ການເຄື່ອນໄຫວຕ່າງໆໃນເຫດການConnectingVietYouth2017

(VOVWORLD) -ເຫດການເຊື່ອມຕໍ່ໄຫວຫນຸ່ມ ຫວຽດນາມ - Connecting Viet Youth 2017 ຈະດຳເນີນຢູ່ ຮ່າໂນ້ຍ ແຕ່ວັນທີ 6 ສິງຫາ. 
ການເຄື່ອນໄຫວຕ່າງໆໃນເຫດການConnectingVietYouth2017 - ảnh 1 Connecting Viet Youth 2017

ເນື່ອງໃນໂອກາດນີ້ ຈະຈັດໃຫ້ມີຫລາຍລາຍການຢ່າງຟົດຟື້ນ, ພົ້ນເດັ່ນແມ່ນ ການແຂ່ງຂັນແລ່ນ ສີສັນ Run For Charity ຢູ່ ສະຫນາມບິນ ຮ່າງໄດ, ຄາດວ່າ ດຶງດູດການເຂົ້າຮ່ວມຂອງໄວຫນຸ່ມກວ່າ 3000 ຄົນ. ແລະທີ່ເຫດການນີ້ ຍັງມີລາຍການສະແດງສິລະປະທີ່ມີຂອບຂະຫນາດໃຫຍ່, ລາຍການບໍລິຈາກເລືອດ, ມອບຂອງຂວັນໃຫ້ຄົນເຈັບ. ຜ່ານເຫດການດັ່ງກ່າວ, ຄະນະຈັດຕັ້ງປາດຖະຫນາຢາກເຊື່ອມຕໍ່ວົງຄະນາຍາດໄວຫນຸ່ມຫວຽດນາມ, ນຳເຕັກໂນໂລຊີກ້າວຫນ້າຫຍັບເຂົ້າກັບຊາວຫນຸ່ມຫວຽດນາມຫລາຍກວ່າ ແລະ ພັດທະນາຂະບວນການອາສາສະໝັກ, ເສີມຂະຫຍາຍຄວາມຂະຫຍັນຂັນເຄື່ອນຂອງລຸ້ນຫນຸ່ມຫວຽດນາມຜ່ານບັນດາການເຄື່ອນໄຫວທີ່ມີຫົວຄິດປະດິດສ້າງ ແລະ ການເຄື່ອນໄຫວອາສາສະໝັກ. 

ຕອບກັບ

ຂ່າວ/ບົດ​ອື່ນ