ການເຄື່ອນໄຫວຕ່າງໆເນື່ອງໃນໂອກາດສະເຫຼີມສະຫຼອງ 69 ປີແຫ່ງວັນຊາດຫວຽດນາມ

ການເຄື່ອນໄຫວຕ່າງໆເນື່ອງໃນໂອກາດສະເຫຼີມສະຫຼອງ 69 ປີແຫ່ງວັນຊາດຫວຽດນາມ - ảnh 1
ພາບລະດົມກຳລັງໃຈ : ປະທານໂຮ່ຈິມິນກັບທົ່ວປວງຊົນຫວຽດນາມ

(vovworld)-  ວັນ​ທີ 31/8, ຢູ່​ນະຄອນ​ໂຮ່ຈິ​ມິນ, ຢູ່​ຖະໜົນ​ສາຍ​ຕ່າງໆ, ພິ​ເສດ​ແມ່ນ​ຢູ່​ໃຈກາງ​ນະຄອນ ​ແມ່ນ​ເຕັມ​ໄປ​ດ້ວຍ​ດອກ​ໄມ້, ທຸງ​ແດງ​ດາວ​ຄຳ, ປ້າຍ​ຄຳ​ຂວັນ, ພາບ​ລະດົມ​ກຳລັງ​ໃຈ​ເພື່ອ​ຂ່ຳນັບ​ຮັບ​ຕ້ອນ​ເຫດການ​ສະ​ເຫຼີ​ມສະຫຼອງ 69 ປີ​ແຫ່ງ​ວັນ​ຊາດ​ຫວຽດນາມ ​ແລະ 45 ປີ​ແຫ່ງ​ການ​ປະ​ຕີ​ບັດ ຄຳ​ພິ​ໄນ​ກຳ​ຂອງ ທ່ານ​ປະທານ​ໂຮ່ຈິ​ມິນ. ​ເນື່ອງ​ໂອກາດ​ນີ້, ຢູ່​ນະຄອນ​ກໍ​ໄດ້​ຈັດການ​ເຄື່ອນ​ໄຫວ​ຫຼາຍຢ່າງ​ຄື : ຖະຫວາຍ​ດອກ​ໄມ້ທູບ​ທຽນ​ບູຊາ ອາ​ໄລ​ຫາທ່ານ​ປະທານ​ໂຮ່ຈິ​ມິນຢູ່​ຫໍພິພິທະ​ພັນ​ປະທານ​ໂຮ່ຈິ​ມິນສາຂາ​ນະຄອນໂຮ່ຈິ​ມິນ, ​ງານ​ວາງສະ​ແດງ ສະ​ເຫຼີ​ມສະຫຼອງ 69 ປີ​ແຫ່ງ​ວັນ​ການ​ປະຕິວັດ​ເດືອນ 8 ​ແລະ ວັນຊາດ​ຫວຽດນາມ 2/9, ງານ​ປະ​ກວດ​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາມາດ​ຊຶ່ງ​ໄດ້​ດຶງ​ດູດ​ເພື່ອນ​ໜຸ່ມ 2 ພັນ​ຄົນ​ທີ່​ມາ​ຈາກ​ບັນດາ​ມະຫາວິທະຍາ​ໄລ, ວິທະຍາ​ໄລ​ຕັ້ງ​ຢູ່​ໃນ​ບໍລິ​ເວນ​ນະຄອນ.

ຂ່າວ/ບົດ​ອື່ນ