ການເຄື່ອນໄຫວຕ່າງໆໃນງານບຸນ Festival Hue 2012

ການເຄື່ອນໄຫວຕ່າງໆໃນງານບຸນ Festival Hue 2012 - ảnh 1
ງານ​ລາຕີ​ໃນ​ພະ​ລາຊະ​ວັງ

( vovworld ) –  ​ໂດຍ​ໄດ້​ສືບ​ຕໍ່​ບັນດາ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ​ງານ​ບຸນ Festival Hue 2012, ພ້ອມ​ກັບ​ການ​ສະ​ແດງ​ສິລະ​ປະຂອງ​ຄະນະ​ສີ​ລະ​ປະ​ຕ່າງໆ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ຢູ່ນະຄອນ Hue, ວັນ​ທີ 13/4 ​ໄດ້​ຈັດ​​ໃຫ້​ມີ “ງານ​ລາຕີ​ໃນ​ພະ​ລາຊະ​ວັງ“ ​ແລະ “ງານ​ລາຕີ​ທິດ​ຕາ​ເວັນ​ອອກ“. ກ່ອນ​ໜ້ານັ້ນຄື​ໃນ​ຕອນ​ຄ່ຳ​ຂອງວັນ​ທີ 12/4, ທີ່​ເວທີ​ສະ​ແດງ​ທາງ​ທິດ​ເໜືອ​ແມ່ນ້ຳ Huong, ຄຽງ​ຂ້າງ​ຂົວ Truong Tien ນະຄອນ Hue, ​ໄດ້​ຈັດ​ເວທີ​ສະ​ແດງ​ລະຄອນ​ເລື່ອງທີ່​ມີ​ຊື່ວ່າ “​ໂລກ​ມະນຸດ​ທີ່​ມີ​ຄວາມ​ສະຫງົບ​ສຸກ“ ຊື່​ງ​ແມ່ນ​ໜື່ງ​ໃນ​ບັນດາ​ງານ​ບຸນ​ຕົ້ນຕໍ​​ໃນ ງານ​ບຸນ Festival Hue 2012 ນີ້, ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ນັກ​ສິລະ​ປະກອນ 1000 ຄົນ. ບົດ​ລະຄອນ “​ໂລກ​ມະນຸດ​ທີ່​ມີ​ຄວາມ​ສະຫງົບ​ສຸກ“ ​ໄດ້​ເລົ່າ​ເລື່ອງກ່ຽວ​ກັບ​ຄວາມ​ມຸ້ງ​ຫວັງ​ຂອງ​ປະຊາຊົນ​ທຸກ​ຊັ້ນຄົນ ທີ່ຢາກ​ມີ​ຄວາມ​ສະຫງົບ​ສຸກ, ມີ​ຄວາມ​ອີ່ມ​ໜຳ​ສຳລານ ​ໂດຍ​ຜ່ານ​ບັນດາ​ຮູບ​ການສະ​ແດງ​ສິລະ​ປະ​​ໃນ​ພະ​ລາຊະ​ວັງ Hue ຄື: ດົນຕີ​ໃນ​ພະ​ລາຊະ​ວັງ Hue, ການ​ຟ້ອນ​ລຳ​ທຳ​ເພງ… ທ່ານ Nguyen Duy Hien ຜູ້ອຳນວຍການ​ສູນ Festival Hue ​ໃຫ້​ຮູ້​ວ່າ:

  “​ເນື້ອ​ໃນຕົ້ນຕໍ​ຂອງ​ລາຍການສະ​ແດງ ​ແມ່ນການ​ຍ້ອງຍໍ​ສັນລະ​ເສີນ​ບ້າ​ນເກີດ​ເມືອງ​ນອນ, ປະ​ເທດ​ຊາດ, ຄວາມ​ສະຫງົບ​ສຸກ​ຂອງ​​ໂລກ​ມະນຸດ ຊື່​ງສະ​ແດງ​ໃຫ້​ເຫັນ​ຄວາມ​ຫວັງ​ ຢາກ​ມີ​ຄວາມ​ສະຫງົບ​ສຸກ​ຂອງ​ມວນ​ມະນຸດ…. ສຳລັບ​ປະຊາຊົນ​ຫວຽດນາມ ​ແລ້ວ, ນີ້​ແມ່ນ​ຄວາມ​ມຸ້ງ​ຫວັງ​ທີ່​ໃຫ່ຍຫຼວງ ​ແລະ ຜ່ານ​ສົງຄາມ​ຄັ້ງຕ່າງໆ, ຫວຽດນາມ ລ້ວນ​ແຕ່​ມຸ້ງ​ໄປ​ເຖິງ​ພື້ນຖານ​ສັນຕິພາບ, ​ເອກະລາດ, ຄວາມໝັ້ນຄົງ​ໃຫ້​ແກ່​ປະ​ເທດ​ຊາດ“.

ຂ່າວ/ບົດ​ອື່ນ