ການເຄື່ອນໄຫວຕ່າງໆເນື່ອງໃນໂອກາດບຸນປີໃໝ່ Chol Chnam Thmay ຂອງຊາວເຜົ່າ ຂະແມ

(VOVWORLD) -ໃນການຢ້ຽມຢາມ, ອວຍພອນປີໃໝ່ Chol Chnam Thmay ປີ 2018 ຂອງຊາວເຜົ່າ ຂະແມ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ. ຕ້ອນເຊົ້າວັນທີ 10 ເມສາ, ທ່ານ ເຈີ່ນທາງເໝີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ໄປຢ້ຽມຢາມ, ອວຍພອນປີໃໝ່ສະມາຄົມສາມັກຄີພະສົງຮັກຊາດນະຄອນເກີນເທີ.

ການເຄື່ອນໄຫວຕ່າງໆເນື່ອງໃນໂອກາດບຸນປີໃໝ່ Chol Chnam Thmay ຂອງຊາວເຜົ່າ ຂະແມ - ảnh 1ທ່ານ ເຈີ່ນທາງເໝີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ

ຢ້ຽມຢາມ, ອວຍພອນປີໃໝ່ສະມາຄົມສາມັກຄີພະສົງຮັກຊາດນະຄອນເກີນເທີ 

(ພາບ: TTXVN)

ຢູ່ທີ່ນີ້, ທ່ານ ເຈີ່ນທາງເໝີນ ໄດ້ແຈ້ງໃຫ້ຊາບຂໍ້ມູນບັນດາຈຸດໃໝ່ໃນນະໂຍບາຍຂອງພັກ, ລັດ ສຳລັບການພັດທະນາຂອງຊາວເຜົ່າຂະແມ; ພ້ອມທັງແບ່ງປັນກ່ຽວກັບຈົດໝາຍອວຍພອນບຸນປີໃໝ່ Chol Chnam Thmay ປີ 2018 ຂອງຊາວເຜົ່າ ຂະແມ ຂອງນາຍົກລັດຖະມົນຕີ ແລະ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ທ່ານເຈີ່ນແທງເໝີນ ຢືນຢັນຄວາມເອົາໃຈໃສ່ດັ່ງກ່າວຈະເຮັດໃຫ້ຊາວເຜົ່າຂະແມ ໃນທົ່ວປະເທດເວົ້າລວມ ແລະ ຊາວເຜົ່າຂະແມ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ເວົ້າສະເພາະ, ຈາກນັ້ນເພີ່ມກຳລັງແຮງເພື່ອໃຫ້ຊາວເຜົ່າຂະແມ ປະກອບສ່ວນເຂົ້າໃນການປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ.

      ວັນທີ 10 ເມສາ, ແຂວງ ບາກລຽວ ໄດ້ຈັດງານພົບປະເນື່ອງໃນໂອກາດບຸນປີໃໝ່ Chol Chnam Thmay ຂອງຊາວເຜົ່າ ຂະແມ, ທ່ານຮອງປະທານຄະນະກຳມະການປະຊາຊົນແຂວງ ບາກລຽວ ເວືອງເຟືອງນາມ ສະເໜີໃຫ້ບັນດາພະແນກ, ຄະນະ, ຂະແໜງການ, ຄະນະກຳມະການປະຊາຊົນເມືອງ, ເທດສະບານເມືອງ, ນະຄອນໃນບໍລິເວນແຂວງສືບຕໍ່ປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະ ລັດ ກ່ຽວກັບຂົງເຂດຊົນເຜົ່າ, ນະໂຍບາຍຮັບປະກັນຊີວິດສັງຄົມ, ໂຄງການຄາດໝາຍແຫ່ງຊາດກ່ຽວກັບການຫຼຸດຜ່ອນຄວາມທຸກຍາກ, ນະໂຍບາຍເຮືອນຢູ່… ໃຫ້ເປັນຢ່າງດີ.

      ແລະກໍ່ໃນວັນດຽວກັນ, ແຂວງ ຊອກຈັງ, ແຂວງຈ່າວິງ ກໍ່ໄດ້ຈັດງານພົບປະເນື່ອງໃນໂອກາດບຸນປີໃໝ່ Chol Chnam Thmay ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ