ການເຄື່ອນໄຫວຕ່າງໆເນື່ອງໃນໂອກາດສະເຫຼີມສະຫຼອງ 92 ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ

(VOVWORLD) -ຕອນເຊົ້າວັນທີ 21 ມິຖຸນາ, ສະມາຄົມນັກຂ່າວນະຄອນໂຮ່ຈິມິນ ໄດ້ຈັດພິທີສະເຫຼີມສະຫຼອງ 91 ປີແຫ່ງວັນສື່ມວນຊົນປະຕິວັດ ແລະ ມອບລາງວັນສື່ມວນຊົນນະຄອນໂຮ່ຈິມິນ ຄັ້ງທີ 35.

ການເຄື່ອນໄຫວຕ່າງໆເນື່ອງໃນໂອກາດສະເຫຼີມສະຫຼອງ 92 ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ - ảnh 1ພີທີມອບລາງວັນສື່ມວນຊົນນະຄອນໂຮ່ຈິມິນ ຄັ້ງທີ 35

(ພາບ: nhandan.com.vn) 

ດ້ວຍຫົວຂໍ້ວ່າ “ນຳມະຕິຂອງພັກເຂົ້າສູ່ຊີວິດຕົວຈິງ”, ການປະກວດຊິງລາງວັນສື່ມວນຊົນນະຄອນໂຮ່ຈິມິນ ປີນີ້ ໄດ້ຮັບບົດຂຽນເຂົ້າຮ່ວມ 239 ບົດຂອງ 20 ອົງການໜັງສືພິມ, ວິທະຍຸຂຶ້ນກັບນະຄອນ ແລະ ສູນກາງ. ສະພາມອບລາງວັນນະຄອນໄດ້ຄັດເລືອກບົດປະພັນດີເດັ່ນ 70 ບົດເພື່ອມອບລາງວັນ, ໃນນັ້ນລາງວັນທີ 1 ມີ 5 ລາງວັນ, ລາງວັນທີ 2 ມີ 12 ລາງວັນ, ລາວວັນທີ 3 ມີ 21 ລາງວັນ ແລະ ລາງວັນຊົມເຊີຍມີ 32 ລາງວັນ. ບັນດາບົດເຂົ້າຮ່ວມການປະກວດປີນີ້ລ້ວນແຕ່ຕິດແທດກັບບັນດາເຫດການພົ້ນເດັ່ນ, ໂຄສະນາກ່ຽວກັບການນຳມະຕິຂອງພັກ ເຂົ້າສູ່ຊີວິດຕົວຈິງ…

        ກ່ອນໜ້ານັ້ນ, ວັນທີ 20 ມິຖຸນາ, ຢູ່ສຳນັກງານສະຖານທູດຫວຽດນາມ ປະຈຳນະຄອນຫຼວງ Praha, ສ.ເຊັກໂກ ກໍ່ໄດ້ຈັດພິທີສະເຫຼີມສະຫຼອງ 91 ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ.

ການເຄື່ອນໄຫວຕ່າງໆເນື່ອງໃນໂອກາດສະເຫຼີມສະຫຼອງ 92 ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ - ảnh 2 ພິທີມອບລາງວັນສື່ມວນຊົນສຳລັບບົດຂຽນກ່ຽວກັບວຽກງານຊາວໜຸ່ມ

ແລະ ຂະບວນການຊາວໜຸ່ມເຍົາວະຊົນປີ 2017

(ພາບ:doanthanhnien.vn)

 ຕອນຄ່ຳວັນທີ 20 ມິຖຸນາ, ຢູ່ຮ່າໂນ້ຍ, ສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນ ໄດ້ຈັດພິທີມອບລາງວັນສື່ມວນຊົນສຳລັບບົດຂຽນກ່ຽວກັບວຽກງານຊາວໜຸ່ມ ແລະ ຂະບວນການຊາວໜຸ່ມເຍົາວະຊົນປີ 2017. 

ການປະກວດດັ່ງກ່າວໄດ້ຮັບບົດຂຽນເຂົ້າຮ່ວມ 417 ບົດທີ່ມີຄຸນນະພາບຂອງ 47 ອົງການສື່ສານຂັ້ນສູນກາງ ແລະ ທ້ອງຖິ່ນ. ຈຸດພົ້ນເດັ່ນຂອງການປະກວດປີນີ້ແມ່ນມີຂອງບົດຂຽນຫຼາຍບົດທີ່ເຂົ້າຮ່ວມການປະກວດໄດ້ປຸກລຸກຈິດໃຈປະຈັນບານຂອງໄວໜຸ່ມໃນການພັດທະນາເສດຖະກິດ, ສັງຄົມ ແລະ ປົກປັກຮັກສາປະເທດຊາດ; ຈິດໃຈຜ່ານຜ່າຄວາມຫຍຸ້ງຍາກ, ສ້າງຄວາມຮັ່ງມີດ້ວຍຕົນເອງ. ຄະນະຈັດຕັ້ງໄດ້ຄັດເລືອກ 93 ບົດດີເດັ່ນເພື່ອມອບລາງວັນ.

        ວັນທີ 20 ມິຖຸນາ, ສະມາຄົມນັກຂ່າວແຂວງ ຟຸອຽນ, ສະມາຄົມນັກຂ່າວແຂວງລອງອານ… ກໍ່ໄດ້ຈັດພິທີສະເຫຼີມສະຫຼອງ 92 ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ ແລະ ມອບລາງວັນສື່ມວນຊົນຢູ່ແຕ່ລະທ້ອງຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ