ການເຄື່ອນໄຫວຕ່າງໆເນື່ອງໃນໂອກາດວັນປົດປ່ອຍພາກໃຕ້ຢ່າງສົມບູນ

  ການເຄື່ອນໄຫວຕ່າງໆເນື່ອງໃນໂອກາດວັນປົດປ່ອຍພາກໃຕ້ຢ່າງສົມບູນ - ảnh 1
ງານປະກວດການຍິງບັ້ງໄຟດອກສາກົນ ດານັ້ງ ປີ 2013
(baodanang.com

Vovworld- ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 38 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດ ເປັນເອກະພາບ (30/4/1975-30/4/2013) , ຢູ່ເບັ້ນຫາຍ, ແຂວງກວາງຈິໄດ້ສົມທົບກັບສະມາຄົມ ນັກສະຖາປະນິກ ຫວຽດນາມ ຈັດພິທີຊັກທຸງຊາດ ທ້ອນໂຮມປະເທດຊາດເປັນປຶກໜຶ່ງແຜ່ນດຽວ. ພິທີດັ່ງກ່າວ ເປັນການສະ​ແດງ​ໃຫ້​ເຫັນຄວາມ​ຫວັງ​ຢາກ​ໃຫ້​ປະ​ເທດ​ຊາດ​ເປັນ​ເອກະ​ພາບ, ​ເອກະລາດ, ອິດສະຫຼະພາບ​. ນັກຮົບ​ເກົ່າ ​ເຈິ​ນດີ​ນຮຶ່ງ ​ຜູ້​ເຂົ້າ​ຮ່ວມ​ພິທີ ໄດ້​ເວົ້າດ້ວຍ​ຄວາມ​ຕື້ນ​ຕັນ​ໃຈ​ວ່າ :

    “ ເມື່ອກ່ອນນີ້, ຢູ່ແຫ່ງນີ້ແມ່ນເຂດຮົກເຮື້ອເປົ່າວ່າງ, ​ແຕ່​ໃນ​ປະຈຸ​ບັນ ​ໄດ້​ກາຍ​ເປັນ​ທົ່ງ​ໄຮ່​ທົງ່ນາ​ທີ່​ຂຽວ​ອຸ່ມ​ທຸ່ມ. ມີ​ຂົວ​ແຫ່ງ​ໜຶ່ງ​ຫາ​ກໍ​ໄດ້​ຮັບ​ການ​ກໍ່ສ້າງ. ຂ້າພະ​ເຈົ້າ​ມີ​ຄວາມ​ພາກພູມ​​ໃຈ​ເພາະ​ບ້ານ​ເກີດ​ເມືອງ​ນອນ​ໄດ້​ປ່ຽນ​ແປງ​ສົມ​ໜ້າ, ​ແຕ່​ກໍ​ຍິ່ງ​ຄິດ​ຮອດ​ຄິດ​ເຖິງ​ເພື່ອນ​ຮ່ວມ​ກົມ​ກອງ​ທີ່​ໄດ້​ເສຍສະຫຼະ​ຊີວິດ​ເພື​ອ່ຊາດ ”

   ​ແລະ​ກໍ​ໃນ​ຕອນ​ເຊົ້າ​ຂອງ​ວັນ​ດຽວ​ກັນ, ຢູ່​ນະຄອນ​ຍາ​ຈາງ ​ແຂວງ​ແຄ້ງຮ່ວາ, ​ໄດ້​ໄຂ​ງານ​ບຸນທາດ​ເຈົ້າ​ແມ່ Ponaga ​ເພື່ອ​ອາ​ໄລ​ຫາ​ເຈົ້າ​ແມ່ Ana ຊຶ່ງ​ປະຊາຊົນ​ໄດ້​ເຊີດ​ຊູເປັນພະແມ່ຂອງເຂດດິນຕອນໃຕ້ພາກກາງ ຫວຽດນາມ. ໃນຂະນະນັ້ນ ຄືໃນຕອນຄ່ຳວັນທີ 29/4 ໄດ້ໄຂງານປະກວດການຍິງບັ້ງໄຟດອກສາກົນ ດານັ້ງ ປີ 2013, ຊຶ່ງມີການເຂົ້າຮ່ວມຂອງ ທິມລັດເຊຍ 3 ທິມ, ທິມອີຕາລີ ແລະ ທິມປະເທດເຈົ້າພາບຫວຽດນາມ.

ຂ່າວ/ບົດ​ອື່ນ