ການເຄື່ອນໄຫວຕ່າງໆໃນຂອບເຂດງານບຸນໄຫວ້ບູຊາເຈົ້າຊີວິດຮຸ່ງ-ງານບຸນວິຫານຮຸ່ງ2016

ການເຄື່ອນໄຫວຕ່າງໆໃນຂອບເຂດງານບຸນໄຫວ້ບູຊາເຈົ້າຊີວິດຮຸ່ງ-ງານບຸນວິຫານຮຸ່ງ2016 - ảnh 1
ການເຄື່ອນໄຫວຕ່າງໆໃນຂອບເຂດ
ງານບຸນໄຫວ້ບູຊາເຈົ້າຊີວິດຮຸ່ງ-ງານບຸນວິຫານຮຸ່ງ2016
(ພາບ: TTXVN)


(vovworld) - ວັນ​ທີ 13/04 (ກົງ​ກັບ​ວັນ​ທີ 17/03 ໄລ່ຕາມ​​ຈັນ​ທະປະ​ຕິ​ທິນ​ຫວຽດ​ນ​າມ), ຢ​ູ່​ເຂດ​​ປູຊະ​ນີ​ຍະ​ສະ​ຖານ​ວິ​ຫານ​ຮຸ່ງ ແລະ ນະ​ຄອນ​ວຽດ​ຈີ່, ຄະ​ນະ​ຈັດ​ຕັ້ງ​ງານ​ບູນ​ໄຫວ້ບູ​ຊາ​ເຈົ້າ​ຊີ​​ວິ​ດ​ຮ​ຸ່​ງ-ງານ​ບຸນ​ວິ​ຫານ​ຮຸ່ງ 2016 ໄດ້​ຈັດ​ການ​ເຄື່ອນ​ໄຫວ​ຕ່າງໆ​ໃນ​ຂອບ​ເຂດ​ງານ​ບູນ​ໄຫວ້ບູ​ຊາ​ເຈົ້າ​ຊີ​​ວິ​ດ​ຮ​ຸ່​ງ - ງານ​ບຸນ​ວິ​ຫານ​ຮຸ່ງ ປີ​ວອກ 2016.

        ສິ່ງ​ທີ່​ໜ້າ​ສົນ​ໃຈ​ແມ່ນ​ງານ​​ແຂ່ງ​ຂັນ “​ຫໍ່, ຕົ້ມ​ເຂົ້າ​ຕົ້ມ, ເຂົ້າ​ໜົມ​ໄຢ່ ເພື່ອ​ຖ​ະ​ຫວາຍ​ໃຫ້​ເຈົ້າ​ຊີ​ວິດ​ຮຸ່ງ” ເຊິ່ງ​ໄດ້​ຈັດ​ຕັ້ງ​ໃນ​ແຕ່​ລະ​ປີ ເພື່ອ​ສະ​ແ​ດງ​ຄວາມ​ຮູ້​ບຸນ​ຄຸນ​ບັນ​ດາ​ເຈົ້າ​ຊີ​ວິດ​ຮຸ່ງ, ເຊິ່ງ​ໄດ້​ສ້າງ​ເປັນ​ຮີດ​ຄອງ​ປະ​ເພ​ນີ​ອັນ​ດີ​ງາມ​ຂອງ​ຊາດ.

        ແລະ​ກໍ​ໃນ​ວັນ​ດຽວ​ກັນ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ວຽດ​ຈີ ໄດ້​ຈັດ​ງານ​ມະ​ໂຫລານ​ຂັບ​ຊວ​ານ ຊາວໜຸ່ມເຍົາວະຊົນອະນຸຊົນ ຄັ້ງ​ທີ 3 ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຊາວ​ໜຸ່ມ​ເຍົ​າ​ວະ​ຊົນ​ກວ່າ 100 ຄົນ, ທີ່​​ມາ​ຈາກ​ບັນ​ດາ​ໂຮງ​ຮຽນມັດທະຍົມສຶກ​ຕອນ​ຕົ້ນ, ຕອນ​ປາຍໃນ​ບໍ​ລິ​ເວນ​ນະ​ຄອນ.

        ເນື່ອງ​ໃນ​ໂອ​ກາດນີ້, ພະ​ແນກວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອ​ງ​ທ່ຽວ​ແຂວງ​ຟຸ​ທໍ້ ໄດ້​ແນະ​ນຳ​ແຜ່ນ DVD ຂັບ​ຊວານ​ເກົ່າ, ລວມ​ມີ 10 ບົດ, ໂດຍ​ບັນ​ດາ​ນັກ​ສິ​ລະ​ປີນ​ໜຸ່ມ​ສະ​ແ​ດງ, ເຊິ່ງ​ໄດ້​ຖ່າຍ​​ທຳຢູ່​ສ​ະ​ຖານ​ທີ່​ວັດ​ທະ​ນະ​ທຳ​ຂັບ​ຊວານ​ເກົ່່າ ທີ່​ຕິດ​ພັນ​ກັບ​ບັນ​ດາ​ພິ​ທີ​ບູ​ຊາ, ການ​​ເຫຼື້ອມໄ​ສ. ນອກນັ້ນ, ຍັງ​ມີ​ງານ​ວາງ​ສະ​ແດງ​ບັນ​ດາ​ເອ​ກະ​ສານ​ພາບ​ຖ່າຍ, ວັດ​ຖຸ​ພັນ​ອັນ​ລ້ຳ​ຄ່າ​ເຊິ່ງ​ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດມອບ​ໃຫ້​ວິ​ຫານ​ຮຸ່ງ ອີ​ກ​ດ້ວຍ.

ຂ່າວ/ບົດ​ອື່ນ