ການເຄື່ອນໄຫວຕ່າງໆເນື່ອງໃນໂອກາດສະເຫຼີມສະຫຼອງ61ປີແຫ່ງວັດປົດປ່ອຍນະຄອນຫຼວງຮ່າໂນ້ຍ

ການເຄື່ອນໄຫວຕ່າງໆເນື່ອງໃນໂອກາດສະເຫຼີມສະຫຼອງ61ປີແຫ່ງວັດປົດປ່ອຍນະຄອນຫຼວງຮ່າໂນ້ຍ - ảnh 1
​ສະ​ເຫຼີ​ມສະຫຼອງ 61​ ປີ​ແຫ່ງ​ວັດ​ປົດ​ປ່ອຍ​ນະຄອນຫຼວງ​ຮ່າ​ໂນ້ຍ
(ພາບປະກອບ)


(vovworld) – ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 61​ ປີ​ແຫ່ງ​ວັດ​ປົດ​ປ່ອຍ​ນະຄອນຫຼວງ​ຮ່າ​ໂນ້ຍ (10/10/1954 – 10/10/2015), ພະ​ແນ​ກວັດທະນະທຳ ​ແລະ ກິລາ​ຮ່າ​ໂນ້ຍ ​ໄດ້​ຈັດບັນດາການ​ເຄື່ອນ​ໄຫວ​ວັດທະນະທຳ, ສິລະ​ປະ, ກິລາກາຍຍະກຳ ​ເພື່ອຂໍ່ານັບ​ຮັບ​ຕ້ອນ, ​ໃນ​ນັ້ນ​ມີ​ການ​ສະ​​ແດງ​ສິລະປະ 30 ຄັ້ງ​ເພື່ອ​ຮັບ​ໃຊ້​ປະຊາຊົນ​ທຸດຊັ້ນ​ວັນນະ​ໃນ​ບໍລິ​ເ​ວນນະ​ຄອນ​. ບັນດາ​ລາຍການສະ​ແດງ​ສິລະປະ​​ໄດ້​ສຸ​ມ​ໃສ່​ຍ້ອງ​ຍໍ​ພັກ, ຍ້ອງຍໍ​ປະທານ​ໂຮ່ຈິ​ມິນ, ຍ້ອງຍໍ​ປະ​ເທດ​ຊາດ ​ແລະ ຄວາມ​ຮັກ​ຕໍ່​ຮ່າ​​ໂນ້ຍ.

        ​ເນື່ອງ​ໃນ​ໂອກາດ​ນີ້, ຄະນະ​ຊາວ​ໜຸ່ມ, ​ສະພັນ​ຊາວ​ໜຸ່ມ​ນະຄອນ​ຮ່າ​ໂນ້ຍ ​ໄດ້​ຈັດ​ລາຍ​ການ “ຂ້າພະ​ເຈົ້າ​ຮັກ​ຮ່າ​​ໂນ້ຍ” ​ແລະ ຍ້ອງຍໍ​ນັກທຸລະກິດ​ໜຸ່ມ​ ທັງ​ລອງ ປີ 2015, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ສະມາຊິກ​ຊາວ​ໜຸ່ມ, ຊາວ​ໜຸ່ມ 3000 ຄົນ. ນີ້​ແມ່ນ​ໂອກາດ​ເພື່ອ​​ໃຫ້ຄະນະ​ຊາ​ວໜຸ່ມ, ສະຫະ​ສະພັນ​ຊາວ​ໜຸ່ມ​ນະຄອນ ສະ​ແດງ​ຄວາມ​ເອົາ​ໃຈ​ໃສ່, ຮັບ​ຮູ້ ​ແລະ ຍ້ອງຍໍ​ບັນດາ​ນັກທຸລະກິດ​ໜຸ່ມ​ດີ​ເດັນ​ຂອງ​ນະຄອນຫຼວງ ທີ່​ໄດ້​ປະກອບສ່ວນ​ຫຼາຍ​ຢ່າງໃຫ້​​ແກ່ວຽກ​ງານສັງຄົມ, ວຽງ​ການ​ຂອງ​ຄະນະຊາວ​ໜຸ່ມ, ອ້າຍ​ ຟີ​໋ດິ່ງ​ກຽນ, ຮອງ​ປະທານ​ສະມາ​ຄົມ​ນັກທຸລະກິດ​ໜຸ່ມຮ່າ​ໂນ້ຍ ໃຫ້​ຮູ້​ວ່າ.

        “ຂ້າພະ​ເຈົ້າ​ໄດ້​ຮັບ​ຫຼາຍ​ລາງວັນ, ​ແຕ່​ຂ້າພະ​ເຈົ້າ​ຖື​ວ່າ, ການຍ້ອງຍໍ​ບັນດາ​ນັກ​ທຸລະ​ກິດ​ໜຸ່ມ​ດີ​ເດັ່ນ ​ແມ່ນ​ຄວາມ​ເປັນ​ກຽດ​ອັນ​​ໃຫຍ່​ຫຼວງ​ສຳ​ລັບ​ນັກທຸລະກິດ​ແຕ່​ລະ​ຄົນ, ພິ​ເສດ​ແມ່ນບັນດາ​ນັກ​ທຸລະ​ກິດ​ໜຸ່ມ. ນີ້​ແມ່ນ​ກຳລັງ​ໜູນ​ອັນ​ໃຫຍ່​ຫຼວງ ​ເພື່ອ​​ໃຫ້​ບັນດາ​ວິ​ສາ​ຫະກິດ​ພັດທະນາ​ວິ​ສາ​ຫະກິດ​ຂອງ​ຕົນ​ໃຫ້​ດີກ​ວ່າ​ເກົ່າ. ຂ້າພະ​ເຈົ້າ​ຫວັງ​ວ່າ, ພິທີ​ມອບລາງວັນ​ນີ້​ຈະ​ຈັດ​ຂຶ້ນ​ປະຈຳ​ປີ ​ແລະ ນຳ​ມາ​ເຊິ່ງຄຸນຄ່າ​ຫຼາຍ​ຢ່າງກວ່າອີກ​ໃຫ້​ບັນດາວິ​ສາ​ຫະກິດ”.

ຂ່າວ/ບົດ​ອື່ນ