ການເຄື່ອນໄຫວຕ່າງໆເນື່ອງໃນໂອກາດວັນເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນຫວຽດນາມ

ການເຄື່ອນໄຫວຕ່າງໆເນື່ອງໃນໂອກາດວັນເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນຫວຽດນາມ - ảnh 1
(ພາບປະກອບ)

​​(vovworld) - ​ເນື່ອງ​ໃນ​ໂອກາດວັນ​ເພື່ອ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊີນ ຫວຽດນາມ 10/08, ສະມາຄົມ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊີນ ​ແຂວງຊອກ​ຈັງ ​ໄດ້​ສົມທົບ​ກັບ​ບັນດາ​ຂະ​​ແໜງການຂັ້ງຕ່າງໆ ແລະ ທ້ອງຖິ່ນໄປ​ຢ້ຽມຢາມ, ມອບ​ຂອງຂວັນກວ່າ 300 ພູ​ດ ທີ່​ມີ​ມູນ​ຄ່າ​ກວ່າ 110 ລ້ານ​ດົງ​ໃຫ້​ບັນດາຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊີນ. ນີ້​ແມ່ນ​ຈຳນວນ​ເງິນ​ຂົນຂວາຍ​ຂອງ​ສະມາຄົມ ຈາກ​ບັນດາ​ອົງການຈັດ​ຕັ້ງ, ສ່ວນ​ບຸກຄົນ, ຜູ້​ມີ​ໃຈ​ບຸນ​ໃຈ​ກຸສົນ ຮ່ວມ​ແຮງ​ຮ່ວມ​ໃຈ​ເພື່ອ​ບັນ​ເທົ່າຄວາມ​ເຈັບ​ປວດ​ໃຫ້​ບັນດາ​ຄົນ​ເຈັບ ຖືກ​ຕິດ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊີນ.

        ​ເນື່ອງ​​ໃນ​ໂອກາດ​ນີ້, ວັນ​ທີ 09/08, ທ່ານ​ນາງ ​ເຈີ​ນ​ໂຕ໋ງາ, ຊາວ​ຫວຽດນາມ ອາ​ໄສ​ຢູ່​ຝລັ່ງ ກໍ​ແມ່ນ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊີນ, ​ໄດ້​​ລົງຢ້ຽມຢາມ​ແຂວງ ຊອກ​ຈັງ ​ມອບ​ຂວງ​ຂວັນ.ໃຫ້ຜູ້ປະສົບເຄາະຮ້າຍ ທີ່​ແຂວງ ຊອກ​ຈັງ ທ່ານ​ນາງ ເຈີ​ນ​ໂຕ໋ງາ ​ໄດ້​ຮັບເອົາ​ 17.500 ລາຍ​ເຊັນ​ສະໜັບສະໜູນ ​ຈາກ​ບັນດາ​ອົງການ​ຈັດ​ຕັ້ງ, ສ່ວນ​ບຸກຄົນ ຢູ່​ແຂວງ​ຊອກ​ຈັງ ເພື່ອ​ທ້ວງ​ເອົາ​ຄວາມ​ຍຸຕິ​ທຳ​ໃຫ້​ບັນດາ​ຜູ້​​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊີນ ​ໃນ​ການ​ຮ້ອງ​ຟ້ອງ​ບັນດາ​ບໍລິສັດ​ທາ​ດ​ເຄມີ ອາ​ເມ​ລິ​ກາ ທີ່​ໄດ​້ສະໜອງໃຫ້​ກອງທັບ​ອາ​ເມ​ລິ​ກາ ນຳ​ໃຊ້​ໃນ​ສົງຄາມ​ຢູ່​ຫວຽດນາມ.

ຂ່າວ/ບົດ​ອື່ນ