ກ​ານ​ເຄື່ອນ​ໄຫວ​ຕ່າງໆ​ເນື່ອງ​ໃນ​ໂອ​ກາດ ສະ​ເຫຼີມ​ສະຫຼອງ 20 ປີແຫ່ງວັນ ຮ່າ​ໂນ​້ຍ​ໄດ້​ເຊີດ​ຊູ​ເປັນ “ນະ​ຄອນ​ແຫ່ງ​ສັນ​ຕິ​ພາບ” ຈາກ UNESCO

(VOVWORLD) -ເນື່ອງໃນໂອກາດ ສະເຫຼີມສະຫຼອງ 20 ປີແຫ່ງວັນ ຮ່າໂນ້ຍໄດ້ເຊີດຊູເປັນ “ນະຄອນແຫ່ງສັນຕິພາບ” ຈາກ UNESCO (16 ກໍລະກົດ 1999 – 16 ກໍລະກົດ 2019), ນະຄອນຮ່າ ໂນ້ຍຈະຈັດຕັ້ງການເຄື່ອນໄຫວຕ່າງໆເພື່ອສະເຫຼີມສະຫຼອງເຫດການທີ່ສຳຄັນນີ້.
ກ​ານ​ເຄື່ອນ​ໄຫວ​ຕ່າງໆ​ເນື່ອງ​ໃນ​ໂອ​ກາດ ສະ​ເຫຼີມ​ສະຫຼອງ 20 ປີແຫ່ງວັນ ຮ່າ​ໂນ​້ຍ​ໄດ້​ເຊີດ​ຊູ​ເປັນ “ນະ​ຄອນ​ແຫ່ງ​ສັນ​ຕິ​ພາບ” ຈາກ UNESCO - ảnh 1 ຮ່າໂນ້ຍ “ນະຄອນແຫ່ງສັນຕິພາບ” (ພາບ: Hà Nội mới)

ພິທີໂຮມຊຸມມູນ ມິດຕິງສະເຫຼີມສະຫຼອງ 20 ປີແຫ່ງວັນ ຮ່າໂນ້ຍໄດ້ຮັບ ການເຊີດຊູເປັນ “ນະຄອນແຫ່ງສັນຕິພາບ”ຈະດຳເນີນຢູ່ ອານຸສາວະລີ ລິ໊ທ໊າຍໂຕ ໃນຕອນເຊົ້າວັນທີ 13 ກໍລະກົດ. ໃນພິທີໂຮມຊຸມມູນມິດຕິງນີ້ຈະມີການເຄື່ອນໄຫວຫຼາຍຢ່າງ ຄື: ປ່ອຍນົກກາງແກດ້ວຍສານສັນຕິພາບ ແລະ ນະຄອນ ຈະປະກາດເລື່ອງສ້າງສຳເນົາເຂົ້າຮ່ວມຕາໜ່າງ “ນະຄອນປະດິດຄິດສ້າງ” ຂອງ UNESCO.

        ຕໍ່ຈາກນັ້ນ, ເຫດການວັນບຸນວັດທະນະທຳສັນຕິພາບຈະດຳເນີນໃນລະຫວ່າງວັນທີ 13 -14 ກໍລະກົດ ດ້ວຍບັນດາການເຄື່ອນໄຫວວັດທະນະທຳ, ກິລາ ຫຼາຍຢ່າງ. ຢູ່ບັນດາສະຖານທີ່ອ້ອມແອ້ມໜອງຮ່ວານກ໊ຽມ(ໜອງເຕົ່າ) ກໍ່ໄດ້ດຳເນີນບັນດາການເຄື່ອນໄຫວສະແດງສິລະປະຫຼາຍຢ່າງ.

ຕອບກັບ

ຂ່າວ/ບົດ​ອື່ນ