ການເຄື່ອນໄຫວຕ່າງໆໃນໂອກາດວັນບຸນຄຼິດສະມາດປີ2013

ການເຄື່ອນໄຫວຕ່າງໆໃນໂອກາດວັນບຸນຄຼິດສະມາດປີ2013 - ảnh 1
ພາບປະກອບ

(vovworld) – ​ເນື່ອງ​ໃນ​ໂອກາດວັນ​ບັນ ຄິຼດສະມາດ ປີ 2013, ທ່ານ​ປະທານ​ຄະນະ​ກຳມະການສູນ​ກາງ​​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ​ໄດ້​ສົ່ງ​ຈົດໝາຍ​ອວຍພອນ​​​ເຖິງພະ​ພິຂຸ​ສົງ, ຜູ້​ມີ​ຍົດ​ທະ​ບັນດາສັກ, ນັກບວດ ພ້ອມ​ກັບຊາວ​ຄິດ ຫວຽດນາມ. ອວຍພອນ​ໃຫ້ຊາວ​ຄິດ ຫວຽດນາມ ທຸກ​ຄົນ​ຕ້ອນຮັບ​ວັນ ຄຼິດສະມາດ​ດ້ວຍ​ຄວາມຜາ​ສຸກ​ໃນ​ກຸ່ມ​ກ້ອນ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ.

    ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ນາງ ຮ່າ​ທິຄຽດ, ຫົວໜ້າ​ຄະນະ​ຂົນຂວາຍປະຊາຊົນ ສູນ​ກາງ ​ໄດ້​ລົງ​ຢ້ຽມຢາມ, ອວຍພອນສຳນັກ​ສັງຄະ​ລາດ ຮ່າ​ໂນ້ຍ ​ແລະ ສະມາຄົມ​ສາສະໜາ​ໂປ​​ແຕດ​ສະ​ຕັງ ພາກ​ເໜືອຫວຽດນາມ. ທ່ານ​ນາງ ຮ່າ​ທິຄຽດ ຫວັງ​ວ່າ: ບັນດາ​ຜູ້​ມີ​ຍົດ​ທະ​ບັນດາສັກ​ສາສະໜາ​ຄິດ ​ແລະ ໂປ​ແຕດ​ສະ​ຕັງ ສືບ​ຕໍ່​ປະກອບສ່ວນ​ສ້າງສາ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ໃຫ້ນັບ​ມື້​ນັບ​ໝັ້ນຄົງ, ​ເຂັ້​ມ​ແຂງ, ປ​ະຕິ​ບັດ​ຕາມ​ທິດ​ນຳ​ທີ່​ວ່າ “ຢູ່​ໃນ​ສິນ​ກິນ​ໃນ​ທຳ​ເພື່ອ​ຄວາມ​ສຸກ​ຂອງ​ປະຊາຊົນ.”

 

ຂ່າວ/ບົດ​ອື່ນ