ການເຄື່ອນໄຫວຕ່າງໆເນື່ອງໃນໂອກາດສະເຫຼີມສະຫຼອງ60ປີແຫ່ງວັນມູນເຊື້ອສະຫະພັນຊາວໜຸ່ມຫວຽດນາມ

ການເຄື່ອນໄຫວຕ່າງໆເນື່ອງໃນໂອກາດສະເຫຼີມສະຫຼອງ60ປີແຫ່ງວັນມູນເຊື້ອສະຫະພັນຊາວໜຸ່ມຫວຽດນາມ - ảnh 1
ດ້ຽນ​ບຽນ ໄດ້​ຈັດ​ພິ​ທີ​ຍ້ອງ​ຍໍ​ຊາວ​ໜຸ່ມ​ຊົນ​ເຜົ່າ​ສ່ວນ​ໜ້ອຍ,
ຊາວ​ໜຸ່ມ​ເຊື່ອ​ຖືສາ​ສະ​ໜາ​ດີ​ເດັ່ນ
(ພາບ: dienbien.gov.vn)


(vovworld) - ​​​ ​​​​ວັນ​ທີ 13/10, ຢູ່​ແຂວງ ດ້ຽນ​ບຽນ ໄດ້​ຈັດ​ພິ​ທີ​ຍ້ອງ​ຍໍ​ຊາວ​ໜຸ່ມ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ຊາວ​ໜຸ່ມ​ເຊື່ອ​ຖືສາ​ສະ​ໜາ​ດີ​ເດັ່ນ​ໃນ​ທຸກ​ຂົງ​ເຂດ ເນື່ອງໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 60 ປີ​ແຫ່ງວັນ​ມູນ​ເຊື້ອ​ສະຫະ​ພັນ​ຊາວ​ໜຸ່ມ​ຫວຽ​ດ​ນາມ (15/10/1956 – 15/10/2016). ມີຊາວ​ໜຸ່ມ​ຊົນ​ເຜົ່າ, ຊາວ​ໜຸ່ມ​ເຊື່ອ​ຖືກ​ສາ​ສະ​ໜາ​ດີ​ເດັ່ນ 60 ຄົນ​ທີ່​ຕາງ​​ໜ້າ​ໃຫ້​ສະ​ມາ​ຊິກສະ​ມາ​ຄົມ​ຊາວ​ໜຸ່ມກວ່າ 69.000 ຄົນ​​ໃນ​ແຂວງ​​ທີ່ໄດ້​ຮັບ​ການ​ຍ້ອງ​ຍໍ​ໃນ​ຂະ​ບວນ​ການ “ຂ້າ​ພະ​ເຈົ້າ​ຮັກ​​ປະ​ເທດຊາດ”. ບັນ​ດາ​ການ​ເຄື່ອນ​ໄຫວ​ເຊິ່ງ​ຊາວ​ໜຸ່ມ​ດີ​ເດັ່ນ​ເຫຼົ່າ​ນີ້​ໄດ​້​ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ໜ້າ​ຢູ່​ຂັ້ນ​ຮາກ​ຖານ​​ເຊິ່ງ​ໄດ້​ຮັບ​ການ​ຮັບ​ຮອງ​ຄື: ບັນ​ດາ​ການ​ເຄື່ອນ​ໄຫວ​ສັງ​ຄົມ, ​ການກູ​້​ສົນ, ປົກ​ປັກ​ຮັກ​ສາ​ສິ່ງ​ແວ​ດ​ລ້ອມ…

        ຕອນ​ບ່າຍ​ວັນ​ທີ 13/10, ຢູ່​ສູນ​ວັດ​ທະ​ນະ​ທຳ ກິງ​ບັ໋ກ, ສະ​ຫະ​ພັນ​ຊາວ​ໜຸ່ມ, ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ​ໜຸ່ມ​ແຂວງ​ບັກ​ນິງ ໄດ້​ສົມ​ທົບ​ກັນ​ຈັດ​ຕ​ັ້ງ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ​ 60 ປີ​ແຫ່ງວັນ​ມູນ​ເຊື້ອ​ສະຫະ​ພັນ​ຊາວ​ໜຸ່ມ​ຫວຽ​ດ​ນາມ; 12 ປີ​ແຫ່ງວັນ​ນັ​ກ​ທຸ​ລະ​ກິດ​ຫວຽດ​ນາມ ແລະ ຍ້ອງ​ຍໍ​ບັນ​ດາ​ຊາວ​ໜຸ່ມ​ດີ​ເດັ່ນ, ນັກ​ທຸ​ລະ​ກິດ​ໜຸ່ມ​ແຂວງ ບັກ​ນິງ.

        ໃນ​ລະ​ຫວ່າງວັນ​ທີ 11 – 13/10, ຄະ​ນະ​ຊາວ​ໜຸ່ມ​ແຂວງ​ອຽນ​ບ໋າຍ, ສະຫະ​ພັນ​ຊາວ​ໜຸ່ມ​ຫວຽດ​ນາມ ​ແຂວງ​ອຽນ​ບ໋າຍ ໄດ້​ສົມ​ທົບ​ກັບ​ວັນບາງ​ແຫ່ງ​ຢູ່​ນະ​ຄອນ​ໂຮ່​ຈິ​ມິນ ຈັດ​ພິ​ທີ​ມອບ​ຂອງ​ຂວັນ 3.000 ພ​ູດ ​ທີ່​ມີ​ມູນ​ຄ່າ 1,2 ຕື້​ດົ່ງ ໃຫ້​ບັນ​ດາ​ຄອບ​ຄົວ​ນະ​ໂຍ​ບາຍ, ບັນ​ດາ​ຄອບ​ຄົວ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ພິ​ເສດ​ແມ່ນ​ບັນ​ດາ​ຄອບ​ຄົວ​ຊາວ​ເຜົ່າ​ສ່ວນ​ໜ້ອຍ​ໃນ​ບໍ​ລິ​ເວນ​​ເມືອງ ວັນ​ເຈີ໋ນ, ຈ້າມ​ເຕົ໋າ, ເຈີ໋ນ​ອຽນ ແຂວງ​ອຽນ​ບ໋າຍ.

ຂ່າວ/ບົດ​ອື່ນ