ການເຄື່ອນໄຫວຕ່າງໆເນື່ອງໃນໂອກາດ ສະເຫຼີມສະຫຼອງ 67 ປີແຫ່ງວັນທະຫານ ເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ

ການເຄື່ອນໄຫວຕ່າງໆເນື່ອງໃນໂອກາດ ສະເຫຼີມສະຫຼອງ 67 ປີແຫ່ງວັນທະຫານ ເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ - ảnh 1

ການ​ເຄື່ອນ​ໄຫວ​ຕ່າງໆເນື່ອງໃນໂອກາດສະເຫຼີມສະຫຼອງ 67 ປີແຫ່ງວັນທະຫານ ເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ

(ພາບ: baolaodong)


 (vovworld)- ເນື່ອງໃນໂອກາດສະເຫຼີມສະຫຼອງ 67 ປີແຫ່ງວັນທະຫານ ເສຍອົງຄະ, ນັກຮົບເສຍສະຫຼະຊີວິດ ເພື່ອຊາດ(27/7/1947-27/7/2014), ຕອນເຊົ້າວັນທີ 26/7, ຢູ່ນະຄອນ​ໂຮ່ຈິ​ມິນ, ຄະນະຜູ້ແທນການ​ນຳນະຄອນ​ໂຮ່ຈິ​ມິນ ພ້ອມ​ກັບ​ຜູ້ຕາງໜ້າ​ການ​ນຳ​ບັນດາ​ຂະ​ແໜງ​ການ, ອົງການ​ຈັດ​ຕັ້ງ​ມະຫາຊົນ, ບັນດາ​ກົມ​ກອງ​ກຳລັງ​ປະກອບ​ອາວຸດ​ຢູ່​ນະຄອນໄດ້​ໄປວາງພວງມາລາ, ຖະຫວາຍທູບທຽນບູຊາ ອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ ​ເຂດ​ສຸສານບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ນະຄອນ ​ແລະ ​ເຂດ​ສຸສານ​ ນະຄອນ ​ແລະ ​ເຂດ​ສຸສານ​ອື່ນໆ.

     ​ແລະ ກໍ​ໃນ​ຕອນ​ເຊົ້າ​ຂອງວັນ​ດຽວ​ກັນ, ຢູ່​ຮ່າ​ໂນ້ຍ, ໜັງສືພິມ​ເອ​ເລັກ​ໂຕນິກພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ລາຍການ “ ດອກ​ໄມ້​ແດງ” ຄັ້ງ​ທີ 7 ປີ 2014. ລາຍການ “ ດອກ​ໄມ້​ແດງ ” ​ໄດ້​ຍ້ອງຍໍ​ສັນລະ​ເສີນ​ບັນດາບັນດານັກຮົບ ວິລະ​ຊົນເສຍສະຫຼະຊີວິດເພື່ອຊາດ, ທະຫານ​ເສຍ​ອົງຄະ, ທະຫານ​ເຈັບ​ປວຍ ຊຶ່ງ​ໄດ້​ອຸທິດ​ສ່ວນ​ອັນ​ໃຫຍ່​ຫຼວງ​ໃຫ້​ແກ່​ພາລະກິດ​ປົດ​ປ່ອຍ​ຊາດ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ​. ທ່ານ​ ຫງວຽນກົງ​ຢຸງ ຮອງ​ຫົວໜ້າ​ຄະນະ​ບັນນາທິການ ໜັງສືພິມ​ເອ​ເລັກ​ໂຕນິກພັກ​ກອມ​ມູນິດ​ຫວຽດນາມ ​ໃຫ້​ຮູ້​ວ່າ : 

   “ ຄະນະ​ຈັດ​ຕັ້ງ​ໄດ້​ມອບ​ຂອງ​ຂວັນ​ເກືອ​ບ 900 ພູດ, ປື້​ມ​ເງິນ​ຝາກ​ປະຢັດ ​ແລະ ງົວ​ພັນ 28 ​ໂຕ​ໃຫ້​ແກ່​ບັນດາ​ຄອບຄົວ​ເປົ້າ​ໝາຍ​ນະ​ໂຍບາຍ​ທີ່​ປະ​ສັບ​ກັບ​ຄວາມ​ຫຍຸ້ງຍາກ​ຢູ່​ແຂວງ ຮ່າ​ນາມ, ນາມ​ດິ້ງ, ຮ່າ​ໂນ້ຍ, ຮ່າ​ຕິ້ງ, ຮ່າ​ຢາງ, ກວ່າ​ງບິງ, ກວາງ​ຈິ...ດ້ວຍ​​ເງິນ​ຈຳນວນ ກວ່າ 1 ຕື້​ດົງ”

     ​ໃນ​ຊຸມ​ມື້​ທີ່​ຜ່ານ​ມາ, ​ການ​ນຳ​ແຂວງ ​ເຫົ້າຢາງ, ບາກ​ລຽວ, ນະຄອນ​ດາ​ນັ້ງກໍ ​ໄດ້​ແຕ່ງ​ຕັ້ງ​ຫຼາຍ​ຄະນະ​ຜູ້​ແທນລົງ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ ໃຫ້​ແກ່​ບັນດາ​ຄອບຄົວ​ເປົ້າ​ໝາຍ​ນະ​ໂຍບາຍ​​ໃນ​ແຂວງ. ທ່ານ​ເຈືອງ​ວັນຫ້ວນ ຢູ່​ເມືອງ​ຢາ​ລາຍ​ແຂວງ​ບາກ​ລຽວ, ຕາງໜ້າ​ບັນດາ​ຄອບຄົວ​ເປົ້າ​ໝາຍ​ນະ​ໂຍບາຍ​ ​ເປີດ​ເຜີຍ​ວ່າ :
 “ ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ໄດ້​ຊ່ວຍ​ເຫຼືອ​ຂ້າພະ​ເຈົ້າ ​ແລະ ບັນດາ​ຄອບຄົວ​ເປົ້າ​ໝາຍ​ນະ​ໂຍບາຍ​​ໃນ​ການ​ສ້າງ​ການ​ດຳລົງ​ຊີວິດ. ປະຈຸ​ບັນ, ​ແຕ່ລະ​ເດືອນ, ລັດ​ໄດ້​ຊ່ວຍ​ເຫຼືອ​ເງິນ 1 ລ້ານ​ດົງ​ໃຫ້​ຄອບຄົວ​ຂ້າພະ​ເຈົ້າ, ຂະ​ພະ​ເຈົ້າ​ໄດ້​ປະຢັດ​ເງິນ​ເພື່ອ​ລົງທຶນ​ລ້ຽງກຸ້ງ ​ໃຫ້​ຫຼຸດ​ພົ້ນ​ຄວາມທຸກ​ຍາກ. ລັດ​ໄດ້​ເອົາ​ໃຈ​ໃສ່​ເຊັ່ນ​ນັ້ນ, ຂ້າພະ​ເຈົ້າ​ດີ​ໃຈ​ທີ່​ສຸດ” 

ຂ່າວ/ບົດ​ອື່ນ