ການເຄື່ຶອນໄຫວຕ່າງໆສະໜັບສະໜູນນັກຮົບປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະ

ການເຄື່ຶອນໄຫວຕ່າງໆສະໜັບສະໜູນນັກຮົບປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະ - ảnh 1
ພິທີ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ສະໜັບສະໜູນ​ກຳລັງ​ປົກ​ປັກ​ຮັກສາ​​​ເຂດທະ​ເລ​ຕາ​ເວັນ​ອອກ
(ພາບ: thanhnien.com.vn)


(vovworld) – ຕອນ​ເຊົ້າ​ວັນ​ທີ 10/06, ຢູ່​ນະຄອນ​ໂຮ່ຈິ​ມິນ, ໜັງສືພິມ​ ​ແທງ​ນຽນ (​ແປ່​ວ່າຊາວ​ໜຸ່ມ) ​ແລະ ທະນາຄານ​ຫຸ້ນ​ສ່ວນ ກຽນ​ລອງ ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ສະໜັບສະໜູນ​ກຳລັງ​ປົກ​ປັກ​ຮັກສາ​​​ເຂດທະ​ເລ​ໝູ່​ເກາະ​ຂອງ​ຫວຽດນາມ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ນອນ​ໃນ​ລາຍການ “ຮ່ວມ​ແຮງ​ຮ່ວມ​ໃຈ​ປົກ​ປັກ​ຮັກສາ​ເຂດ​ທະ​ເລ​ໝູ່​ເກາະ​ຂອງ​ຫວຽດນາມ” ​ໂດຍ​ສູນ​ກາງ​ສະມາຄົມ​ຊາວ​ໜຸ່ມ​ຫວຽດນາມ ​ແລະ ໜັງສືພິມ​ຊາວ​ໜຸ່ມ ປຸກລະດົມ. ຈຳນວນ​ເງິນ 2,5 ຕື້​ດົງ ​ເຊິ່ງທະນາຄານ​ມອບ​ໃຫ້​ກຳລັງປົກ​ປັກ​ຮັກສາ​ເຂດ​ທະ​ເລ​ໝູ່​ເກາະ​ຂອງ​ຫວຽດນາມ ຖືກ​ຫັກ​ຈາກ​ຜົນ​ກຳ​ໄລ​ຂອງ​ທະນາຄານເພື່ອ​ສົ່ງ​ສານ​ທີ່​ວ່າ “ວົງ​ຄະນະ​ຍາດ​ສັງຄົມ​ຮ່ວມ​ແຮງ​ຮ່ວມ​ໃຈ, ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ເພື່ອ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດ​ທະ​ເລ, ໝູ່​ເກ​າະ”.

  ​ແລະ​ໃນ​ວັນ​ດຽວ​ກັນ, ​ໂດຍ​ສືບ​ຕໍ່ລາຍການ “ຮ່ວມ​ແຮງ​ຮ່ວມ​ໃຈ​ປົກ​ປັກ​ຮັກສາ​ເຂດ​ທະ​ເລ​ໝູ່​ເກາະ​ຂອງ​ຫວຽດນາມ” , ໜັງສືພິມ​ໄວ​ໜຸ່ມ ​ແລະ ສະມາຄົມ​ອາຊີບ​ຫາ​ປານະ​ຄອນ​ດ່າ​ນັ້ງ ​ໄດ້​ຈັດ​ພິທີ​ມອບ​ຈຳນວນ​ເງິນ​ກວ່າ 3 ຕື້​ດົງ ​ໃຫ້​ແກ່​ເຈົ້າ​ຂອງ​ກຳ​ປັ່ນທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ 55 ຄົນ.

ຂ່າວ/ບົດ​ອື່ນ