ການເຄື່ອນໄຫວຕ່າງໆໃນຂອບເຂດກອງປະຊຸມ ກະຈາຍສຽງ ອາຊີ 2013

ການເຄື່ອນໄຫວຕ່າງໆໃນຂອບເຂດກອງປະຊຸມ ກະຈາຍສຽງ ອາຊີ 2013 - ảnh 1
ຜູ້ແທນ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: Huy Phương)

(vovworld) - ​​​ໃນ​ຂອບ​ເຂດ​ກ​ອງປະຊຸມ​ກະຈາຍສຽງ ອາຊີ ປີ 2013, ຕອນ​ເຊົ້າ​ວັນ​ທີ 30/7, ​ໄດ້​ດຳ​ເນີນ​ວາລະ​ປະ​ຊຸມ “ສິລະ​ປະ​ເລົ່າ​ເລື່ອງ ​ແລ​ະ ຮູບ​ພາບ​ຜ່ານລາຍານກະຈາຍສຽງ” ​ແລະ ວາລະ​ປະຊຸມ “ບົດ​ບາດ​ຂອງ​ການກະຈາຍສຽງ​ໃນ​ການ​ເຊື່ອມ​ຕໍ່​ຜ່ານ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ ​ແລະ ສື່ສານ, ການຄາດ​ຄະ​ເນ​ກ່ຽວ​ກັບ​ບັນດາ​ຂໍ້​ກຳນົດ”. ທ່ານ​ນາງ ດັ້ງທິເຫ້ວ ຜູ້ອຳນວຍການລະບົບລາຍການກະຈາຍສຽງຊົນເຜົ່າຂອງ VOV ​ໃຫ້​ຮູ້​ວ່າ :
   “ ສະ​ເພາະ​ກ້ານ​ດົນຕີ​ພື້ນ​ເມືອງ, ພວກ​ຂ້າພະ​ເຈົ້າ​ມີ 35 ລາຍການ​ໂດຍລະບົບ ລາຍການກະຈາຍສຽງ VOV3 ຜະລິດ. ທາງ​ດ້ານ​ສິລະ​ປະການ​ສະ​ແດງ​ບົນ​ເວ​ທີ່​ພື້ນ​ເມື​ອງ, ພວກ​ຂ້າພະ​ເຈົ້າ​ມີຫຼາຍລາຍການ​ໂດຍລະບົບ ລາຍການກະຈາຍສຽງ VOV2 ຜະລິດ. ສ່ວນຂົງ​ເຂດ​ອື່ນໆ, ​ແມ່ນ​ເກືອບ​ທຸກໆລະບົບລາຍການ ກະຈາຍສຽງຂອງ VOV ຜະລິດ. ນັ້ນ​ແມ່ນ​ຍັງ​ບໍ່​ທັນ​ຄິດ​ໄລ່​ເຖິງ 12 ລາຍການ ກະຈາຍສຽງ​ເປັນ​ພາສາ​ຊົນ​ເຜົ່າ​ຊຶ່ງ​ແນ​ະ​ນຳວັດທະນະທຳ​ຂອງ 54 ຊົນ​ເຜົ່າ​ຫວຽດນາມ. ສິ່ງ​ທີ່​ສຳຄັນ​ແມ່ນ 54 ຊົນ​ເຜົ່າ​ຫວຽດນາມ ລ້ວນ​ແຕ່​ເຂົ້າ​ຮ່ວມ​ລາຍການ​ນີ້ ”

    ກ່ອນ​ໜ້າ​ນັ້ນ, ​ໃນ​ຕອນ​ບ່າຍ​ວັນ​ທີ 29/7, ​ໄດ້​ດຳ​ເນີນ​ວາລະ​ປຶກສາ​ຫາລື​ຂອງ​ກອງ​ປະຊຸມ​ທີ່​ມີ​ຫົວ​ຂໍ້​ວ່າ “ກະຈາຍສຽງ​ບົນ​ເສັ້ນທາງ​ພັດທະນາ: ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສັງ​ກາດ​ໃໝ່”. ທີ່​ວະ​ປະຊຸມ​ນີ້, ບັນດາ​ນັກ​ບັນລະຍາຍໄດ້​ສະ​ແດງ​ທັດສະນະ​ກໍ່​ຄື​ແບ່ງປັນ​ບົດຮຽນ​ເພື່ອ​ແນ​ໃສ່​ພັດທະນາ​ກະຈາຍສຽງ​ໃນ​ໄລຍະ​ໃໝ່. ບັນ​ດານັກ​ບັນລະຍາຍຮັບ​ຮູ້​ວ່າ: ດ້ວຍ​ຜູ້​ຟັງ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍຄື​ປະຈຸ​ບັນ ກະຈາຍສຽງ​ມີ​ໂອກາດ​ພັດທະນາ​ຢ່າງ​ແນ່​ນ​ອນ. ​ແຕ່​ເພື່ອ​ຕອບ​ສະໜອງ​ບັນດາ​ຄຳ​ຮຽກຮ້ອງ​ນັບ​ມື້​ນັບ​ສູງ​ຂອງ​ສັງຄົມ, ບັນດາ​ວິທະຍຸ​ກະຈາຍສຽງ​ຕ້ອງ​ມີ​ຫົວຄິດ​ປະດິດ​ສ້າງ ​ແລະ ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ​ກ່ວາ. ຜູ້ອຳນວຍການ​ໃຫຍ່​ກິດຈະການພັດທະນາ​ດຳ​ເນີນ​ທຸລະ​ກິດ​ຂອງ​ກຸ່ມ​ສື່ສານ​ລາຊະ​ອານາຈັກ ອັງກິດ ​ແລະ ອາຍ​ແລນ​ເໜືອ (BBC) Simon Kendall ​ເນັ້ນ​ໜັກ​ເຖິງບັນດາ​ມາດ​ຕະການ​ຂອງ BBC ​ເພື່ອດຶງດູດ​​ຜູ້​ຟັງວິທະຍຸ​ວ່າ:

“​ເພື່ອ​ດຶງດູດ​ຜູ້​ຟັງ​ເປັນຈຳນວນ​ຫຼາຍ, ພວກ​ຂ້າພະ​ເຈົ້າ​ຕ້ອງ​ນຳ​ໃຊ້​ບັນດາ​ເຄື່ອງອຸປະກອນ​ເໝາະ​ສົມ​ກັບ​ຜູ້​ຟັງ, ພັດທະນາ​ບັນດາ​ລາຍການ​ສື່ສານ ​ເພື່ອ​ມີ​ຈຳນວນ​ຜູ້​ຟັງ​ເປັນ​ປະຈຳ. ບັນດາ​ລາຍການ​ຖ່າຍ​ທອດ​ສົດ ​ແລະ ອອກອາກາດຕາມຄຳ​ຮຽກຮ້ອງ​ຂອງ​ຜູ້​ຟັງ​ກໍ່​ສຳຄັນ​ທີ່​ສຸດ. ພວ​ກຂ້າພະ​ເຈົ້າ​ກໍ່​ພັດທະນາ​ບັນດາ​ລາຍການ​ກະຈາຍສຽງ​ເປັນພາສາ​ທ້ອງ​ຖິ່ນ. ລາຍການ​ນີ້​ກໍ່​ດຶງ​ດູດ​ຜູ້​ຟັງ​ຈຳນວນ​ຫຼາຍ”

    ​ໜຶ່ງ​ໃນ​ບັນດາ​ເນື້ອ​ໃນ​ສຳຄັນ​ທີ່​ບັນ​ດາ​ນັກ​ປາຖະກະຖາ​ເນັ້ນ​ໜັກ​ນັ້ນ​ແມ່ນ: ການ​ນຳ​ໃຊ້​ບັນດາ​ເຄື່ອງອຸປະກອນ​ເຄື່ອນ​ທີ່. ປະຈຸ​ບັນ, ຜູ້​ຟັງ​ພວມ​ຊົມ​ໃຊ້​ບັນດາ​ເຄື່ອງອຸປະກອນ​ເຄື່ອນ​ທີ່​ເພື່ອ​ຕິດຕາມ​ຮັບ​ຟັງ​ລາຍການ​ກະຈາຍສຽງ​ໃນ​ຈຸດ​ເວລາ​ສະດວກ​ທີ່​ສຸດ. ດັ່ງ​ນັ້ນ, ທ່າ​ອ່ຽງກະຈາຍສຽງ​ເຄື່ອນ​ທີ່​ນີ້​ແມ່ນ​ໂອກາດ​ດີ​ທີ່​ສຸດ​ ເພື່ອໃຫ້​ບັນດາ​ວິທະຍຸ​ກະຈາຍສຽງ​ພັດທະນາ​ໃນ​ອະນາ​ຄົດ.

ຂ່າວ/ບົດ​ອື່ນ