຊາ​ຂອງ​ປະ​ເທດ​ຊາດ.

    ​ໃນ​ລະ​ຫວ່າງ​ວັນ​ທີ 24 – 28/8, ບໍລິສັດ​ໂທ​ລະ​ຄົມ ຟູ໋ອຽນ ສົມທົບ​ກັບ​ບໍລິສັດ Vinaphone ຈັດ​ຕັ້ງ​ລາຍການ “Vinaphone ​ຕໍ່​ພະລັງ​ແຮງ​ໃຫ້​ຊາວ​ປະມົງ​​ເດີນ​ເຮືອຕິດ​ພັນ​ກັບ​ທະ​ເລ” ຢູ່​ບໍລິ​ເວນ​ນະຄອນ ຕູຍ​ຮ່ວາ, ​ເມືອງ ຕູຍ​ອານ, ​ເມືອງ ດົງ​ຮ່ວາ ​ແລະ ​ເທດ​ສະບາ​ນ ຊົງ​ເກົ່າ (​ແຂວງ ຟູ໋ອຽນ). ລາຍການ​ໄດ້​ມອບ 2.000 ຊິ​ມກາກ ​ໂທລະສັບ​ໂດ​ຍບໍ່​ເສຍ​ຄ່າ​​ໃຫ້​ຊາວ​ປະມົງ​ຢູ່​ທ້ອງ​ຖີ່​ນດັ່ງກ່າວ, ​ແຕ່​ລະ​ຊິ​ມກາກ​ມີ​ມູນ​ຄ່າ 400.000/ຊິ​ມ. ​ເມື່ອ​ນຳ​ໃຊ້ ຊິ​ມກາກ ນີ້, ຊາວ​ປະມົງ​ຈະ​ໄດ້​ຮັບ​ບັນດາ​ບູລິມະສິດ​ທາງ​ດ້ານ​ໂທລະ​ຄົມ. ນອກຈາກ​ນັ້ນ​ແລ້ວ, ​ເມື່ອ​ນຳ​ໃຊ້​ຊິມກາກ​ນີ້, ຊາວ​ປະມົງ​ຍັງ​ໄດ້​ຮັບ​ຂໍ້​ມູນ​ຂ່າວ​ສານກ່ຽວ​ກັບ​ການພະຍາກອນ​ອາກາດ, ​ເຂດທະ​ເລ​ໝູ່​ເກາະ ຫວຽດນາມ ​ໂດຍ​ບໍ່​ເສຍ​ຄ່າ.​.​.​


ຂ່າວ/ບົດ​ອື່ນ