ການເຄື່ອນໄຫວຕ່າງໆເນື່ອງໃນໂອກາດ ເພື່ອຜູ້ປະສົບເຄາະ ຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ

ການເຄື່ອນໄຫວຕ່າງໆເນື່ອງໃນໂອກາດ ເພື່ອຜູ້ປະສົບເຄາະ ຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ - ảnh 1
(ພາບປະກອບ)

(vovworld) – ມີ​ການ​ເຄື່ອນ​ໄຫວ​ແທດ​ຈິງ​ຫຼາຍ​ຢ່າງ​ຖືກ​ຈັດ​ຂຶ້ນເນື່ອງ​ໃນ​ໂອກາດ​ເພື່ອ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ​ຫວຽດນາມ 10/8. ຕອນ​ເຊົ້າ​ວັນ​ທີ 10/8, ຢູ່​ນະຄອນ​ໂຮ່ຈີ​ມິນ, ສະມາຄົມຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ​ນະຄອນ​ໄດ້​ຈັດ​ຕັ້ງ​ງານ​ບຸນ​ຕັ້ງ​ຄ້າຍ “ຄວາມ​ຍຸຕິ​ທຳ​ໃຫ້ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ​“ ​ແລະ “ສາຍ​ໃຈ​ຂອງໝູ່​ບ້ານຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ​“, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 52 ປີ ​ແຫ່ງ​ໄພພິບັດ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ​ຢູ່​ຫວຽດນາມ (10/8/1961-10/8/2013). ​ໃນ​ໂອກາດ​ນີ້, ຄະນະ​ຈັດ​ຕັ້ງ​ໄດ້​ມອບ​ທຶນ​ສຶກສາ​ໃຫ້​ນັກຮຽນພິການ 100 ຄົນ, ມອບ​ທຶນ​ໃຫ້​ຄອບຄົວຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ​​ຈຳນວນ​ໜຶ່ງ​ເພື່ອ​ລ້ຽງສັດ ​ແລະ ປູກຝັງ, ມອບ​ເຮືອນ​ແຫ່ງ​ສາຍ​ຈິດ​ມິດ​ໃຈ… ທີ່​ງານ​ບຸນ, ບັນດາ​ຫົວໜ່ວຍ, ສ່ວນ​ບຸກຄົນ​ໄດ້​ບໍລິຈາກ​ເງິນ 6 ຕື້​ດົ່ງ​ໃຫ້​ສະມາຄົມຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ​​ນະຄອນ ​ເພື່ອ​ປະຕິບັດ​ການ​ເຄື່ອນ​ໄຫວ​ມະນຸດສະທຳ. ດ່າວຊວ​ແຫ້ງ, ພວມ​ຮຽນ​ວິຊາ​ຊີບ​ຢູ່​ໂຮງຮຽນ​ເດັກ​ພິການ ​ແລະ ກຳພ້າ​ນະຄອນ​ໂຮ່ຈີ​ມິນ, ​ເວົ້າ​ວ່າ:

ມື້​ນີ້​ໄດ້​ເຂົ້າ​ຮ່ວມງານ​ບຸນ​ສຳລັບຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນນ້ອງ​ດີ​ໃຈ​ຫຼາຍ. ນ້ອງ​ຫວັງ​ວ່າ​ຈະ​ຮຳ່ຮຽນ​ໄດ້​ດີ ​ເພື່ອ​ມີ​ວຽກ​ເຮັດ​ງານ​ທຳ​ເປັນ​ປົກກະຕິ, ​ເພື່ອ​ຮັບປະກັນ​ຊີວິດ​ຂອງ​ຕົນ​ໃນອະນາຄົດ​“


ການເຄື່ອນໄຫວຕ່າງໆເນື່ອງໃນໂອກາດ ເພື່ອຜູ້ປະສົບເຄາະ ຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ - ảnh 2
(ພາບປະກອບ)

ໃນ​​ໂອກາດ​ນີ້, ​ເມືອງ​ຕ່າງໆ​ໃນ​ແຂວງ ກອນ​ຕຸ​ມ ກໍ່​ຈັດ​ຕັ້ງ​ງານ​ພົບ​ປະ​ສັງ​ສັນ, ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ປຸກລະດົມ​ກຳລັງ​ໃຈ​ໃຫ້​ແກ່ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ​. ສະມາຄົມຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ​ ກໍ່​ໄດ້​ມອບ​ເຮືອນ​ແຫ່ງ​ສາຍ​ຈິດ​ມິດ​ໃຈ 2 ຫຼັງ ​ແລະ ຊ່ວຍ​ສ້ອມ​ແປງ​ເຮືອນ​ຊານ​ໃຫ້​ບາງຄອບຄົວຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ​ ດ້ວຍ​ຍອດ​ມູນ​ຄ່າ 100 ລ້ານ​ດົ່ງ. ທ່ານ ຫຼື​ດຶກ​ຖີ່​ນ, ຮອງ​ປະທານ​ສະມາຄົມຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ​ ​ແຂວງ ກອນ​ຕຸ​ມ, ​ໃຫ້​ຮູ້​ວ່າ:

ປະຈຸ​ບັນຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ​​ເກືອບ​ທັງ​ໝົດ​ລ້ວນ​ແຕ່​ມີ​ເຮືອນ​ຢູ່, ຊີວິດ​ກໍ່​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ. ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ​ ກໍ່​ມີ​ຄວາມ​ມານະ​ພະຍາຍາມ​ຍືນ​ຕົວ​ຂຶ້ນ​ດ້ວຍ​ຕົວ​ເອງ ​ໂດຍ​ອີງ​ໃສ່​ການ​ຊ່ວຍ​ເຫຼືອ​ຂອງ​ລັດ“.

​ໃນ​ໂອກາດ​ນີ້, ​ແຂວງ​ຕ່າງໆ​​ໃນ​ທົ່ວ​ປະ​ເທດກໍ່​ໄດ້ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ອັນ​ແທດຈິງ​ຫຼາຍ​ຢ່າງ​ເຊັ່ນດຽວ​ກັນ​ເພື່ອ​ສະ​ເຫຼີ​ມສະຫຼອງ​ເຫດການ​ນີ້.

ຂ່າວ/ບົດ​ອື່ນ