ການເຄື່ອນໄຫວຕ່າງໆເພື່ອຂ່ຳນັບຮັບຕ້ອນວັນສາກົນໃຊ້ພາສາຝລັ່ງ

ການເຄື່ອນໄຫວຕ່າງໆເພື່ອຂ່ຳນັບຮັບຕ້ອນວັນສາກົນໃຊ້ພາສາຝລັ່ງ - ảnh 1
(ພາບ​ປະ​ກອບ: TTXVN)

(vovworld) - ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງວັນ​​ສາ​ກົນໃຊ້​ພາ​ສາ​ຝ​ລັ່ງ (20/03), ຫ້ອງ​ການ​ອາ​ຊ​ີ - ປາ​ຊີ​ຟິກ ຂອງ​ອົງ​ການ​ສາ​ກົນໃຊ້​ພາ​ສາ​ຝ​ລັ່ງ (OIF) ໄດ້​ສ​ົມ​ທົບ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ ແລະ ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຕ່າງໆ​ໃນ​ທົ່​ວ​ປະ​ເທດ. ດ້ວຍ​ຫົວ​ຂໍ້​ວ່າ “ຂ້າ​ພະ​ເຈົ້າ​​ນິ​ຍົມ ແລະ ຂ້າ​ພະ​ເຈົ້າ​ແບ່ງ​ປັນ”, ວັນ​ສາ​ກົນ​ໃຊ້​ພາ​ສາ​ຝ​ລັ່ງ ໄດ້​ຮັບ​ການ​​ສະ​ເຫຼີມ​ສະ​ຫຼອງ​ຢູ່ 84 ລັດ, ລັດ​ຖະ​ບານ​ສະ​ມາ​ຊິກ ແລະ ນັກ​ສັງ​ເກດ​ການ​ຂອງ OIF. ຢູ່​ຫວຽດ​ນາມ, ພິ​ທີ​ສະ​ເຫຼີມ​ສະ​ຫຼອງ​ຈະ​ຖືກ​ດຳ​ເນີນ​ຢ່າງ​ເປັນ​ທາງ​ການ ​ຢູ່​ໂຮງ​ລະ​ຄອນ​ໃຫຍ່​ຮ່າ​ໂນ້ຍ ໂດຍ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ, ຫ້ອງ​ການ​ອາ​ຊ​ີ - ປາ​ຊີ​ຟິກ ຂອງ OIF ແລະ ກຸ່ມ​ບັນ​ດາ​ສະ​ຖານ​ທູດ, ຄະ​ນະ​ທຸ​ຕາ​ນຸ​ທູດ ແລະ ບັນ​ດາ​ອົງ​ການໃຊ້​ພາ​ສາ​ຝ​ລັ່ງ ປະ​ຈຳ​ ຫວຽດ​ນາມ (GADIF) ຈັດ​ຕັ້ງ.

        ມີ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ​ສີ​ລະ​ປະຫຼາຍ​ຢ່າງ​ຈະ​​ດຳ​ເນີນຢ​ູ່​ບັນ​ດາ​ນະ​ຄອນ​ໃຫຍ່​ໃນ​ທົ່ວ​ປະ​ເທດ​ຄື​: ​ຮ່າ​ໂນ້ຍ, ເກີນ​ເທີ, ນະ​ຄອນ​ໂຮ່​ຈິ​ມິນ… ນ​ອກນັ້ນ, ໜັງ​ສື​ພິມ Le Courrier du Vietnam, ເຊິ່ງ​ແມ່ນ​ໜັງ​ສື​ພິມ​ດ້ວຍ​ພາ​ສາ​ຝ​ລັ່ງ ສະ​ບັບ​ໜຶ່ງ​ດຽວ​ຂອງ​ຫວຽດ​ນາມ ຂຶ້ນ​ກັບສຳ​ນັກ​ຂ່າວ​ສານ​ຫວຽດ​ນາ​ມ ໄດ້​ປຸກ​ລະ​ດົມ​ການ​ເສັງ “ນັກ​ຂ່າວ​ໜຸ່ມ​ໃຊ້​ພາ​ສາ​ຝ​ລັ່ງ - ຫວຽດ​ນາມ” ຄັ້ງ​ທີ 2 ໃຫ້​ຊາວ​ໜຸ່ມ​ທຸກ​ຄົນ​ທີ່​ພວມ​ດຳ​ລົງ​ຊີ​ວິດ​ຢູ່​ຫວຽດ​ນາມ.

ຂ່າວ/ບົດ​ອື່ນ